ປີ 2019 ເມືອງ ທ່າແຕງ ພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 64 ກໍລະນີ

85

ໃນວັນທີ 4 ກຸມພາ 2020 ນີ້ ຫ້ອງການສາທາລະນະສຸກເມືອງ ທ່າແຕງ ໄດ້ສະຫຼຸບການເຄື່ອນໄຫວຕອບໂຕ້ ແລະ ຄວບຄຸມພະຍາດໄຂ້ຍຸງລາຍປະຈໍາປີ 2019 ຂຶ້ນທີ່ສະໂມສອນຂອງເມືອງທ່າແຕງ ແຂວງ ເຊກອງ ໂດຍການເປັນປະທານຂອງທ່ານ ກໍລະກັນ ບຸດສະບາ ຫົວໜ້າຫ້ອງການສາທາລະນະສຸກເມືອງທ່າແຕງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ເຊກອງ, ມີຫົວໜ້າ-ຮອງຫ້ອງການ,ຫົວໜ້າສຸກສາລາ, ເຂດຈຸດສຸ່ມພັດທະນາ, ຄະນະສະເພາະກິດຂັ້ນເມືອງແລະຂັ້ນບ້ານໃນເທດສະບານເມືອງ ພ້ອມດ້ວຍນັກສຶກສາຝຶກງານຈາກໂຮງຮຽນວິທະຍາໄລວິທະຍາສາດສຸຂະພາບແຂວງ ຈໍາປາສັກເຂົ້າຮ່ວມ.

ທ່ານນາງ ຂັນ ບຸນເຮືອງສັກ ຮອງຫົວໜ້າຈຸງານລະບາດຫ້ອງການສາທາລະນະສຸກເມືອງທ່າແຕງ ໄດ້ລາຍງານຜົນການເຄື່ອນໄຫວຕອບໂຕ້ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ 1 ປີຜ່ານມາ ແລະ ທິດທາງແຜນການປີ 2020. ເຊິ່ງ 1 ປີຜ່ານມານີ້ ຫ້ອງການສາທາລະນະສຸກເມືອງທ່າແຕງ,ເວົ້າສະເພາະ ໜ່ວຍງານຕອບໂຕ້ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອຕອບໂຕ້ກັບພະຍາດດັ່ງກ່າວ. ໂດຍໄດ້ຕິດຕາມການລາຍງານປະຈໍາວັນຈາກໂຮງໝໍ,ສຸກສາລາ ແລະ ບ້ານ ໂດຍສະເພາະ ບ້ານທີ່ມີຄວາມສ່ຽງໃນ 1 ປີ ເຫັນວ່າມີຄົນເຈັບຕິດເຊື້ອພະຍາດໄຂ້ຍຸງລາຍມີ 64 ກໍລະນີ, ກວມເອົາ 14 ບ້ານທົ່ວເມືອງທ່າແຕງຄື:ບ້ານຫ້ວຍຊາຍມີ 23 ກໍລະນີ,ທ່າງແຕງເໜືອ 14 ກໍລະນີ,ທ່າແຕງໃຕ້ 6 ກໍລະນີ,ຫົວເຊໂດນ 5 ກໍລະນີ,ຈຸງຮຸງໄຕ້,ກັນດອນບ້ານລະ 3 ກໍລະນີ,ຫຼັກຂາວ,ກໍາກອກເກົ່າບ້ານລະ 2 ກໍລະນີ,ກະປື,ໝືນກາງ,ສະທື,ກາເຟ,ທົ່ງໂກງ ແລະ ບ້ານ ປະຫຼາຍມີບ້ານລະ 1 ກໍລະນີ. ໃນຈໍານວນ 64 ກໍລະນີ ແມ່ນບໍ່ມີຜູ້ເສຍຊີວິດ.

ໄລຍະຜ່ານມາໜ່ວຍງານ ໄດ້ລົງຄົ້ນຫາກໍລະນີ ພ້ອມທັງໃຫ້ສຸຂະສຶກສາແກ່ປະຊາຊົນກັບທີ່ – ທີ່ໄດ້ເຮັດການທົດລອງເປັນບ້ານຕົວແບບການຄວບຄຸມພະຍາດໄຂ້ຍຸງລາຍມີ 3 ບ້ານຄື:ບ້ານຫ້ວຍຊາຍ, ບ້ານທ່າແຕງເໜືອ ແລະ ບ້ານທ່າແຕງໄຕ້, ການລົງສໍາຫຼວດແຫຼ່ງເຜາະພັນໜອນນໍ້າ,ຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບພະຍາດໄຂ້ຍຸງລາຍໃຫ້ຄະນະສະເພາະກິດຂັ້ນບ້ານ,ສ້າງຂະບວນກາອະນາໄມລວມອື່ນໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງບ້ານທຸກຂັ້ນໃນການຕອບໂຕ້ ແລະ ຄວບຄຸມກັບພະຍາດໄຂ້ຍຸງລາຍຢ່າງເຂັ້ມງວດ.

ພ້ອມນີ້ ຜູ້ເຂົ້າຮ່ວມໄດ້ສຸ່ມໃສ່ເພື່ອຖອດຖອນບົດຮຽນໃນຕໍ່ໜ້າໂດຍກຳນົດເອົາພື້ນທີ່ຍັງມີຄວາມສ່ຽງສູງ ເພື່ອລົງໂຄສະນາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນແລະທໍາລາຍແຫລ່ງເພາະພັນ,ການໃຫ້ຄວາມຮູ້ແກ່ພະນັກງານທົ່ວໄປກ່ຽວກັບພະຍາດໄຂ້ຍຸງລາຍ,ການໃຫ້ສຸຂະສຶກສາແກ່ຄອບຄົວຂອງຄົນເຈັບທີ່ມາກວດ,ນອນໂຮງໝໍແລະປິ່ນປົວຢູ່ສຸກສາລາພາຍໃນເຂດ,ວິທີການ,ມາດຕະການຕອບໂຕ້ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ,ການສະກັດກັ້ນການແຜ່ລະບາດຂອງພະຍາດຕ່າງໆ,ການສໍາຫຼວດຂອງໜອນນໍ້າ,ການສ້າງຂະບວນ

ການ,ສ້າງກຸ່ມສໍາຫຼວດໃຫ້ປະຕິບັດຕາມຫຼັກການ 5 ປໍ,ການຂະຫຍາຍບ້ານຕົວແບບ ແລະ ຄັດເລືອກເອົາຫ້ອງການຕົວແບບໃນການຕອບໂຕ້ ແລະ ຄວບຄຸມພະຍາດດັ່ງກ່າວ ແລະ ຮັບຟັງວິທີການຕອບໂຕ້ຂອງພະ¬ຍາດອັກ¬ເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ Novel Corona Virus ຢ່າງຮັດກຸມ ເພື່ອຕອບໂຕ້ ແລະ ສະກັດກັ້ນຂອງກັບພະຍາດດັ່ງກ່າວທີ່ອາດຈະເກີດຂຶ້ນໃນຕໍ່ໜ້າຢ່າງເຂັ້ມງວດ.ໂອກາດດຽວກັນຍັງໄດ້ມອບໃບຍ້ອງຍໍ,ໃບຊົມເຊີຍຂອງທ່ານຫົວໜ້າພະແນກສາທາລະນະສຸກແຂວງເຊກອງໃຫ້ 3 ບ້ານຕົວແບບທີ່ມີຜົນງານປະກອບສ່ວນເຂົ້າວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍປະຈໍາປີ 2019 ຕື່ມອີກ.

ໂດຍ: ພອນ ບຸນ