ລັດຖະບານເຝົ້າລະວັງໂຄໂຣນາຢ່າງໃກ້ຊິດ ສ່ວນນັກສຶກສາລາວຢູ່ອູຮັ່ນປອດໄພດີ

88

ລັດຖະບານໄດ້ເອົາໃຈໃສ່ຕິດຕາມສະຖານະການການແຜ່ລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ໄວຣັສໂຄໂຣນາ ( Novel Corona virus-nCoV ) ຫາທຸກວິທີທາງໃນການຮັບມືລວມທັງໄດ້ກຳນົດຈຸດປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍ 103 ພ້ອມມີສາຍດ່ວນ 166 ໃຫ້ຜູ້ສົງໄສວ່າມີອາການໂທໄດ້ຕະຫຼອດ 24 ຊົ່ວໂມງ.

ມາຮອດວັນທີ 3 ກຸມພາ ຍອດຜູ້ຕິດເຊື້ອເພີ່ມຂຶ້ນເປັນ 20.438 ຄົນ ເສຍຊີວິດແລ້ວ 425 ຄົນ, ສ່ວນນັກສຶກສາລາວຢູ່ເມືອງອູຮັ່ນຈຳນວນ 37 ຄົນ ມີສຸຂະພາບແຂງແຮງດີ ແລະ ໄດ້ຮັບການດູແລຢ່າງໃກ້ຊິດຈາກສະຖານທູດລາວ ແລະ ກົງສຸນປະຈຳ ສປ ຈີນ.

ໃນວັນທີ 4 ກຸມພາ 2020 ກະຊວງສາທາລະນະສຸກຮ່ວມມືກັບອົງການຈັດຕັ້ງສາກົນຈັດກອງປະຊຸມຂໍການສະໜັບສະໜູນຈາກຄູ່ຮ່ວມພັດທະນາສາກົນ ເພື່ອປຶກສາຫາລືໃນການກຽມພ້ອມຮັບມື ແລະ ລາຍງານເຖິງສະພາບການລະບາດຂອງພະຍາດປອດອັກເສບຈາກໄວຣັສໂຄໂຣນາໃນທົ່ວໂລກ ແລະ ສະພາບການຢູ່ໃນ ສປປ ລາວ.

ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ກ່າວວ່າ: ກອງປະຊຸມດັ່ງກ່າວເພື່ອລາຍງານສະພາບການເກີດພະຍາດປອດອັກເສບສາຍພັນໃໝ່ຢູ່ໃນທົ່ວໂລກ ແລະ ໃນ ສປປ ລາວ ພ້ອມທັງໄດ້ນຳສະເໜີການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ກະຊວງສາທາລະນະສຸກໄດ້ວາງອອກ ເພື່ອກັນ ແລະ ຄວບຄຸມພະຍາດດັ່ງກ່າວ ເຊັ່ນ: ວຽກງານຈຸດຜ່ານແດນ ແລະ ກັກກັນ, ການເຝົ້າລະວັງ ແລະ ການວິເຄາະຫາເຊື້ອພະຍາດ, ການປ້ອງກັນການຕິດເຊື້ອ ແລະ ການຄຸ້ມຄອງກໍລະນີຄົນເຈັບ, ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງ, ວຽກພາລາທິການ, ແຜນການ ແລະ ການເງິນໃຫ້ບັນດາຄູ່ຮ່ວມພັດທະນາໄດ້ຮັບຮູ້

ໂດຍຢາກຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາສາກົນໃຫ້ການສະໜັບສະໜູນຊ່ວຍເຫຼືອ ກະຊວງສາທາລະນະສຸກໃນສິ່ງທີ່ຈຳເປັນທາງການແພດ ເພື່ອໃຊ້ໃນກໍລະນີທີ່ອາດເກີດລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ໄວຣັສ ໂຄໂຣນາ ( Novel Corona virus-nCoV ) ໃນ ສປປ ລາວ ໂດຍສະເພາະແມ່ນເຄື່ອງມືທາງການແພດທີ່ໃຊ້ໃນການກວດວິເຄາະຫາເຊື້ອພະຍາດ ເພື່ອສະໜອງໃຫ້ບັນດາແຂວງທີ່ຍັງບໍ່ທັນມີເຄື່ອງມືຄົບຊຸດ.

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາເປີດເຜີຍຕໍ່ສື່ມວນຊົນໃນວັນທີ 3 ກຸມພາ 2020 ໃຫ້ຮູ້ວ່າຕື່ມວ່າ: ສູນວິເຄາະ ແລະ ລະບາດວິທະຍາໄດ້ຮັບຜົນກວດຈາກກໍລະນີສົງໄສ 11 ກໍລະນີ ຫຼັງຈາກກວດຫາເຊື້ອແມ່ນບໍ່ພົບແຕ່ກໍຕ້ອງໄດ້ຕິດຕາມອາການອີກ 14 ວັນ ສໍາລັບໄລຍະເວລາໃນການບົ່ງມະຕິພະຍາດແມ່ນ 4 ຊົ່ວໂມງ. ນອກຈາກນີ້, ຍັງມີແຜນຂະຫຍາຍເຄື່ອງວິເຄາະ Real time PCR ໄປຍັງ ແຂວງພາກເໜືອທີ່ມີຄວາມສ່ຽງ ເຊັ່ນ: ແຂວງຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ ເພື່ອໃຫ້ທີມແພດກວດຫາຜູ້ທີ່ຕິດເຊື້ອໄດ້ວ່ອງໄວຂຶ້ນ.

