ໂຄງການ GMS ຄືບໜ້າກວ່າ 83%

103

ໃນວັນທີ 4 ກຸມພາ 2020 ນີ້ ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ ( PSC ) ເພື່ອສະຫຼຸບລາຍງານການຈັດຕັ້ງປະຕິບັດໂຄງການ ປະຈຳປີ 2019 ແລະ ວາງແຜນການຈັດຕັ້ງປະຕິບັດ ໃນປີ 2020 ສຳລັບໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ – ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ( GMS ) ເງິນກູ້ຢືມ ເລກທີ 2931 ແລະ ເງິນຊ່ວຍເຫຼືອລ້າ ເລກທີ 0313/0314 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ປະທານຄະນະຊີ້ນຳໂຄງການ GMS, ທ່ານ ຄຳທະວີ ໄທພະຈັນ ຫົວໜ້າກົມເຄຫາຜັງເມືອງ ພ້ອມດ້ວຍບັນດາທ່ານຄະນະຊີ້ນຳໂຄງການຂັ້ນສູນກາງ, ແຂວງ, ເມືອງ, ບັນດາຊ່ຽວຊານໂຄງການ, ທີ່ປຶກສາໂຄງການ ຕະຫຼອດຮອດວິຊາການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົມມາ ວົງພະຈິດ ຫົວໜ້າໂຄງການ GMS ໄດ້ລາຍງານໃຫ້ຮູ້ເຖິງທີ່ມາຂອງໂຄງການ ແລະ ຈຸດປະສົງ ພ້ອມທັງໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 7 ໂຄງການຍ່ອຍໃນປີ 2019 ວ່າ: ໂຄງການ GMS ລວມມູນຄ່າໂຄງການທັງໝົດ 47,73 ລ້ານກວ່າໂດລາສະຫະລັດ, ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການນັບແຕ່ວັນທີ 15 ມັງກອນ 2013 ແລະ ປິດໂຄງການໃນວັນທີ 30 ມິຖຸນາ 2019 ແຕ່ເນື່ອງຈາກໂຄງການມີຄວາມຊັກຊ້າ ຈຶ່ງໄດ້ຕໍ່ເວລາຈັດຕັ້ງປະຕິບັດໂຄງການໄປຮອດວັນທີ 31 ທັນວາ 2021 ສຳລັບການຈັດຕັ້ງປະຕິບັດ 7 ໂຄງການຍ່ອຍໃນປີ 2019 ຜ່ານມານີ້ ໂດຍລວມບັນລຸໄດ້ແລ້ວ 83,7% ຂອງແຜນການ.

ໃນນີ້, ໂຄງການກໍ່ສ້າງຮ່ອງລະບາຍນ້ຳເປື້ອນຫ້ວຍລົງກົງ ຍາວ 0,829 ກິໂລແມັດ ຄືບໜ້າແລ້ວ 79,3%, ໂຄງການກໍ່ສ້າງສະໜາມຂີ້ເຫຍື້ອ ແລະ ສິ່ງອຳນວຍຄວາມສະດວກບ້ານຊອກ ນະຄອນໄກສອນ ພົມວິຫານ ປະຕິບັດໄດ້ 90,6%, ໂຄງການກໍ່ສ້າງທາງໄກສອນ ພົມວິຫານ ຄວາມຍາວ 6,182 ກິໂລແມັດ ປະຕິບັດໄດ້ 97,5%, ໂຄງການກໍ່ສ້າງທາງຟ້າງຸ່ມ 2,147 ກິໂລແມັດ ປະຕິບັດໄດ້ 93,3%, ໂຄງການກໍ່ສ້າງຕ້ານເຈື່ອນແມ່ນ້ຳຂອງ ຍາວ 0,980 ກິໂລແມັດ ສຳເລັດແລ້ວ 35,8%, ໂຄງການກໍ່ສ້າງທາງເມືອງພີນ ຍາວ 9,978 ກິໂລແມັດ ປະຕິບັດໄດ້ 99,3% ແລະ ໂຄງການກໍ່ສ້າງທາງບ້ານແດນສະຫວັນ ເມືອງເຊໂປນ ຄວາມຍາວ 3,988 ກິໂລແມັດ ແມ່ນໄດ້ສຳເລັດ ແລະ ມີການມອບ – ຮັບໂຄງການກັນຢ່າງເປັນທາງການແລ້ວ.