ຊຽວມີ ວາງຈຳໜ່າຍຕູ້ລ້ຽງປາອັດສະລິຍະຄວບຄຸມຜ່ານສະມາດໂຟນ

111

ບໍລິສັດ ຊຽວມີ ( Xiaomi ) ວາງຈຳໜ່າຍຕູ້ລ້ຽງປາອັດສະລິຍະ Xiaomi Geometry Control AI Fish Tank ທີ່ສາມາດໃຫ້ອາຫານປາໄດ້ເອງ ແລະ ຍັງສາມາດຄວບຄຸມອຸນຫະພູມຂອງນ້ຳຜ່ານສະມາດໂຟນໄດ້.

ຕູ້ລ້ຽງປາດັ່ງກ່າວມີທັງໝົດສອງຂະໜາດໃຫ້ເລືອກໄດ້ແກ່ຂະໜາດ 15 ລິດ ແລະ 30 ລິດ ທີ່ໜ້າສົນໃຈ ຄື: ຫາກມີບາງສ່ວນຂອງຕູ້ເສຍຫາຍເຮົາບໍ່ຈຳເປັນຕ້ອງຊື້ໃໝ່ທັງຊຸດ ແຕ່ສາມາດຊື້ບາງສ່ວນມາປ່ຽນທົດແທນໄດ້.

ນອກຈາກຈະສາມາດຊື້ບາງຊິ້ນສ່ວນມາປ່ຽນໄດ້ແລ້ວ ຫາກອະນາຄົດທາງຜູ້ຜະລິດມີການອັບເດດອຸປະກອນບາງສ່ວນຊິ້ນໃໝ່ ຜູ້ໃຊ້ງານກໍສາມາດຊື້ຊິ້ນສ່ວນທີ່ມີການອັບເດດແລ້ວມາປ່ຽນແທນອັນເກົ່າໄດ້.

ຄຸນສົມບັດເດັ່ນຂອງ Xiaomi Geometry Control AI Fish Tank ຄື: ສາມາດໃຫ້ອາຫານປາແບບອັດຕະໂນມັດ ໂດຍການກົດປຸ່ມໃນຕົວຖັງ ຫຼື ຄວບຄຸມການໃຫ້ອາຫານຜ່ານແອັບພລິເຄຊັນໄດ້ ໃນສ່ວນຂອງລະບົບຄວບຄຸມອຸນຫະພູມນັ້ນເຮົາສາມາດຕັ້ງຄ່າໃຫ້ເໝາະສົມກັບປາແຕ່ລະຊະນິດໄດ້.

ກວດຈັບຄຸນນະພາບນ້ຳໄດ້: ຕົວຖັງມີລະບົບໃຫ້ອົກຊີ ສາມາດຍົກລະດັບ ແລະ ລະບົບກອງນ້ຳ 4 ຊັ້ນ ສາມາດຂ້າເຊື້ອແບັກທີເຣຍ ແລະ ຕົວຖັງນ້ຳຍັງມີລະບົບກວດຈັບຄຸນນະພາບຂອງນ້ຳ TDS ໂດຍຖັງນ້ຳຈະແຈ້ງເຕືອນໄປຫາສະມາດໂຟນຂອງຜູ້ໃຊ້ງານ ເມື່ອເຖິງເວລາປ່ຽນນ້ຳ.

[ ໂດຍ: ສົມລົດ ]

( ທີ່ມາ: www.xiaomitoday.com )