ມີ 400 ກວ່າຫົວໜ່ວຍ ນຳສິນຄ້າວາງສະແດງໃນບຸນນະມັດສະການພະທາດສີໂຄດຕະບອງ

143

ໃນລະຫວ່າງວັນທີ 4 – 8 ກຸມພາ 2020 ນີ້ ອຳນາດການປົກຄອງແຂວງຄຳມ່ວນ ໄດ້ຈັດງານບຸນນະມັດສະການພະທາດສີໂຄດຕະບອງ ປະຈຳປີຂຶ້ນໃນງານຄາດວ່າຈະມີ 400 ກວ່າຫົວໜ່ວຍທຸລະກິດ ນຳສິນຄ້າມາວາງສະແດງ ແລະ ຍັງມີກິດຈະກຳຫຼາຍຢ່າງທີ່ປິ່ນອ້ອມຕະຫຼອດງານອີກດ້ວຍ.

ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ໄດ້ໃຫ້ຮູ້ວ່າ: ການກະກຽມພື້ນຖານໂຄງລ່າງໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ປັບປຸງປົວແປງເສັ້ນທາງເລກທີ 11, ສ້ອມແປງເສັ້ນທາງບາງຈຸດໃນບໍລິເວນເດີ່ນພະທາດ, ການປະດັບປະດາດ້ວຍການທາສີກົມມະລຽນ, ທາດ ໃຫຍ່ – ນ້ອຍ, ສາລາກາງນໍ້າ, ສ້ອມແປງຫ້ອງນໍ້າພາຍໃນ ແລະ ນອກກົມມະລຽນ, ການຕົກແຕ່ງຕົ້ນໄມ້, ກິ່ງໄມ້ຢູ່ບາງຈຸດ ແລະ ປະດັບປະດາດ້ວຍດອກໄຟສີໃຫ້ມີຄວາມສະຫວ່າງສວຍງາມ.

ສ່ວນລາຍລະອຽດຂອງການຈັດງານບຸນປີນີ້ ຈະໄດ້ເລີ່ມແຕ່ວັນທີ 4 ກຸມພາ ຈະໄດ້ມີການເປີດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າຢ່າງເປັນທາງການ, ວັນທີ 6 ຂຶ້ນ 13 ຄໍ່າຈະໄດ້ມີການຕັກບາດຖວາຍສັງຄະທານຢູ່ຫໍພະຍາສີໂຄດ, ວັນທີ 7 ຂຶ້ນ 14 ຄໍ່າ ເລີ່ມແຕ່ເວລາ 12:00 ໂມງ ເຕົ້າໂຮມມວນຊົນຢູ່ຫ້ອງວ່າການປົກຄອງເມືອງທ່າແຂກ ກະກຽມແຫ່ຜາສາດເຜິ້ງລົງທາດເມືອງເກົ່າ ແລະ ໃນວັນທີ 8 ຂຶ້ນ 15 ຄໍ່າ ແມ່ນຈະໄດ້ຕັກບາດຖວາຍສັງຄະທານຢູ່ຫໍພະທາດສີໂຄດ.

ນອກຈາກວຽກງານທາງພຸດທະສາສະໜາແລ້ວ ພວກເຮົາຍັງເຊີນບັນດາເມືອງ, ຫົວໜ່ວຍບໍລິສັດຫ້າງຮ້ານທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດພໍ່ແມ່ປະຊາຊົນໃນທົ່ວແຂວງມາວາງຂາຍສິນຄ້າ ຄາດວ່າຈະມີຮ້ານຄ້າເຂົ້າຮ່ວມ 400 ກວ່າຮ້ານ, ສໍາລັບກິດຈະກຳແຂ່ງຂັນກີລາແມ່ນມີຢູ່ 4 ປະເພດ ຄື: ກີລາບານເຕະຊາຍ, ກະຕໍ້ ຍິງ – ຊາຍ, ບານສົ່ງຍິງ – ຊາຍ ແລະ ກີລາເປຕັງຍິງ – ຊາຍ. ພ້ອມນີ້, ກໍມີການເສັງກອງແຕ້ – ກອງຈິງ ແລະ ໃນຍາມຄໍ່າຄືນຂອງວັນທີ 6 – 8 ກຸມພາ ກໍມີການສະແດງສິລະປະຂອງບັນດານ້ອງນ້ອຍເຍົາວະຊົນທີ່ມາຈາກ 10 ຕົວເມືອງ, ໂຮງຮຽນອ້ອມຂ້າງ, ສູນວັດທະນະທຳເດັກ ແລະ ຄະນະໝໍລຳ. ພິເສດປີນີ້ໄດ້ເຊີນຄະນະໝໍລຳສີພັນດອນມາສະແດງພາຍໃນງານອີກດ້ວຍ.