ອີຢູເຕືອນອັງກິດກ່ອນແຍກຈາກສ່ຽງບໍ່ໄດ້ເຂົ້າຮ່ວມຕະຫຼາດດຽວ

130
Mandatory Credit: Photo by HAYOUNG JEON/EPA-EFE/Shutterstock (10421964c)President of France Emmanuel Macron (L), German Chancellor Angela Merkel (2R), and British Prime Minister Boris Johnson (R) meet after the United Nations (UN) Climate Action Summit 2019 at the UN headquarters in New York, USA, 23 September 2019. German Chancellor Merkel visits the US to attend the United Nations Climate Summit and General Assembly.German Chancellor Merkel meets British Prime Minister Johnson and French President Macron at UN, New York, USA - 23 Sep 2019

ຜູ້ນໍາສະຫະພາບເອີຣົບຫຼືອີຢູກ່າວເຕືອນອັງກິດເປັນຄັ້ງສຸດທ້າຍໃນວັນທີ31ເດືອນ ມັງກອນປີ2020ທີ່ຜ່ານມາກ່ອນອອກຈາກການເປັນສະມາຊິກຂອງອີຢູຢ່າງເປັນທາງການໃນວັນທີ1ເດືອນ ກຸມພາໂດຍລະບຸວ່າອັງກິດຈະບໍ່ມີສິດໄດ້ໃນການເຂົ້າເຖິງຕະຫຼາດດຽວຂອງອີຢູຫາກບໍ່ຍອມຮັບກົດລະບຽບດ້ານຕ່າງໆເຊັ່ນສິ່ງແວດລ້ອມ,ແຮງງານ,ການເຄື່ອນຍ້າຍຜູ້ຄົນ ແລະ ພາສີເປັນຕົ້ນ.

ໂດຍຜູ້ນໍາຂອງ3ສະຖາບັນຫຼັກອີຢູປະກອບມີ:ຊານ ໄມເຄິນ ປະທານຄະນະມົນຕີເອີຣົບ,ເດວິດ ຊາໂຊລີ ປະທານສະພາເອີຣົບ ແລະ ເອີຊູລາ ຟອນ ເດິລາເຢນ ປະທານຄະນະກໍາມາທິການເອີຣົບຮ່ວມກັນຂຽນບົດສະແດງຄວາມຄິດເຫັນເຊິ່ງເຜີຍແຜ່ໂດຍສື່ຂອງອີຢູຫຼາຍແຫ່ງກ່າວເຖິງອັງກິດວ່າຫາກປາສະຈາກການເປັນສະມາຊິກອັງກິດກໍຈະບໍ່ໄດ້ຮັບສິດທິຂອງສະມາຊິກ,ຫາກອັງກິດບໍ່ຍອມຮັບການເຄື່ອນຍ້າຍຜູ້ຄົນໂດຍເສລີກໍຈະບໍ່ໄດ້ຮັບສິດທິໃນການເຄື່ອນຍ້າຍສິນຄ້າ ແລະ ບໍລິການຢ່າງເສລີເຊັ່ນກັນ.

ອັງກິດກຽມອອກຈາກອີຢູໃນວັນທີ1ກຸມພາ ແລະ ຈະເຂົ້າສູ່ໄລຍະປ່ຽນຜ່ານຈົນເຖິງເດືອນ ທັນວາປີ2020ໂດຍໄລຍະເວລາດັ່ງກ່າວອັງກິດຕິອງເຈລະຈາກັບທາງອີຢູໃນເລື່ອງສໍາຄັນຕ່າງໆເຊິ່ງຈະກໍານົດຄວາມສໍາພັນລະຫວ່າງອັງກິດ ແລະ ອີຢູໃນອະນາຄົດເຊັ່ນເລື່ອງການຄ້າ,ພາສີອາກອນ ແລະ ການປະມົງເປັນຕົ້ນ.

ທັງນີ້,ອີຢູຢືນຢັນວ່າ:ອັງກິດຕ້ອງຍອມຮັບກົດລະບຽບຂອງອີຢູເພື່ອບໍ່ເປັນການເອົາປຽບປະເທດສະມາຊິກຫາກຕ້ອງການຢູ່ໃນຕະຫຼາດດຽວກັນຂອງອີຢູ.