ລັດຖະມົນຕີ ຮສສ ລົງຢ້ຽມຢາມ ແລະ ມອບເຄື່ອງໃຫ້ແຂວງສາລະວັນ ມູນຄ່າ 159 ລ້ານກີບ

261

ໃນວັນທີ 5 ກຸມພາ 2020 ນີ້ຢູ່ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກ ຮສສ ແຂວງສາລະວັນ, ພ້ອມທັງໄດ້ເຂົ້າພົບປະໂອ້ລົມ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ຢູ່ທີ່ຫ້ອງຮັບຮອງສະໂມສອນໃຫຍ່ຂອງແຂວງ ເຂົ້າຮວມມີທ່ານ ຄໍາຕາ ໂຮ່ຊົງເລືອງ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ມີຫົວໜ້າ-ຮອງຫົວໜ້າກົມທີ່ມາຈາກກະຊວງ ພ້ອມດ້ວຍພະນັກງານເຂົ້າຮ່ວມ.

ທ່ານ ຄໍາຕາ ໂຮ່ຊົງເລືອງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ພາຍໃນແຂວງ ໃຫ້ຮູ້ວ່າ: ທາງດ້ານວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານໃນການຝຶກອົບຮົມວິຊາຊີບໄລຍະສັ້ນໃຫ້ແກ່ກໍາລັງແຮງງານລາວໄດ້ 2.945 ຄົນ, ຍິງ 1.042ຄົນ ເທົ່າກັບ 123%ຂອງແຜນປີ, ວຽກງານຄຸ້ມຄອງແຮງງານລົງກວດກາເຜີຍແຜ່ກົດໝາຍແຮງງານໃນທົ່ວແຂວງໄດ້ 201ຄັ້ງ, 201ຫົວໜ່ວຍ ມີຜູ້ອອກແຮງງານທີ່ໄດ້ຮັບການກວດກາ 5.448ຄົນ, ຍິງ 2.035ຄົນ, (ແຮງງານລາວ 2.739 ຄົນ, ຍິງ 1.209 ຄົນ ຕ່າງປະເທດ 2.709 ຄົນ, ຍິງ 826 ຄົນ) ວຽກງານປະກັນສັງຄົມໄດ້ຂະຫຍາຍອັດຕາການປົກຄຸມດ້ານປະກັນສັງຄົມ ມີຜູ້ເກີດສິດທັງໝົດ 24.354 ຄົນເທົ່າກັບ 6%ຂອງປະຊາກອນໃນທົ່ວແຂວງ (ເພີ່ມຂຶ້ນ 1.579 ຄົນ), ວຽກງານນະໂຍບາຍຕໍ່ຜູ້ທີ່ມີຜົນງານໃນການປະຕິວັດຊາດປະຊາທິປະໄຕ ໄດ້ລົງເຄື່ອນໄຫວກັບອົງການປົກຄອງເມືອງສະໝ້ວຍ ເກັບກໍາຂໍ້ມູນເປົ້າໝາຍຂໍນະໂຍບາຍຕ່າງໆທີ່ໃນເມື່ອກ່ອນໄດ້ຂໍນະໂຍບາຍຜ່ານລັດຖະບານ ສສ ຫວຽດນາມ ຈໍານວນ 339 ທ່ານ ເກັບຂໍ້ມູນຕົວຈິງໄດ້ 216 ທ່ານ, ວຽກສັງຄົມສົງເຄາະ ສໍາເລັດ ການຈັດຕັ້ງປະຕິບັດການຊ່ວຍເຫຼືອຈາກ ກອງທຶນເພື່ອນຮ່ວມງານ KR1 ຂອງລັດຖະບານຍີ່ປຸ່ນ ຈໍານວນ 372.107.000 ເພື່ອຊື້ລ້ຽງສັດໃຫ້ປະຊາຊົນຜູ້ທຸກຍາກຢູ່ 4 ເມືອງ, ສັງລວມຂໍ້ມູນກ່ຽວກັບຜູ້ທີ່ໄດ້ຮັບຜົນກະທົບຈາກສາທາລະນະໄພໃນທົ່ວແຂວງ ມີ 4 ເມືອງ 304ບ້ານ, 36.568 ຄອບຄົວ, ຈໍານວນພົນ 144.506 ຄົນ, ມູນຄ່າເສຍຫາຍເບື້ອງຕົ້ນ 733.549.071.565ກີບ, ວຽກງານອົງການກາແດງໄດ້ອອກຕິດຕໍ່ພົວພັນໂຄສະນາ ຮັບການບໍລິຈາກເລືອດຈາກທຸກພາກສ່ວນທົ່ວສັງຄົມໄດ້ 990 ຖົງ ເທົ່າກັບ 83% ຂອງປີ, ວຽກງານແກ້ໄຂລະເບີດບໍ່ທັນແຕກ ໂຄສະນາສຶກສາຊຸມຊົນກ່ຽວກັບໄພອັນຕະລາຍລູກລະເບີດທີ່ຍັງບໍ່ທັນແຕກໃຫ້ປະຊາຊົນໄດ້ 28 ບ້ານ ເທົ່າກັບ 46% ຂອງແຜນການປີ, ມີຜູ້ເຂົ້າຮ່ວມທັງໝົດ 7.784 ຄົນ, ຍິງ 3.597 ຄົນ, ວຽກງານຄຸ້ມຄອງບໍລິຫານ ສາມາດເກັບລາຍຮັບ ມອບພັນທະເຂົ້າງົບປະມານຂອງແຂວງໄດ້ 708.712.000 ກີບ ເທົ່າກັບ 99% ຂອງຕົວເລກມອບໝາຍຈາກງົບປະມານຂອງແຂວງ ປີ 2019 ໃນນີ້: ຄ່າທໍານຽມ 667.677.000 ກີບ ແລະ ຄ່າບໍລິການ 41.035.000 ກີບ ນອກນັ້ນຍັງມີການແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນເພື່ອເຮັດໃຫ້ວຽກງານສະດວກຂຶ້ນ.

ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານບາງດ້ານທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກບາງວຽກທີ່ຕ້ອງໄດ້ເອົາໃຈໃສ່ເປັນຕົ້ນແມ່ນວຽກງານການສະໜອງເລືອດໃຫ້ແກ່ສັງຄົມ, ວຽກງານຈັດຕັ້ງພັກພະນັກງານ, ວຽກງານແຜນການ ແລະ ການລົງທຶນຮ່ວມມືກັບສາກົນ, ວຽກງານນະໂຍບາຍຕໍ່ຜູ້ທີ່ມີຜົນງານຄົນພິການຕໍ່ຜູ້ອາຍຸສູງ ໃຫ້ພ້ອມກັນເອົາໃຈໃສ່ ແລະ ປະຕິບັດໃຫ້ໄດ້ຮັບຜົນດີ.

ໂອກາດດຽວກັນນີ້ທ່ານຍັງໄດ້ນໍາເອົາ ເຄື່ອງນຸ່ງຫົ່ມ ແລະ ເກີບ ຈໍານວນ 100 ເເກັດ ມູນຄ່າ 150 ລ້ານກີບ, ເກືອກິນ ຈໍານວນ 3.000 ກິໂລ ມູນຄ່າ 9.000.000 ກີບ ລວມມູນຄ່າທັງໝົດ 159 ລ້ານກີບ.

ຂ່າວ:ກິນດາວັນ