ຍິນດີນຳ! ພັນເອກ ສີເວີນ ແກ້ວສີວົງສາ ໄດ້ເປັນຫົວໜ້າກອງບັນຊາການ ປກສ ແຂວງອັດຕະປືຜູ້ໃໝ່

193

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍສະເພາະວຽກງານ ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິພາບຍິ່ງໆຂຶ້ນ ທັງເປັນການປັບປຸງກົງຈັກການຈັດຕັ້ງ ກອງບັນຊາການ ປກສ ແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ – ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມທັງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວດີຂຶ້ນເລື້ອຍໆ ທາງການນຳແຂວງ ກໍ່ໄດ້ມີການປະກາດແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງ ຄົນໃໝ່.

ພິທີດັ່ງກ່າວມີຂຶ້ນໃນວັນທີ 6 ກຸມພາ 2020 ທີ່ກອງບັນຊາການ ປກສ ແຂວງ ອັດຕະປື  ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນ, ຄ້າຍຄຸມຂັງ – ດັດສ້າງ, ກອງບັນຊາການ ປກສ 5 ຕົວເມືອງ, ພ້ອມດ້ວຍພາສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັທ ຄຳພອນ ແສງສາລິຈັນ ຮອງກົມຈັດຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 41/ນຍ, ລົງວັນທີ 15 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໂດຍໄດ້ແຕ່ງຕັ້ງ ທ່ານ ພັອ ສີເວີນ ແກ້ວສີວົງສາ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ ຂຶ້ນເປັນຫົວໜ້າກອງບັນຊາການ ປກສ ແຂວງ.

ໂອກາດນີ້, ທ່ານ ພົຕ ກົງທອງ ພົງວິຈິດ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ – ຄະນະບັນຊາ ຕະຫຼອດຮອດພະນັກງານ – ນັກຮົບທົ່ວກຳລັງປ້ອງກັນຄວາມສະຫງົບແຂວງອັດຕະປື ທີ່ໄດ້ທຸ່ມເທເຮື່ອແຮງ, ສະຕິປັນຍາ, ມີຄວາມອົດທົນ, ສູ້ຊົນເຂົ້າໃນການເຮັດວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ ເພື່ອຮັບປະກັນໃຫ້ແຂວງອັດຕະປືມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ນອກນີ້, ທ່ານຍັງໄດ້ຮຽກຮ້ອງ ໃຫ້ຫົວໜ້າກອງບັນຊາການ ປກສ ແຂວງ (ຜູ້ໃໝ່) ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຈາກຂັ້ນເທິງໃຫ້ມີຜົນສຳເລັດ, ສ້າງໃຫ້ກອງບັນຊາການ ປກສ ແຂວງອັດຕະປື ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂື້ນເປັນກ້າວໆ.

ທີ່ມາ: Attapeu Media