ສະຫວັນນະເຂດຢືນຢັນແລ້ວ ບໍ່ມີຜູ້ຕິດເຊື້ອພະຍາດໄວຣັສ ໂຄໂຣນາ

168

ໃນຕອນເຊົ້າວັນທີ 4 ກຸມພາ 2020 ຢູ່ທີ່ພະແນກ ສາທາລະນະສຸກ ແຂວງ ສະຫວັນນະເຂດ ທ່ານ ນາງ ພູວິໄລ ແກ້ວມົງຄຸນ ຜູ້ອຳນວຍການ ໂຮງໝໍ ແຂວງສະຫວັນນະເຂດ ໄດ້ຊີ້ແຈງຕໍ່ສື່ຂ່າວວິທະຍຸກະຈາຍສຽງແຂວງສະຫວັນນະເຂດ ກ່ຽວຄິບສຽງທີ່ອອກມາຕາມຂ່າວອອນລາຍວ່າ: ມີຄົນຈີນຂາຍເຄື່ອງຢູ່ຕະຫຼາດໃຫຍ່ ສະຫວັນໄຊ ສອງຄົນມາກວດເລືອດໃນໂຮງໝໍແຂວງ ແລ້ວບໍ່ມາເອົາຜົນກວດ ແລະ ບອກວ່າພົບເຊື້ອພະຍາດໂຄໂຣນາ ໄວຣັດ.

ຕໍ່ກັບບັນຫາດັ່ງກ່າວທາງໂຮງໝໍແຂວງສະຫວັນນະເຂດຈຶ່ງຂໍຊີ້ແຈງຕໍ່ສະພາບການເຝົ້າລະວັງພະຍາດເຊື້ອ ໂຄໂຣນາ ໄວຣັດ ຢູ່ໂຮງໝໍແຂວງ ໃນໄລຍະຜ່ານມາ ມີຄົນເຈັບພຽງ 1 ຄົນ ເທົ່ານັ້ນ ທີ່ມີອາການ ສົງໄສ ເປັນພະຍາດອັກເສບປອດຮຸນແຮງ ເຊິ່ງລາຍລະອຽດ ແມ່ນ ມີຄົນເຈັບເພດຍິງ ອາຍຸ 20 ປີ ເຊື້ອຊາດຈີນ, ສັນຊາດລາວ ຢູ່ບ້ານ ໄຊຍະພູມ ນະຄອນໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ ຜູ້ກ່ຽວເປັນນັກສຶກສາ ທີ່ໄດ້ໄປຮຽນຢູ່ທີ່ມະຫາວິທະຍາໄລເມືອງ ກຸຍຢາງ ແຂວງ ກຸຍໂຈ່ ປະເທດຈີນ ເຊິ່ງຫ່າງຈາກເມືອງ ອູຮັ່ນ ພັນກວ່າກິໂລແມັດ, ເຊິ່ງຜູ້ກ່ຽວໄດ້ກັບຈາກບ່ອນຮຽນໃນວັນທີ 18/1/2020 ຮອດສະຫວັນນະເຂດ ແລະ ພັກເຊົານຳຄອບຄົວ ເມືອມາຮອດວັນທີ 27/1/2020 ແມ່ນໄດ້ມີອາການໄຂ້, ເຈັບຫົວ, ເຈັບຄໍ ແລະ ມີນ້ຳມູກ ເມື່ອເປັນແນວນັ້ນຈຶ່ງໄດ້ເຂົ້າມາກວດຢູ່ໂຮງໝໍແຂວງສະຫັວນນະເຂດໃນວັນທີ 30/1/2020 , ຜູ້ກ່ຽວແມ່ນມີການເຂົ້າຄ່າຍການເຝົ້າລະວັງ ພະຍາດ ໂຄໂຣນາ ໄວຣັດ ສະນັ້ນ ທາງວິຊາການລະບາດໂຮງໝໍແຂວງ ຈຶ່ງໄດ້ສົມທົບກັບທີມງານ ເຝົ້າລະວັງພະຍາດດັ່ງກ່າວ ໄດ້ແນະນຳຄົນເຈັບມານອນຕິດຕາມຢູ່ຕຶກແຍກປ່ຽວຢູ່ໂຮງໝໍແຂວງ ມາໃນວັນທີ 31/1/2020 ໄດ້ສົ່ງຕົວຢ່າງໄປກວດຢູ່ສູນວິເຄາະ ຂອງກະຊວງສາທາລະນະສຸກ ຫຼັງຈາກນັ້ນວັນທີ 1/2/2020 ກໍ່ໄດ້ຜົນກວດໃນການເກັບຕົວຢ່າງໃນຄັ້ງນີ້ ອອກມາວ່າ ເປັນຜົນລົບ ຢັ້ງຢືນວ່າ ບໍ່ມີຜົນການຕິດເຊື້ອ ໂຄໂຣນາ ໄວຣັດ. ສ່ວນວ່າກໍລະນີອື່ນທີ່ມີຂ່າວລືນັ້ນ ແມ່ນບໍມີມູນຄວາມຈິງແຕ່ຢ່າງໃດ

