ເລບານອນຈໍາກັດການຖອນເງິນປ້ອງກັນການໄຫຼອອກ

74

ທະນາຄານຫຼາຍແຫ່ງໃນປະເທດ ເລບານອນປະກາດເພີ່ມມາດຕະການຈໍາກັດຈໍານວນການຖອນເງິນສະກຸນຕ່າງປະເທດເມື່ອອາທິດທີ່ຜ່ານມາເພື່ອແກ້ໄຂບັນຫາເງິນທຶນສະກຸນເງິນຕ່າງປະເທດໄຫຼອອກໂດຍພົບວ່າທະນາຄານບາງແຫ່ງຈໍາກັດຈໍານວນການຖອນເງິນສະກຸນຕ່າງປະເທດສໍາລັບລູກຄ້າ1ຄົນພຽງ400ໂດລາຕໍ່ເດືອນເທົ່ານັ້ນ.

ເລບານອນປະເຊີນກັບບັນຫາການຂາດແຄນສະກຸນເງິນຕ່າງປະເທດຈໍານວນມະຫາສານໂດຍສະເພາະຢ່າງຍິ່ງເງິນໂດລາໂດຍເງິນທຶນຈາກຕ່າງປະເທດໄຫຼເຂົ້າມາເລບານອນຫຼຸດລົງນັບຕັ້ງແຕ່ເກີດບັນຫາເສດຖະກິດ ແລະ ຄວາມບໍ່ສະຫງົບທາງການເມືອງພາຍໃນ.

ນອກຈາກນີ້,ສະຖານະການທີ່ຮ້າຍແຮງຂຶ້ນຍັງສົ່ງຜົນຕໍ່ຄວາມເຊື່ອໝັ້ນທະນາຄານ ແລະ ເຮັດໃຫ້ເກີດການໄຫຼອອກຂອງເງິນທຶນຈໍານວນຫຼາຍເພື່ອປ້ອງກັນຄວາມສ່ຽງຈາກພາວະເງິນເຟີ້ ແລະ ລະບົບເສດຖະກິດທີ່ອາດຈະຫຼົ້ມສະຫຼາຍ.

ນັບຕັ້ງແຕ່ປີ1997ສະກຸນເງິນຂອງເລບານອນຜູກຕິດກັບສະກຸນເງິນໂດລາໃນອັດຕາແລກປ່ຽນທາງການຢູ່ທີ່1ໂດລາຕໍ່1.500ປອນເລບານອນ.ນອກຈາກນີ້,ລັດຖະບານເລບານອນຍັງມີໜີ້ໃນສະກຸນເງິນຕ່າງປະເທດອີກຈໍານວນ1.200ລ້ານໂດລາເຊິ່ງຈະຄົບກໍານົດການຊໍາລະໜີ້ໃນເດືອນ ມີນາປີ2020ນີ້.