ຕ້ອງອ່ານ! ສິດ ແລະ ພັນທະຂອງຜູ້ຊົມໃຊ້ມີຫຍັງແດ່ ກັນການຖືກເອົາປຽບ

172

ປັດຈຸບັນເຫັນໄດ້ວ່າ ບັນຫາການຊື້ສິນຄ້າປະເພດຜ້າອັດປາກ-ດັງ ທີ່ແພງຂຶ້ນຫຼາຍ ເຮັດໃຫ້ສັງຄົມສົ່ງສຽງວິພາກວິຈານເປັນຈໍານວນຫຼາຍ ຮຽກຮ້ອງໃຫ້ພາກລັດເຂົ້າມາແກ້ໄຂບັນຫາດັ່ງກ່າວ, ເຊິ່ງຫຼ້າສຸດ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ກໍ່ໄດ້ອອກແຈ້ງການກ່ຽວກັບການຄວບຄຸມລາຄາສິນຄ້າປະເພດນີ້ ໂດຍໃຫ້ຂາຍໃນລາຄາສູງສຸດບໍ່ເກີນ 25.000 ກີບ ຕໍ່ ກັບ, ສ່ວນການປະຕິບັດຕົວຈິງຂອງຜູ້ປະກອບການ ຫຼື ຜູ້ຂາຍ ຈະເປັນໄປໄດ້ແທ້ ຫຼື ບໍ່? ຕ້ອງຕິດຕາມກັນຕໍ່ໄປ.

ແນວໃດກໍ່ຕາມ ຕໍ່ກັບສະພາບກັນແບບນີ້ແອັດກໍ່ໄດ້ຫາຂໍ້ມູນທີ່ຈະໃຫ້ປະໂຫຍດແກ່ທຸກທ່ານ ໂດຍສະເພາະແມ່ນຜູ້ຊົມໃຊ້ທີ່ຖືກເອົາປຽບດ້ານລາຄາ ຫຼື ຄຸນະພາບຂອງສິນຄ້າ ໃຫ້ຮູ້ໄດ້ເຖິງສິດ ແລະ ພັນທະຂອງຕົນເອງ ເພື່ອບໍ່ໃຫ້ຖືກເອົາປຽບ ຫຼື ປະຕິບັດພັນທະຂອງຕົນເອງໃຫ້ຖືກຕ້ອງ ເພື່ອບໍ່ໃຫ້ມີບັນຫາລະຫວ່າງຜູ້ຊົມໃຊ້ ແລະ ຜູ້ສະໜອງສິນຄ້າ.

ອີງຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ໃນພາກທີ IV ສິດ ແລະ ພັນທະຂອງຜູ້ຊົມໃຊ້ ແລະ ຜູ້ສະໜອງ, ໝວດທີ 1 ສິດ ແລະ ພັນທະຂອງຜູ້ຊົມໃຊ້, ໃນມາດຕາ 32 ສິດຂອງຜູ້ຊົມໃຊ້ ມີດັ່ງນີ້:

1 ເລືອກ ແລະ ຕັດສິນໃຈຊື້ສິນຄ້າ ຫຼື ໃຊ້ບໍລິການຕາມຄວາມຕ້ອງການ

2 ຮູ້ຂໍ້ມູນຂ່າວສານ ແລະ ຄໍາແນະນໍາ ທີ່ຊັດເຈນກ່ຽວກັບຄຸນນະພາບ, ລາຄາ, ສະຖານທີ່ຜະລິດ, ຜູ້ຜະລິດ, ວິທີນໍາໃຊ້ ແລະ ຄູ່ມືຶນໍາໃຊ້, ລັກສະນະພິເສດ, ສ່ວນປະກອບ, ວັນເດືອນປີຜະລິດ, ວັນທີຫມົດອາຍຸນໍາໃຊ້, ໃບຮັບຮອງສິນຄ້າ, ການບໍລິການຫຼັງການຂາຍ ແລະ ຂໍ້ມູນອື່ນທີ່ຈໍາເປັນ

3 ໄດ້ຮັບຄວາມປອດໄພດ້ານຊີວິດ, ສຸຂະພາບ ແລະ ຊັບສິນ ໃນເວລານໍາໃຊ້ສິນຄ້າ ແລະ ການບໍລິການ

4 ຮ້ອງຂໍ ຫຼື ຮ້ອງຟ້ອງ ເອົາການທົດແທນຄ່າເສຍຫາຍທີ່ເນື່ອງມາຈາກການຊົມໃຊ້ສິນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບ ຫຼື ບໍ່ໄດ້ມາດຕະຖານ ແລະ ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຕົນ

5 ສະເໜີຕໍ່ອົງການຈັດຕັ້ງປະຕິບັດວຽກງານປົກປ້ອງຜູ້ຊົມໃຊ້ທີ່ກ່ຽວຂ້ອງກ່ຽວກັບການດໍາເນີນການຜະລິດ, ທຸລະກິດ ແລະ ການບໍລິການ ທີ່ລະເມີດລະບຽບກົດໝາຍ ເປັນຕົ້ນ ການປອມແປງສິນຄ້າ, ການສ້າງຜົນກະທົບຕໍ່ສິ່ງແວດລ້ອມເກີນມາດຕະຖານ

ສ່ວນມາດຕາ 33 ພັນທະຂອງຜູ້ຊົມໃຊ້ ມີດັ່ງນີ້:

1 ຈ່າຍຄ່າສິນຄ້າ ແລະ ຄ່າບໍລິການເປັນເງິນກີບ

2 ນໍາໃຊ້ສິນຄ້າ ແລະ ການບໍລິການ ໂດຍປະຕິບັດຕາມຄໍາແນະນໍາ ຫຼື ຄູ່ມືນໍາໃຊ້ຢ່າງຖືກຕ້ອງ

3 ສະໜອງຂໍ້ມູນຂ່າວສານກ່ຽວກັບສິນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ.