5 ຂໍກຸນແຈທີ່ເຮັດໃຫ້ອາຫານປອດໄພ

99

1 ຮັກສາຄວາມສະອາດຢູ່ສະເໝີ ເຊັນ: ລ້າງມືໃສ່ສະບູ ແລະ ນໍ້າ ກ່ອນ ຫຼື ຫຼັງຈັບບາຍ ແລະ ປຸງແຕ່ງອາຫານ; ລ້າງມືໃສ່ສະບູ ແລະ ນໍ້າ ຫຼັງຈາກໃຊ້ຫ້ອງນໍ້າ ຫຼື ວິດຖ່າຍ; ລ້າງອະນາໄມພື້ນຜິວ ແລະ ອຸປະກອບຄົວກິນໃຫ້ສະອາດ; ປົກປັກຮັກສາເຮືອນຄົວ, ບໍລິເວນອ້ອມເຮືອນຄົວ ແລະ ອາຫານໃຫ້ປອດໄພຈາກແມງໄມ້ ແລະ ສັດອື່ນໆ.

ຍ້ອນເຊື້ອຈຸລະຊີບທີ່ເປັນອັນຕະລາຍມີຢ່າງຫຼວງຫຼາຍໃນດິນ, ນໍ້າ, ສັດ ແລະ ຄົນ ເຊື້ອຈຸລະຊີບດັ່ງກ່າວແມ່ນພົບຢູ່ມື, ຜ້າເຊັດມື, ອຸປະກອນຮັບໃຊ້ໃນການປຸກແຕ່ງອາຫານໂດຍສະເພາະຂຽງສໍາລັບຄົວກິນ ເຊິ່ງສາມາດສົ່ງເຊື້ອໄປສູ່ອາຫານ ແລະ ກໍ່ໃຫ້ເກີດພະຍາດທີ່ມາກັບອາຫານໄດ້.

2 ແຍກອາຫານດິບອອກຈາກອາຫານສຸກ ເຊັ່ນ: ແຍກຊີ້ນ, ສັດປີກ ແລະ ອາຫານດິບອອກຈາກອາຫານສຸກອື່ນໆ; ແຍກເຄື່ອງມື ແລະ ອຸປະກອນຮັບໃຊ້ໃນການປຸງແຕ່ງອາຫານດິບ ແລະ ອາຫານສຸກເຊັ່ນ: ມີດ ແລະ ຂຽງ; ບໍ່ຄວນເກັບຮັກສາອາຫານສຸກ ແລະ ອາຫານດິບປົນເປກັນເພື່ອຫຼີກເວັ້ນການປົນເປື້ອນ; ຍ້ອນອາຫານດິບໂດຍສະເພາະຊີ້ນ, ອາຫານທະເລ ເພາະນໍ້າຍ້ອຍໃນຊີ້ນດັ່ງກ່າວສາມາດມີເຊື້ອຈຸລະຊີບທີ່ເປັນອັນຕະລາຍອາດປົນເປື້ອນໄປສູ່ອາຫານອື່ນໆໃນໄລຍະປຸງແຕ່ງ ແລະ ເກັບຮັກສາອາຫານ.

3 ປຸງແຕ່ງອາຫານໃຫ້ສຸກດີ ເຊັ່ນ: ປຸງແຕ່ງອາຫານໃຫ້ສຸກດີ ແລະ ທົ່ວເຖິງໂດຍສະເພາະຊີ້ນ, ສັດປີກ, ໄຂ່, ອາຫານທະເລ ແລະ ອື່ນໆ; ອາຫານປະເພດແກງ, ອົບ ແລະ ປະເພດອື່ນໆຕ້ອງຕົ້ມໃຫ້ຟົດເພື່ອຮັບປະກັນວ່າອາຫານນັ້ນຮ້ອນເຖິງ 70 ອົງສາ ສໍາລັບຊີ້ນແມ່ນບໍ່ໃຫ້ເປັນສີບົວ ແລະ ດີແທ້ໃຫ້ໃຊ້ບາຫຼອດວັກແທກອາຫານທີ່ປຸງສຸກແລ້ວ; ອຸ່ນອາຫານທີ່ສຸກແລ້ວໃຫ້ຮ້ອນຢ່າງທົ່ວເຖິງ.

ການຄົວກິນທີ່ຖືກຕ້ອງສາມາດຂ້າເຊື້ອຈຸລະຊີບທີ່ເປັນອັນຕະລາຍໄດ້ການປຸງແຕ່ງອາຫານໃນອຸນະພູມ 70 ອົງສາ ແລະ ສາມາດຮັບປະກັນວ່າອາຫານປອດໄພສໍາລັບການບໍລິໂພກ.

4 ເກັບຮັກສາອາຫານໄວ້ໃນອຸນະພູມທີ່ເໝາະສົມ ເຊັ່ນ: ອາຫານທີ່ສຸກດີແລ້ວບໍ່ຄວນປະໄວ້ໃນອຸນະພູມຫ້ອງທໍາມະດາເກີນ 2 ຊົ່ວໂມງ; ອາຫານທີ່ສຸກດີແລ້ວຄວນກິນທັນທີ; ຢ່າເກັບອາຫານໄວ້ດົນເກີນໄປເຖິງວ່າຈະຢູ່ໃນຕູ້ເຢັນກໍຕາມ.

ຍ້ອນເຊື້ອຈຸລະຊີບສາມາດທະວີຄູນໄດ້ຢ່າງໄວວາຖ້າອາຫານຖືກເກັບໄວ້ໃນອຸນະພູມທໍາມະດາ ການຈະເລີນເຕີບໂຕຂອງເຊື້ອຈຸລະຊີບຈະຫຼຸດລົງ ຫຼື ຢຸດສະງັກຢູ່ໃນອຸນະພູມຕໍ່າກວ່າ 5 ອົງສາ.

5 ນໍ້າໃຊ້, ຊີ້ນ, ປາ, ພືດຜັກ ແລະ ເຄື່ອງປຸງທີ່ປອດໄພ ເຊັ່ນ: ນໍາໃຊ້ນໍ້າສະອາດ ແລະ ປອດໄພ; ເລືອກວັດຖຸດິບທີ່ສົດ ແລະ ປອດໄພ; ເລືອກເຄື່ອງປຸງທີ່ມີຄຸນະພາບ ແລະ ປອດໄພ; ລ້າງວັດຖຸດິບໃຫ້ສະອາດໂດຍສະເພາະຜັກສົດ.

ການເອົາໃຈໃສ່ໃນການເລືອກວັດຖຸດິບ ແລະ ການປະຕິບັດແບບງ່າຍໆສາມາດຫຼຸດຜ່ອນຄວາມສ່ຽງຈາກເຊື້ອພະຍາດຕ່າງໆລົງໄດ້.

ຂໍ້ມູນຈາກ: ກະຊວງສາທາລະນະສຸກ.