ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງ ຈະຖືກປັບໃໝສູງສຸດ 10 ລ້ານກີບ

288

ປັດຈຸບັນ, ມີການລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາ ສາຍພັນໃໝ່ ເຊິ່ງນັບມື້ຮຸນແຮງຂຶ້ນ ແລະ ແພ່ລາມໄປຍັງບັນດາປະເທດຕ່າງໆໃນໂລກ. ສຳລັບ ປປ ລາວ, ກະຊວງສາທາລະນະສຸກໄດ້ອອກມາຢືນຢັນແລ້ວວ່າຍັງບໍ່ພົບກໍລະນີຕິດເຊື້ອໄວຣັສດັ່ງກ່າວ ແຕ່ເພື່ອຄວາມປອດໄພຂອງປະຊາຊົນພາຍໃນປະເທດ ແມ່ນມີຄວາມຕ້ອງການນຳໃຊ້ສິນຄ້າອຸປະກອນການແພດຫຼາຍຂຶ້ນ ເປັນຕົ້ນຜ້າອັດປາກ ແຕ່ໃນເວລາດຽວກັນພໍ່ຄ້າຊາວຂາຍຈຳໜຶ່ງກັບສວຍໂອກາດນີ້ຂຶ້ນລາຄາເປັນຫຼາຍທົບຈາກປົກກະຕິ.

ພາບປະກອບຂ່າວ

ຍ້ອນຄວາມຕ້ອງການຂອງຜູ້ຊົມໃຊ້ທີ່ສູງຂຶ້ນ ເຮັດໃຫ້ບັນດາພໍ່ຄ້າແມ່ຄ້າຫົວໃສຈໍານວນໜຶ່ງ ມີການປັບຂຶ້ນລາຄາສິນຄ້າຕາມລຳພັງ ໂດຍສະເພາະຜະລິດຕະພັນທາງການແພດ ເຊັ່ນ: ຜ້າອັດປາກ ເນື່ອງຈາກເປັນສິນຄ້າຂາດຕະຫຼາດ ແລະ ຫາຊື້ໄດ້ຍາກ. ແຕ່ທ່ານຮູ້ບໍວ່າ ການສວຍໂອກາດຂຶ້ນລາຄາສິນຄ້າ ໃນສະຖານະການບ້ານເມືອງພົບຄວາມຫຍຸ້ງຍາກ ຫຼື ວີກິດແມ່ນມີຄວາມຜິດທາງກົດໝາຍອາຍາຕາມມາດຕາ 277 ແລະ ມາດຕາ 278 ດັ່ງນີ້:

ພາບປະກອບຂ່າວ

ມາດຕາ 277 ການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ: ບຸກຄົນໃດ ຫາກໄດ້ສວຍໂອກາດຂຶ້ນລາຄາສິນຄ້າ, ຄ່າບໍລິການ ຫຼື ໄດ້ຂາຍສິນ ຄ້າແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ, ໄພຖ້ວມ ຫຼື ໃນເວລາທີ່ມີສະພາບການຫຍຸ້ງຍາກເກີດຂຶ້ນໃນທ້ອງຖິ່ນ ໃດໜຶ່ງ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ10.000.000 ກີບ.

ພາບປະກອບຂ່າວ

ມາດຕາ 278 ການກັກຕຸນສິນຄ້າ: ບຸກຄົນໃດ ຫາກໄດ້ກັກຕຸນ, ຊຸກເຊື່ອງສິນຄ້າ ໄວ້ໃນວິສາຫະກິດ, ບໍລິສັດ, ຫ້າງຮ້ານຂອງຕົນ ຫຼື ຢູ່ບ່ອນອື່ນເພື່ອສ້າງຄວາມປັ່ນປ່ວນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຈະຖືກລົງໂທດຕັດອິດສະຫຼະພາບແຕ່ ໜຶ່ງປີ ຫາ ສີ່ປີ ແລະ ຈະຖືກປັບໃໝແຕ່10.000.000 ກີບ ຫາ 50.000.000 ກີບ.

ພາບປະກອບຂ່າວ

ຂະນະທີ່, ກະຊວງສາທາລະນະສຸກ, ກົມອາຫານ ແລະ ຢາ ກໍ່ໄດ້ອອກມາແຈ້ງການ ສະບັບເລກທີ 1012/ກອຢ ລົງວັນທີ 3 ກຸມພາ 2020 ເຖິງຫົວໜ້າພະແນກສາທາລະນະສຸກ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ຫ້າມຂຶ້ນລາຄາຢາ ແລະ ຜະລິດຕະພັນການແພດ ທີ່ນໍາໃຊ້ເຂົ້າໃນການປ້ອງກັນພະຍາດອັກເສບປອດຮຸນແຮງ ທີ່ເກີດຂຶ້ນຈາກເຊື້ອຈຸລະໂຣກໄວຣັສໂຄໂຣນາສາຍພັນໃໝ່. ຖ້າກວດພົບເຫັນຜູ້ລະເມີດແມ່ນຈະຖືກປັບໃໝຕາມລະບຽບການ.