ທ່ານນາຍົກ ເນັ້ນໜັກມາດຕະການສະກັດກັ້ນພະຍາດອັກເສບປອດ ພ້ອມຮຽກຮ້ອງບໍ່ໃຫ້ປະຊາຊົນວິຕົກເກີນເຫດ

129

ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີພົບປະໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມເປີດກວ້າງສະຫຼຸບຕີລາຄາ, ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີ ຄັ້ງທີ VIII ນັບແຕ່ 2016 ຫາ 2020 ແລະ ທິດທາງແຜນການພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX ໃນຕອນບ່າຍຂອງວັນທີ 5 ກຸມພາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ທ່ານໄດ້ມີບາງຄຳເຫັນ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (ໄວຣັສ ໂຄໂລນາ Novel Corona Virus: NCOV) ວ່າ: ໂຄໂຣນາໄວຣັສ ໄດ້ລະບາດຢູ່ເມືອງອູຫັ້ນ, ມົນທົນຫູເປີຍ ສປ ຈີນ, ເປັນຂ່າວທີ່ຖືກເຜີຍແຜ່ຢ່າງກວ້າງຂວາງທົ່ວໂລກ ໃນປະຈຸບັນ.

ສຳລັບ ຢູ່ ສປປ ລາວ ເມື່ອຮູ້ວ່າເກີດສະພາບດັ່ງກ່າວຂຶ້ນ ທາງການ ສປປ ລາວ ກໍ່ໄດ້ປະສານງານ ແລະ ເກັບກຳຂໍ້ມູນ ຈາກທາງການ ຂອງ ສປ ຈີນ ຊຶ່ງໄດ້ຮັບການຮ່ວມມືເປັນຢ່າງດີ ທັນເວລາ, ມີຄວາມວ່ອງໄວສົມຄວນ ແລະ ເປັນຂໍ້ມູນທີ່ລະອຽດ. ລັດຖະບານລາວ ໄດ້ມອບໝາຍ ໃຫ້ກະຊວງສາທາລະນະສຸກ ຕິດຕາມຢ່າງໃກ້ຊິດ ແລະ ລາຍງານຂໍ້ມູນ ແກ່ລັດຖະບານເປັນປະຈຳ ນັບແຕ່ຮູ້ຂ່າວວ່າເກີດພະຍາດນີ້ຂຶ້ນ.

ຕໍ່ມາ ໄດ້ມີກອງປະຊຸມດ່ວນ ຂອງນາຍົກ-ຮອງນາຍົກລັດຖະມົນຕີ ຮ່ວມກັບຂະແໜງການກ່ຽວຂ້ອງ ເພື່ອປຶກສາຫາລື, ໃນນັ້ນ ໄດ້ແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນ ຊຶ່ງແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ເປັນຫົວໜ້າ ແລະ ປະກອບດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງ, ໂດຍໄດ້ມອບໝາຍໃຫ້ຄະນະດັ່ງກ່າວ ປະຕິບັດໜ້າທີ່ ໃນການຕິດຕາມກວດກາ ຢ່າງໃກ້ຊິດ ແລະ ມີມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດດັ່ງກ່າວ ໃນກໍລະນີທີ່ກວດພົບຜູ້ຕິດເຊື້ອ.

ໃນວັນທີ 3 ກຸມພາຜ່ານມາ ກໍ່ໄດ້ຈັດກອງປະຊຸມ ເພື່ອທົບທວນຄືນ ການປະຕິບັດໜ້າທີ່ຂອງຄະນະສະເພາະກິດ ແລະ ໃນຕອນເຊົ້າ ຂອງວັນທີ 5 ກຸມພານີ້ ນາຍົກລັດຖະມົນຕີ ກໍ່ໄດ້ເຊີນພາກສ່ວນກ່ຽວຂ້ອງ ປະຊຸມຕື່ມອີກ ເພື່ອລາຍງານສະພາບການ ພ້ອມທັງ ມອບໝາຍວຽກງານຕ່າງໆ ຕື່ມອີກ, ອັນສຳຄັນ ແມ່ນໃຫ້ເຮັດວຽກໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ໃຫ້ປະຊາຊົນໄດ້ຮັບຊາບຢ່າງກວ້າງຂວາງ, ທັນການ ແລະ ເປັນປົກກະຕິ ເພື່ອໃຫ້ຮູ້ປ້ອງກັນເປັນຢ່າງດີ.