ທ່ານ ບົວແກ້ວ ພູມວົງໄຊ ຫົວໜ້າກົມການຂ່າວ ໂຄສົກກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວໃນວັນທີ 3 ກຸມພາ 2020 ວ່າ: ສົກຮຽນ 2019 – 2020 ມີນັກສຶກສາລາວຮຽນຢູ່ ສປ ຈີນ 8.230 ຄົນ ຍິງ 3.542 ຄົນ ເຊິ່ງສ່ວນຫຼາຍໄດ້ກັບມາລາວໃນໄລຍະພັກບຸນປີໃໝ່ຈີນ ຫຼື ກຸດຈີນ ເຮັດໃຫ້ນັກສຶກສາລາວທີ່ຍັງຢູ່ຈີນ 205 ຄົນ ຍິງ 53 ຄົນ, ສະເພາະຢູ່ເມືອງອູຮັ່ນ ມີນັກສຶກສາຍັງເຫຼືອຢູ່ 37 ຄົນ ຍິງ 18 ຄົນ, ທຸກຄົນຍັງມີສຸຂະພາບແຂງແຮງດີ ແລະ ໄດ້ຮັບການດູແລຢ່າງໃກ້ຊິດຈາກສະຖານທູດ, ສະຖານກົງສຸນຢ່າງເປັນປະຈຳ ແລະ ທາງການຈີນ. ພິເສດທາງໂຮງຮຽນໄດ້ຈັດຫານໍ້າດື່ມ ແລະ ອາຫານການກິນໄວ້ບໍລິການ ແລະ ເປີດຮ້ານຄ້າພາຍໃນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ໃຫ້ສຳພາດໃນຕອນແລງຂອງວັນທີ 3 ກຸມພາ ວ່າ: ນັກທ່ອງທ່ຽວທີ່ຕິດເຊື້ອພະຍາດໄວຣັສໂຄໂຣນາ ສາຍພັນໃໝ່ ຕາມກະແສຂ່າວນັ້ນໄດ້ເດີນທາງມາຮອດລາວໃນວັນທີ 26 ມັງກອນ 2020 ແລະ ເດີນທາງກັບປະເທດຈີນ ໃນວັນທີ 31 ມັງກອນ 2020 ພາຍຫຼັງກັບປະເທດຜູ້ກ່ຽວໄດ້ເຂົ້າຮັບການກວດສຸຂະພາບ ແລະ ຜົນກວດພົບວ່າ: ຕິດເຊື້ອພະຍາດໄວຣັສໂຄໂຣນາສາຍພັນໃໝ່, ສ່ວນໄລຍະທີ່ນັກທ່ອງທ່ຽວຕິດເຊື້ອໄດ້ທ່ອງທ່ຽວຢູ່ລາວແມ່ນຢູ່ໃນໄລຍະພະຍາດບົ່ມເຊື້ອ, ຍັງບໍ່ທັນເປັນໄລຍະແຜ່ເຊື້ອ ແລະ ປັດຈຸບັນທຸກໂຮງໝໍພາຍໃນແຂວງຫຼວງພະບາງ ຍັງບໍ່ມີການລາຍງານຕົວເລກຜູ້ຕິດເຊື້ອ ແຕ່ຍັງມີການເຝົ້າລະວັງຢ່າງໃກ້ຊິດ.

ພາບປະກອບຂ່າວ

ສຳນັກຂ່າວ ຊິນຮວາ ໄດ້ລາຍງານສະຖານະການໃນວັນທີ 4 ກຸມພາຜ່ານມາວ່າ: ມາຮອດວັນທີ 3 ກຸມພາ ຍອດຜູ້ຕິດເຊື້ອພະຍາດດັ່ງກ່າວສາມາດຮັກສາເຊົາດີ ແລະ ອອກຈາກໂຮງໝໍແລ້ວ 632 ຄົນ, ສ່ວນຜູ້ຕິດເຊື້ອຍັງຄົງເພີ່ມຂຶ້ນຮອດ 20.438 ຄົນ ແລະ ເສຍຊີວິດແລ້ວ 425 ຄົນ.

ສະນັ້ນ, ທຸກໆພາກສ່ວນຕ້ອງເປັນເຈົ້າການໃນການປ້ອງກັນຮ່ວມກັນ ຖ້າມີອາການສົງໄສສາມາດແຈ້ງໄດ້ທີ່ສາຍດ່ວນ 166 ຕະຫຼອດ 24 ຊົ່ວໂມງ ( ພາສາລາວ, ອັງກິດ ແລະ ຈີນ ).