ມວຍລາວ-ມວຍສາກົນ-ວູຊູ-ປັນຈັກສີລັດ ນວ ຫວັງສູ້ຊົນໃຫ້ໄດ້ກິລາລະ 2 ຫຼຽນຄໍາ ໃນຊຽງຂວາງ ເກມ

110

ທັບນັກກີລາມວຍລາວ, ມວຍສາກົນ, ວູຊີ ແລະ ປັນຈັກສີລັດ ຂອງນະຄອນຫຼວງວຽງຈັນ ( ນວ ) ຫວັງຍາດໃຫ້ໄດ້ 2 ຫຼຽນຄໍາໃນແຕ່ລະປະເພດກີລາ ໃນງານມະຫາກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊງຍຂາງເກມ ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020.

ທ່ານ ຄໍາເສັງ ສູນດາລາ ປະທານສະຫະພັນກີລາມວຍລາວ, ມວຍສາກົນສະໝັກຫຼິ້ນ, ວູຊູ ແລະ ປັນຈັກສີລັດ ຂອງນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນອາທິດທີ່ຜ່ານມາ ທີ່ສູນກີລາບຶງຂະຫຍອງ ກ່ຽວກັບຄວາມພ້ອມຂອງນັກກີລາ ກ່ອນເຂົ້າຮ່ວມງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ວ່າ: ໃນນາມຂ້າພະເຈົ້າຮັບຜິດຊອບກີລາ 4 ປະເພດດັ່ງກ່າວ ໄລຍະຜ່ານມາພວກເຮົາໄດ້ມີການເຝິກຊ້ອມເປັນປະຈໍາ ມາຕັ້ງແຕ່ເດືອນສິງຫາ 2019 ເປັນຕົ້ນມາ ເຖິງວ່າຈະບໍ່ໄດ້ເປັນຂະບວນຟົດຟື້ນ ແຕ່ພວກເຮົາກໍໄດ້ພະຍາຍາມເຝິກຊ້ອມຢູ່ແຕ່ລະສະໂມສອນ ເພື່ອໃຫ້ນັກກີລາມີສະພາບຮ່າງກາຍເຂັ້ມແຂງຕະຫຼອດເວລາ.

“ ຢ່າງໃດກໍຕາມ ນັບຕັ້ງແຕ່ວັນທີ 1 ກຸມພາ 2020 ເປັນຕົ້ນມາ ພວກເຮົາກໍໄດ້ເອົານັກກີລາທັງໝົດ ເຂົ້ານອນສູນເຝິກຊ້ອມ ຢູ່ສູນກີລາບຶງຂະຫຍອງ ເຊິ່ງແຕ່ລະປະເພດມີນັກກີລາບໍ່ຫຼຸດ 10 ຄົນ ພ້ອມດ້ວຍຄູເຝິກແຕ່ລະປະເພດ 3 ທ່ານ ເຖິງວ່າປັດຈຸບັນພວກເຮົາຈະພົບກັບຄວາມຫຍຸ້ງຍາກ ທາງດ້ານອຸປະກອນການເຝິກຊ້ອມ ແຕ່ພວກເຮົາກໍໄດ້ສູ້ຊົນຢ່າງສຸດຂີດ ໂດຍນໍາໃຊ້ອຸປະກອນຂອງທາງສະຫະພັນ ແລະ ມາຮອດປັດຈຸບັນທາງຂັ້ນເທິງໄດ້ນໍາເອົາອຸປະກອນມາຊ່ວຍເຫຼືອຈໍານວນໜຶ່ງ ໃຫ້ແກ່ນັກກີລາໃນການຝຶກຊ້ອມ ເຊິ່ງໃນການເຂົ້າຮ່ວມ ຊຽງຂວາງ ເກມ ຄັ້ງນີ້ ສະຫະພັນກີລາ 4 ປະເພດ ພວກເຮົາຈະພະຍາຍາມສູ້ຊົນໃຫ້ໄດ້ປະເພດລະ 2 ຫຼຽນຄໍາ ” ທ່ານ ຄໍາເສັງ ກ່າວ.

ທ່ານ ຄໍາເສັງ ກ່າວອີກວ່າ: ນອກຈາກນີ້ ເພື່ອເປັນການກະກຽມຄວາມພ້ອມຂອງນັກກີລາມວຍ ເຂົ້າຮ່ວມ ຊຽງຂວາງ ເກມ ພວກເຮົາຍັງກຽມຈັດການແຂ່ງຂັນມວຍຮອບ ຮຸ່ນນໍ້າໜັກ 52 ກິໂລ ຊີງສາຍແອວປຸ໋ຍ ກາດາວອາວະກາດ ເຊິ່ງຈະເລີ່ມການແຂ່ງຂັນໃນວັນທີ 7 ກຸມພານີ້ ເວລາ 20:20 ໂມງ ເປັນຕົ້ນໄປ ຢູ່ສູນກີລາບຶງຂະຫຍອງ ແລະ ຍັງສົ່ງນັກກີລາເຂົ້າຮ່ວມ ມວຍມິດຕະພາບ ລາວ-ໄທ ໃນງານບຸນນະມັດສະການພະທາດໂພ່ນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 6-8 ກຸມພາ 2020 ອີກດ້ວຍ.

ສໍາລັບ ການແຂ່ງຂັນມວຍຮອບ ປຸ໋ຍດາວອາວະກາດ ລຸ້ນນ້ຳໜັກ 52 ກິໂລກຣາມ ມີນັກມວຍຈຳນວນ 10 ຄົນ ມາຈາກຄ້າຍດັງໃນທົ່ວນະຄອນຫຼວງວຽງຈັນ ໂດຍຮອບແບບແຂ່ງຂັນຈະຕີຄັດເຂົ້າຮອບ ໂດຍຊະນະເລີດຈະໄດ້ຮັບສາຍແອວແຊ້ມ ພ້ອມເງິນລາງວັນ 10 ລ້ານກີບ, ຮອງຊະນະເລີດ ຈະໄດ້ຮັບເງິນລາງວັນ 6 ລ້ານ, ອັນດັບ 3 ໄດ້ຮັບເງິນລາງວັນ 5 ລ້ານ ແລະ ອັນດັບ 4 ໄດ້ຮັບເງິນລາງວັນ 4 ລ້ານກີບ.
ຜ່ານການຈັບສະຫຼາກປາກົດວ່າ: ສາຍ ກ ປະກອບມີ: ຊົນຊາດລາວ ສິດໂຕພາລຸ້ງ, ຊູຊາດ ສິດຈານເພັງ, ກ້ອງກັງວານ PPSTF, ລີໂອ ເພັດນະຄອນ ແລະ ນ້ອງວາຍ ສໍສິງຄຳ, ສ່ວນສາຍ ຂ ປະກອບມີ: ສິງຊະນະຊົນ ສະໂມສອນຄໍາເສັງ, ໂດ່ໂດ້ ແອັດໂຮມບ໋ອກຊິ້ງ, ເພັດສາລະວັນ ມຸງຄຸນເພັດ, ແກ້ວ ຫຼວງພະບາງ ແລະ ເພັດສາຍຝົນ ສໍຈະເລີນສິງ.