ໃນໂອກາດດຽວກັນ ທ່ານ ດຣ ບົງສຸວັນ ພັນທະວົງສາ ຫົວໜ້າພະແນກ ສາທາລະນະສຸກແຂວງ ສະຫວັນນະເຂດກໍ່ໄດ້ລາຍງານ ສະພາບການເຝົ້າລະວັງ ພະຍາດ ໂຄໂຣນາ ໄວຣັດ ຢູ່ແຂວງສະຫວັນນະເຂດ ໃນປັດຈຸບັນແມ່ນຍັງບໍ່ພົບຜູ້ເຊື້ອພະຍາດຈັກກໍລະນີ ທີ່ເປັນພະຍາດດັ່ງກ່າວ ພົບເຫັນພຽງແຕ່ກໍລະນີສົງໃສ ໂດຍອີງໃສ່ນິຍາມຂອງພະຍາດນີ້. ແຕ່ຜ່ານການກວດກາ, ການວິເຄາະ, ທາງດ້ານລະບາດວິທະຍາແລ້ວ ກໍ່ເຫັນວ່າ ບໍ່ແມ່ນເຊື້ອພະຍາດ ໂຄໂຣນາ ໄວຣັດ. ດັ່ງນັ້ນເມື່ອທາງພະແນກສາທາລະນະສຸກ ໄດ້ຮັບແຈ້ງການຈາກ ກະຊວງສາທາລະນະສຸກ ກໍ່ຄືສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ມີການກະກຽມເຝົ້າລະວັງ ພະຍາດດັ່ງກ່າວ ໂດຍສະເພາະ ຕາມສາຍແດນ ດ່ານມິດຕະພາບ 2, ດ່ານແດນສະຫວັນ ລາບາວ, ສະໜາມບິນ ເຊິ່ງໃນແຕ່ລະວັນແມ່ນຈະມີການກັ່ນຕອງເຂົ້ານັກທ່ອງທ່ຽວ ຫຼື ຄົນເຂົ້າເມືອງ ວ່າມີຈັກກໍລະນີ ຖ້າມີກໍລະນີ ສົງໃສ ແມ່ນ ຈະໄດ້ຂໍຄວາມຮ່ວມມືນຳນັກທ່ອງທ່ຽວ ເພື່ອຕິດຕາມ ແລະ ຄວບຄຸມໃຫ້ທັນເວລາໄດ້.

ສ່ວນຢູ່ໂຮງໝໍແຂວງກໍ່ຄືໂຮງໝໍເມືອງ ມາຮອດປັດຈຸບັນແມ່ນໄດ້ມີການກະກຽມແຍກຫ້ອງສະເພາະ ເພື່ອຮອງຮັບກັບກໍລະນີ ເມືອພົບຜູ້ຕິດເຊື້ອພະຍາດ ໂຄໂຣນາ ໄວຣັດ, ສຳລັບອຸປະກອນການແພດ, ເຄື່ອງປ້ອງກັນຕົວຂອງແພດ, ເຄື່ອງບົ່ງມະຕິ ແລະ ປິ່ນປົວຄົນເຈັບແມ່ນມີຄວາມພ້ອມແລ້ວ, ນອກຈາກນັ້ນກໍ່ໄດ້ມີການປະສານງານກັບພາກສ່ວນແຂວງທີ່ໃກ້ຄຽງເປັນຕົ້ນແຂວງ ມຸກດາຫານ, ແຂວງ ກວາງຈິ ກໍ່ໄດ້ຮ່ວມມືກັນໃນການເຝົ້າລະວັງ ແລະ ໄດ້ລາຍງານໃຫ້ກັນຮູ້ໃນກໍລະນີສົງໃສ. ດັ່ງນັ້ນຕໍ່ກັບບັນຫາກ່ຽວກັບຂ່າວທີ່ບໍມີມູນຄວາມຈິງຕາມສື່ສັງຄົມອອນລາຍ ຕ່າງໆແມ່ນຢາກຮຽກຮ້ອງໃຫ້ທຸກຄົນໃນສັງຄົມຈົ່ງພິຈາລະນາ ຂ່າວທີ່ມີມູນຄວາມຈິງ ໂດຍສະເພາະຂ່າວທີ່ອອກຈາກພາກລັດທີ່ເປັນທາງການເທົ່ານັ້ນ.

ຈາກ: savannakhet