ທີມບານເຕະຊາຍ ແຂວງຜົ້ງສາລີ ເນັ້ນໃຊ້ນັກເຕະແຂວງ 80%ມາເກັບຕົວ ແລະ ທົດສອບທີມທີ່ ນວ

266

ເປັນອີກທີມທີ່ໜ້າຕິດຕາມໃນການແຂ່ງຂັນບານເຕະຊາຍປະຈໍາມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ສໍາລັບທີມບານເຕະຊາຍ ແຂວງຜົ້ງສາລີ ແມ່ນໄດ້ເນັ້ນໃຊ້ນັກເຕະຂອງແຂວງ 80%ແລະ ປັດຈຸບັນແມ່ນໄດ້ມາເກັບຕົວທີ່ນະຄອນຫຼວງວຽງຈັນ ( ນວ ) ແລະ ກຽມລົງທົດສອບທີມໃນລາຍການມິດຕະພາບ 4 ທີມ ຊຸດກີລາແຫ່ງຊາດ ລະຫວ່າງວັນທີ 4-8 ກຸມພາ 2020.

ຕາມການລາຍງານຂອງ ທ່ານ ອຸ່ນຄໍາ ດາຫຼວງ ຄະນະຮັບຜິດຊອບທີມເຕະບານແຂວງຜົ້ງສາລີ ທີ່ກຽມເຂົ້າຮ່ວມມະຫະກຳກີລາແຫ່ງຊາດ ກ່າວວ່າ:ແຂວງຜົ້ງສາລີ ແມ່ນໄດ້ກະກຽມນັກກີລາບານເຕະມາຕັ້ງແຕ່ເດືອນກັນຍາ ແລະ ມາຮອດເດືອນທັນວາ 2019 ແມ່ນໄດ້ຕັດຕົວນັກກີລາເຫຼືອ 19 ຄົນ ກ່ອນເຂົ້າເກັບຕົວຝຶກຊ້ອມໃນເດືອນມັງກອນທີ່ສະຫະພັນບານເຕະແຫ່ງຊາດລາວທີ່ບ້ານຫ້ວຍຫົງນະຄອນຫຼວງວຽງຈັນ.

“ ທ່ານ ວຽງສະຫວັນ ໄຊຍະບູນ ເປັນຫົວໜ້າຄູຝຶກມາຈາກກອງທັບ ຈະມາຊ່ວຍຝຶກທາງດ້ານເຕັກນິກ, ສຳລັບເປົ້າໝາຍແມ່ນຈະເຮັດໃຫ້ດີທີ່ສຸດສ່ວນນັກກີລາລູກຫຼານແຂວງຜົ້ງສາລີ ກວມ 80%, ສຳລັບງົບປະມານໃນຄັ້ງນີ້ທີມບານເຕະຜົ້ງສາລີ ແມ່ນໄດ້ນຳໃຊ້ງົບປະມານຂອງລັດແມ່ນ 70 ລ້ານກີບ ເນື່ອງຈາກງົບປະມານມີຈຳກັດ ຖ້າຫາກບໍ່ພຽງພໍທາງສະຫະພັນບານເຕະແຂວງຜົ້ງສາລີ ຈະຄົ້ນຄວ້າຫາຜູ້ສະໜັບສະໜູນຕື່ມ ”,ຄະນະຮັບຜິດຊອບທີມບານເຕະແຂວງຜົ້ງສາລີກ່າວ.

ຫຼ້າສຸດ ທ່ານ ວຽງສະຫວັນ ໄຊຍະບູນ ຫົວໜ້າຄູຝຶກທີມແຂວງຜົ້ງສາລີ ເປີດເຜີຍໃນອາທິດທີ່ຜ່ານມາວ່າ: ໃນເບື້ອງຕົ້ນແມ່ນໄດ້ນັກເຕະ 19 ຄົນ ແລະ ປັດຈຸບັນໄດ້ມາເພີ່ມເປັນ 23 ຄົນ. ໃນນັ້ນ, ໃຊ້ນັກເຕະທີມຊາດລາວມາເສີມ 1 ຄົນໄດ້ແກ່ ວັນນາ ບຸນຫຼໍ່ວົງສາ ກອງຫຼັງຈາກສະໂມສອນ ຊ້າງນ້ອຍ ເອັຟຊີ, ເຊິ່ງໄດ້ຝຶກຊ້ອມທີ່ເດີ່ນບານເຕະສະຫະພັນບານເຕະແຫ່ງຊາດລາວໃນຕົ້ນເດືອນມັງກອນທີ່ຜ່ານມາ ແລະ ມາຮອດປັດຈຸບັນເຫັນວ່າມີຄວາມພ້ອມເປັນລໍາດັບ ແຕ່ຍັງຕ້ອງເນັ້ນເລື່ອງການສ້າງຄວາມແຂງແກ່ນໃຫ້ກັບຮ່າງກາຍ ແລະ ເຕັກນິກຕ່າງໆເພີ່ມໄວໆນີ້ຈະມີການລົງທົດສອບທີມກັບນະຄອນຫຼວງ, ສະຫວັນນະເຂດ ແລະ ຊຽງຂວາງ ໃນລາຍການມິດຕະພາບ.

ສໍາລັບທັບນັກກີລາບານເຕະຊາຍຂອງແຂວງຜົ້ງສາລີ ແມ່ນບໍ່ສາມາດຜ່ານເຂົ້າແບ່ງກຸ່ມໄດ້ ໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ເປັນເຂົ້າພາບໃນປີ 2014, ສ່ວນປີ 2020 ໄດ້ລົງທົດສອບທີມໃນລາຍການມິດຕະພາບ 4 ທີມໂດຍຈະທົດສອບກັບນະຄອນຫຼວງ, ສະຫວັນນະເຂດ ແລະ ຊຽງຂວາງ ລະຫວ່າງວັນທີ 4-8 ກຸມພາ 2020 ທີ່ສະໜາມເຈົ້າອານຸວົງກ່ອນລຸຍມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໃນປີ 2020 ໂດຍນັດທໍາອິດເສຍໃຫ້ກັບ ສະຫວັນນະເຂດ.

(ຄໍາສອນ; ຮູບຈາກ: ສຕລ)