ມີ 193 ບໍລິສັດ ລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່

266

ປັດຈຸບັນທົ່ວປະເທດ ມີ 193 ບໍລິສັດ ລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່. ໃນນີ້, ຊອກຄົ້ນ ແລະ ສໍາຫຼວດແຮ່ທາດກວມອັດຕາສ່ວນຫຼາຍ, ສ່ວນແຫຼ່ງຜະລິດໄຟຟ້າຮອດປັດຈຸບັນມີທັງໝົດ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ. ໃນນີ້, ສາມາດສົ່ງອອກໄປຕ່າງປະເທດ 6 ພັນເມກາວັດ.

ໃນລະຫວ່າງວັນທີ 4 – 5 ກຸມພາ 2020 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ຈັດກອງປະຊຸມເປີດກວ້າງການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ ຄັ້ງທີ VIII ແລະ ທິດທາງແຜນການ 5 ປີ ຄັ້ງທີ IX ໂດຍການເປັນປະທານຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີທີ່ຜ່ານມາ ໄດ້ຮັບຜົນສຳເລັດ, ມີບາດກ້າວຂະຫຍາຍຕົວຢ່າງແຂງແຮງ ແລະ ສາມາດຕີລາຄາໄດ້ວ່າ: ພວກເຮົາບັນລຸຄາດໝາຍທີ່ວາງໄວ້ ເຊິ່ງມາຮອດປັດຈຸຸບັນນີ້ທົ່ວປະເທດພວກເຮົາໄດ້ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ.

ນອກຈາກນີ້, ພວກເຮົາຍັງມີ: ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ ລວມ 5 ແຫ່ງ, ໂຄງການພະລັງງານລົມ 4 ໂຄງການ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 71 ແຫ່ງ. ສໍາລັບການສົ່ງອອກໄປຈໍາໜ່າຍຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6.457 ເມກາວັດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຄຳມະນີ ອິນທິລາດ ກ່າວຕື່ມວ່າ: ຜົນສຳເລັດທີ່ສຳຄັນອີກອັນໜຶ່ງ ກໍແມ່ນພວກເຮົາໄດ້ເອົາໃຈໃສ່ວຽກງານພັດທະນາໄຟຟ້າໄປສູ່ຊົນນະບົດ, ໄປສູ່ເຂດພູດອຍ, ຫ່າງໄກສອກຫຼີກ, ເຂດທີ່ເປັນພື້ນຖານຂອງການປະຕິວັດໃນໄລຍະຕໍ່ຕ້ານ ໂດຍສະເພາະແມ່ນໄດ້ຖືເອົາວຽກງານດັ່ງກ່າວຕິດພັນຢ່າງສະໜິດແໜ້ນກັບການປະຕິບັດຍຸດທະສາດການພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ, ເຊິ່ງມາຮອດປັດຈຸບັນນີ້ ສາມາດສະໜອງໄຟຟ້າຮັບໃຊ້ໄດ້ 100% ຂອງເທສະບານແຂວງ, ນະຄອນຫຼວງ, 100% ຂອງເທສະບານເມືອງ, ນະຄອນ, ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວ ກວມເຖິງ 90% ຂອງຈຳນວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວ ກວມເຖິງ 95% ຂອງຈຳນວນຄອບຄົວໃນທົ່ວປະເທດ.

ພາບປະກອບຂ່າວເທົ່ານັ້ນ

ຄຽງຄູ່ກັບຜົນສຳເລັດໃນການພັດທະນາດ້ານພະລັງງານ, ວຽກງານບໍ່ແຮ່ກໍໄດ້ຮັບການພັດທະນາ ເຊິ່ງມີຜົນສຳເລັດທີ່ດີ ແລະ ສາມາດບັນລຸຄາດໝາຍທີ່ວາງໄວ້ ເຊິ່ງມາຮອດປັດຈຸບັນໄດ້ອະນຸຍາດໃຫ້ບໍລິສັດລົງທຶນໃນກິດຈະການທໍລະນີສາດ ແລະ ບໍ່ແຮ່ແລ້ວ ທັງໝົດ 193 ບໍລິສັດ. ໃນນັ້ນ, ປະຕິບັດວຽກງານຊອກຄົ້ນ ແລະ ສໍາຫຼວດແຮ່ທາດ 69 ບໍລິສັດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ – ເຕັກນິກ 43 ບໍລິສັດ ແລະ ດໍາເນີນການຂຸດຄົ້ນແຮ່ທາດ 81 ບໍລິສັດ