ທ່ານ ນາຍົກລັດຖະມົນຕີ ຖືໂອກາດນີ້ ແຈ້ງໃຫ້ປະຊາຊົນລາວໃນທົ່ວປະເທດ ໄດ້ຮັບຊາບວ່າ: ມາຮອດປະຈຸບັນ ຢູ່ ສປປ ລາວ ຍັງບໍ່ທັນພົບກໍລະນີຜູ້ຕິດເຊື້ອເທື່ອ, ແຕ່ລັດຖະບານ ກໍ່ບໍ່ໄດ້ນິ້ງນອນໃຈ ຕໍ່ສະພາບທີ່ເກີດຂຶ້ນ. ສຳລັບເຊື້ອໄວຣັສດັ່ງກ່າວນີ້ ເປັນສາຍພັນໃໝ່, ມີຄວາມຮ້າຍແຮງພໍສົມຄວນ, ສາມາດແຜ່ລະບາດໄດ້ໄວ ແລະ ກວ້າງຂວາງ, ເຮັດໃຫ້ຜູ້ຕິດເຊື້ອ ເສຍຊີວິດໄດ້.

ເຖິງຢ່າງໃດກໍ່ຕາມ ລັດຖະບານ ສປ ຈີນ ໄດ້ອອກຫຼາຍມາດຕະການ ທີ່ທັນການ ແລະ ມີປະສິດທິຜົນສູງ ມີການສື່ສານໃຫ້ຂໍ້ມູນ ຢ່າງກວ້າງຂວາງ ແລະ ທັນເວລາ ຕໍ່ປະຊາຊົນພາຍໃນ ກໍ່ຄືທົ່ວໂລກ ເພື່ອໃຫ້ທຸກພາກສ່ວນ, ທຸກປະເທດ ມີມາດຕະການປ້ອງກັນ ແລະ ຮັບມື.

ປະຈຸບັນ ຜູ້ຕິດເຊື້ອ ໄດ້ຮັບການປິ່ນປົວຫາຍຂາດໄດ້ເກືອບ 900 ຄົນແລ້ວ; ອົງການອະນາໄມໂລກ ກໍ່ຍອມຮັບວ່າ ມາດຕະການຂອງ ສປ ຈີນ ເປັນມາດຕະການທີ່ມີປະສິດທິພາບ, ປະສິດທິຜົນສູງ, ຊຶ່ງ ສປປ ລາວ ໃນຖານະເປັນປະເທດເພື່ອນມິດ ທີ່ໃກ້ຊິດ, ບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນ ໄດ້ມີການປະສານງານກັນຢ່າງໃກ້ຊິດ ແລະ ເປັນປົກກະຕິ, ສປປ ລາວ ມີຄວາມເຫັນອົກເຫັນໃຈເພື່ອນຈີນ ທີ່ປະສົບບັນຫາ ທີ່ບໍ່ເພິ່ງປາດຖະໜາ, ການນຳຂອງ ສປປ ລາວ ກໍ່ໄດ້ສົ່ງສານສະແດງຄວາມເສຍໃຈ ຕໍ່ເຫດການທີ່ເກີດຂຶ້ນ ແລະ ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ແຫ່ງ ສປ ຈີນ ຈະສາມາດແກ້ໄຂ ແລະ ຢັບຢັ້ງການແຜ່ລະບາດ ຂອງພະຍາດດັ່ງກ່າວ ພ້ອມທັງ ເຮັດໃຫ້ສະພາບການພາຍໃນ ກັບສູ່ຄວາມສະຫງົບ ເປັນປົກກະຕິໂດຍໄວ.

