ກະແລັມດອກອັນຊັນເຢັນໆແກ້ຮ້ອນ

91

ເມື່ອກ່າວເຖິງດອກອັນຊັນ ໂດຍທົ່ວໄປກໍຈະຄິດກ່ຽວກັບສີຟ້າເຂັ້ມອົມມ່ວງແນ່ນອນ ເຊິ່ງນິຍົມນຳມາໃຊ້ປະໂຫຍດທາງເຄື່ອງສຳອາງ, ໃຊ້ເປັນສີປະສົມອາຫານ ແລະ ນຳມາເປັນສ່ວນປະກອບໃນການປຸງແຕ່ງອາຫານ ໂດຍສັບພະຄຸນຂອງດອກອັນຊັນ ບໍ່ແມ່ນຈະສາມາດນຳແຕ່ດອກມາໃຊ້ປະໂຫຍດໄດ້ເທົ່ານັ້ນ ແຕ່ສາມາດນຳມາໃຊ້ໄດ້ໝົດທັງຕົ້ນ ແລະ ນຳມາໃຊ້ເປັນຢາປິ່ນປົວແບບພື້ນບ້ານໄດ້ນຳ.

ສ່ວນປະສົມ:

1 ດອກອັນຊັນສົດ ຫຼື ແຫ້ງ 1 ຖ້ວຍນ້ອຍ.

2 ນ້ຳສະອາດ 1 ຖ້ວຍ     ໃຫຍ່.

3 ນ້ຳຕານ 1/2 ຖ້ວຍນ້ອຍ.

4 ເກືອເລັກໜ້ອຍ.

5 ວິບປິ້ງຄຣີມ 1/2 ຖ້ວຍນ້ອຍ.

6 ນົມສົດ 1 ຖ້ວຍນ້ອຍ.

ໝາຍເຫດ: ສຳລັບຜູ້ທີ່ມັກຫວານກໍສາມາດຕື່ມນ້ຳຕານເພີ່ມໄດ້ ແລະ ວິບປິ້ງຄຣີມກໍເຊັ່ນກັນ ເພາະການໃສ່ວິບປິ້ງຄຣີມຫຼາຍຈະເຮັດໃຫ້ເນື້ອກະແລັມນຽນ ແລະ ເຂັ້ມຂຸ້ນຫຼາຍຂຶ້ນ ( ແນະນຳໃຫ້ໃສ່ພໍປະມານຈະດີຕໍ່ສຸຂະພາບກວ່າ )

ວິທີເຮັດ:

ເອົານ້ຳໃສ່ໝໍ້ຄ້າງໄຟແຮງພໍຟົດເອົາດອກອັນຊັນລົງພ້ອມກັບນ້ຳຕານ, ເກືອ ແລະ ນົມສົດ ຖ້າຈົນຟົດອີກຄັ້ງ ຫຼື ສີຂອງດອກໄມ້ອອກແລ້ວປົງລົງປະໄວ້ໃຫ້ເຢັນ ແລະ ຖອກໃສ່ຊາມແລ້ວນຳໄປແຊ່ແຂງຈົນມັນຈັບໂຕກັນເປັນເກັດນ້ຳກ້ອນ.

ເມື່ອແຂງແລ້ວເອົາອອກມາໃສ່ເຄື່ອງປັ່ນພ້ອມກັບວິບປິ້ງຄຣີມ ແລະ ປັ່ນໃຫ້ສ່ວນປະສົມເຂົ້າກັນດີແລ້ວຖອກໃສ່ຊາມ ນຳເຂົ້າໄປແຂ່ແຂງຈົນເປັນເກັດນ້ຳກ້ອນ. ຈາກນັ້ນ, ກໍນຳອອກມາປັ່ນອີກຄັ້ງຕັກໃສ່ພາຊະນະແລ້ວນຳແຊ່ແຂງເຮັດແບບນີ້ປະມານ 2 – 3 ຮອບປັ່ນຫຼາຍຮອບຍິ່ງເປັນເນື້ອນຽນ, ພໍແຂງແລ້ວກໍຕັກໃສ່ຖ້ວຍ ຫຼື ຈອກພ້ອມເສີບແກ້  ອາກາດຮ້ອນໆແບບນີ້ໄດ້ແນ່ນອນ ( ສາມາດຕົກແຕ່ງດ້ວຍເຂົ້າໜົມຕ່າງໆຕື່ມໄດ້ ).

( ຂໍ້ມູນຈາກ: cooking.kapook.com )

( ຮຽບຮຽງ: ນຸ້ມນິ້ມ )