ແຈັກກີ້ ເດິວອຍ ປ່ອຍຜົນງານເພງ “ ຈົບ ”

216

ຫຼັງຈາກຫ່າງຫາຍໄປດົນກັບ ໜຸ່ມແຈັກກີ້ The voice Thailand season 6 ແລະ ເປັນຄົນລາວຄົນທໍາອິດທີ່ໄດ້ຜ່ານເຂົ້າເຖິງຮອບການສະແດງສົດຂອງລາຍການ ເດິວອຍ. ຫຼ້າສຸດໄດ້ປ່ອຍເພງໃໝ່ອອກມາໃຫ້ແຟນເພງໄດ້ຟັງຄືເພງ     “ ຈົບ ”.

ທ້າວ ໄຊປະເສີດ ພົມມະວົງໄຊ ຫຼື ແຈັກກີ້ ເດິວອຍ ໃຫ້ສໍາພາດວ່າ: ຜົນງານທີ່ຜ່ານມາເປັນຜົນງານເພງທີ່ຄົນຮູ້ຈັກກັນກໍຄືເພງ “ ຜິດ – Yes ” ຈາກຄ່າຍເພງອິນດີ້ ແລະ ຜົນງານຈາກການໄປປະກວດ The voice Thailand season 6 ຈົນໄດ້ຜ່ານເຂົ້າເຖິງຮອບການສະແດງສົດຂອງລາຍການ ໂດຍຕົນເອງໄດ້ຕໍ່ຍອດຈາກປະສົບການຕ່າງໆທີ່ໄດ້ມາຫຼາຍຢ່າງ.

ສ່ວນຜົນງານເພງ “ ຈົບ ” ເປັນຜົນງານທີ 2 ໂດຍຈຸດເລີ່ມຕົ້ນຢາກເຮັດຜົນງານເພງດ່ຽວອອກມາຈັກເພງ ເນື່ອງຈາກກະແສຂອງເຮົາເອງກໍໄດ້ຢຸດໄປໄລຍະໜຶ່ງຈຶ່ງມີຄົນເອົາເພງທີ່ຫາກໍຂຽນຂຶ້ນມາໃຫ້ຟັງ ເຊິ່ງຕົນເອງກໍໄດ້ລອງຮ້ອງ ແລະ ມັກເພງນີ້ຈຶ່ງເອົາມາເຮັດຕໍ່ຈົນສົມບູນແບບຈົນກາຍເປັນເພງ “ ຈົບ ” ໃນຕອນນີ້.

ສ່ວນເນື້ອເພງທີ່ຂຽນຂຶ້ນແມ່ນຢາກໃຫ້ຄົນເຮົາຮູ້ຄວາມໝາຍຂອງຄຳວ່າ “ ຈົບ ” ທຸກສິ່ງທຸກຢ່າງມີການຈາກລາ   ຂຶ້ນກັບວ່າຄົນເຮົາຈະຕໍ່ສູ້ກັບ ຄວາມເຈັບປວດໄດ້ສໍ່າໃດ, ການຍອມພ່າຍແພ້ບໍ່ໄດ້ໝາຍເຖິງຄົນອ່ອນແອ, ແຕ່ເປັນການທີ່ເຮັດໃຫ້ຄົນເຮົາໄດ້ຖອຍມາກ້າວໜຶ່ງ ແລະ ເລີ່ມຕົ້ນໃໝ່ກັບກ້າວຕໍ່ໄປ.

ຝາກຕິດຕາມຜົນງານເພງ “ ຈົບ ” ໄດ້ທາງ Youtube ພິມຄຳວ່າ “ ຈົບ ” ຫຼື ຊື່ຊ່ອງ Twentytree Music, ທາງ Facebook page: Jack Thv channel ແລະ ຍັງມີອີກຫຼາຍຜົນງານຕາມມາຕິດໆ ຫຼື ຢາກຕິດຕາມ ແຈັກກີ້ ໂດຍກົງໄດ້ທີ່ FB ສ່ວນຕົວ: Jack Phommavongsay, IG: Jk.pmmvx ແລະ Twitter: Jk.pmmvx.

( ຂ່າວ: ນຸ້ມນິ້ມ )

( ຮູບ: Jack Phomma-vongsay )