ໃນເວລາດຽວກັນ, ລັດຖະບານ ແລະ ປະຊາຊົນລາວ ກໍ່ສະແດງຄວາມຂອບໃຈ ຕໍ່ຝ່າຍຈີນ ທີ່ໄດ້ເບິ່ງແຍງດູແລຄົນລາວ ທີ່ຢູ່ ສປ ຈີນ ເປັນຢ່າງດີ ໂດຍສະເພາະ ນັກສຶກສາລາວ ຈຳນວນ 37 ຄົນ ທີ່ຢູ່ເມືອງອູຫັ້ນ ແລະ ຢູ່ເມືອງ ອື່ນໆ ລວມທັງໝົດ 242 ຄົນ, ຊຶ່ງລັດຖະບານລາວ ໄດ້ມອບໝາຍໃຫ້ກະຊວງການຕ່າງປະເທດ, ສະຖານທູດ-ສະຖານກົງສູນລາວ ປະຈຳ ສປ ຈີນ ເອົາໃຈຕິດຕາມເບິ່ງແຍງ, ຊ່ວຍເຫຼືອ ແລະ ປະສານກັບນັກສຶກສາເຫຼົ່ານັ້ນ ເປັນປົກກະຕິ, ຊຶ່ງໄດ້ຮັບຂ່າວວ່າ ເຂົາເຈົ້າທຸກຄົນ ມີສຸຂະພາບແຂງແຮງດີ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງປະຊາຊົນລາວ ແລະ ຜູ້ທີ່ອາໄສຢູ່ລາວ ບໍ່່ໃຫ້ວິຕົກກັງວົນເກີນກວ່າເຫດ, ພ້ອມກັນຕອບຕ້ານການໂຄສະນາຊວນເຊື່ອ, ໃສ່ຮ້າຍປ້າຍສີ ທີ່ບໍ່ມີມູນຄວາມຈິງ ຫຼື ຫວັງແບ່ງແຍກ, ສ້າງຄວາມປັ່ນປ່ວນໃນສັງຄົມ, ພ້ອມກັນນັ້ນ ກໍ່ໃຫ້ ສຶກສາ ແລະ ຮູ້ວິທີປ້ອງກັນພະຍາດໃນສະພາບການປ້ອງກັນການລະບາດ, ທຸກພາກສ່ວນກ່ຽວຂ້ອງຕ້ອງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບໍ່່ສວຍໂອກາດຫາຜົນປະໂຫຍດ ໂດຍການຂຶ້ນລາຄາສິນຄ້າ, ເຄື່ອງປ້ອງກັນພະຍາດ ໂດຍສະເພາະ ຜ້າອັດປາກ.

ພ້ອມດຽວກັນນີ້ ພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ຕິດຕາມ ແລະ ສະກັດກັ້ນບັນຫານີ້ຢ່າງໃກ້ຊິດ; ສືບຕໍ່ຈັດຕັ້ງການລະດົມການບໍລິຈາກ ນໍາພະນັກງານລັດຖະກອນ, ພາກທຸລະກິດ ແລະ ທົ່ວສັງຄົມ ດ້ວຍຄວາມສະໝັກໃຈ ຈັດຊື້້ຜ້າອັດປາກອັດດັງ, ນໍ້າຢາລ້າງມື ແລະ ອຸປະກອນການແພດທີ່ຈໍາເປັນ ເພື່ອໄປຊ່ວຍເຫຼືອປະຊາຊົນຈີນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດປອດອັກເສບ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝໂຄໂຣນາໄວຣັສ.

ພາບ-ຂ່າວ: ກົມປະຊາສຳພັນ ສນຍ