ອັດຕະປື ສືບຕໍ່ລະດົມທຶນເທທອງເຫຼືອງ ຫຼໍ່ຮູບປັ້ນສ່ວນຫົວ ພະເຈົ້າໄຊຍະເຊດຖາທິລາດ

220

ມາຮອດວັນທີ 4 ກຸມພາ 2020 ໄດ້ມີແກ້ວແກ່ນສັດທາຂອງພຸດທະບໍລິສັດ, ຜູ້ປະກອບການທົ່ວສັງຄົມ, ຫົວໜ່ວຍທຸລະກິດ ແລະ ພໍ່ແມ່ປະຊາຊົນ ກໍ່ຄືຜູ້ ໃຈບຸນ ໃຈສັດທາທັງຫລາຍ ໄດ້ປະກອບສ່ວນເປັນຈຳນວນຫລາຍ ລ້າສຸດ ມີທັງໝົດ 281 ພາກສ່ວນ ໄດ້ທອງເຫຼືຶອງ ເກືອບ 2 ໂຕນ ເປັນເງິນ ຈຳນວນ 97.595.000 ກີບແລ້ວ.

ບັນຍາກາດການເປີດຮັບບໍລິຈາກສົມທົບທຶນແມ່ນຍັງສືບຕໍ່ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງຢູ່ ເຊິ່ງໃນເບື້ອງຕົ້ນອຳນາດການປົກແຂວງອັດຕະປື ໄດ້ເປີດຮັບການປະກອບສ່ວນສົມທົບທຶນ ຢູ່ຈຸດກໍ່ສ້າງທີ່ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ຫ່າງຈາກ ບ້ານທາດພະໄຊ ປະມານ 1 ກິໂລແມັດ ແລະ ເຈົ້າຂອງໂຄງການໄດ້ຍົກຍ້າຍ ເປີດຮັບການບໍລິຈາກທອງເຫຼືອງ ເລີ່ມແຕ່ວັນທີ 3 ກຸມພາ 2020 ເປັນຕົ້ນມາ ໂດຍຜ່ານລະບົບທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ສາມາດໂອນເງິນຜ່ານເຄົາເຕີ້ທຸກສາຂາ, ບີຊີເອລວັນ ໄອແບ້ງ ແລະ ຕູ້ເອທີເອັມ ເປັນຕົ້ນ ທີ່ໝາຍເລກບັນຊີ 080110001698102001 ສົມເດັດພະເຈົ້າ ໄຊຍະເຊດຖາທິລາດນັ້ນ ຫຼື ວ່າທ່ານໃດຫາກມີຄວາມສະດວກ ແມ່ນສາມາດເຂົ້າມາປະກອບສ່ວນດ້ວຍຕົວທ່ານເອງ ຜ່ານລະບົບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ວັດທາດພະໄຊ ບ້ານທາດພະໄຊ ເມືອງໄຊເຊດຖາ ແຂວງ ອັດຕະປື.

ດັ່ງນັ້ນ ຮຽກມາຍັງທຸກທ່ານທົ່ວສັງຄົມທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ທີ່ມີຈິດໃຈຮ່ວມທຳບຸນກຸສົນເຂົ້າການເທທອງເຫລືອງ ຫລໍ່ພະສຽນ ເຈົ້າໄຊຍະເຊດຖາທິລາດ ມາຫາຣາດ ຊົງປະທັບຊ້າງ ນຳໜັກ 18 ໂຕນ, ມູນຄ່າທອງເຫຼືອງ 1 ກິໂລກຣາມ 50,000 ກີບ ເລີ່ມແຕ່ວັນທີ 3 ກຸມພາ 2020 ເປັນຕົ້ນໄປ ທ່ານສາມາດໂອນເງິນສົມທົບທຶນໄດ້ຕາມເງື່ອນໄຂຄວາມສະດວກຂອງທ່ານທ່ານຈົນຮອດວັນທີ 6 ກຸມພາ 2020 ທີ່ຈະມາເຖິງນີ້.

ບ້ານວັດທາດ ເມືອງໄຊເສດຖາ ຫ່າງຈາກແຂວງ ອັດຕະປື ປະມານ 15 ກິໂລແມັດ ມີຊື່ເດີມວ່າວັດທາດຈຸນລະມະນີ ເຊິ່ງສະຖິດອັດຖີຂອງ ພະເຈົ້າໄຊຍະເຊດຖາທິລາດ (ຮຽກວ່າ ພະເຈົ້າເສດຖະວັງໂສ) ພະອົງ ແມ່ນໜຶ່ງໃນຈຳນວນບັນພະບູລຸດ ເຊື້ອກະສັດຂອງລາວ ທີ່ອົງອາດກ້າແກ່ນ ບໍ່ຍອມຈຳນົນ.ມີບົດບາດຂຶ້ນຄອງລາດ ປົກຄອງ ນະຄອນຊຽງທອງ, ນະຄອນຊຽງໃໝ່ ແລະ ລົງມາເຄື່ອນໄຫວປັບປຸງກຳລັງຢູ່ ເມືອງຣາມາລັກອົງການ (ອັດຕະປື) ໃນປີ ຄ.ສ 1572 ຖືກທ້າວ ພະຍານະຄອນ ໃຊ້ກົນອຸບາຍ ແລະ ຄາດຕະກຳເຮັດໃຫ້ພະອົງ ເຖິງແກ່ສະຫວັນນະຄົດໃນມື້ແຮມ 3 ຄ່ຳ (ເດືອນ3) ຄສ 1572.

ໂດຍ: ມາລາທິບ