ເຊີນເຂົ້າຮ່ວມງານ, ຕະຫຼາດນັດແຮງງານ ທີ່ແຂວງຫຼວງພະບາງ ກາງເດືອນນີ້

196

ງານຕະຫຼາດນັດແຮງງານ, ການແຂ່ງຂັນສີມືແຮງງານ ແລະ ງານວາງສະແດງຜະລິດຕະພັນ 8 ແຂວງພາກເໜືອ ແມ່ນຈະໄດ້ຈັດຂຶ້ນ ທີ່ ວິທະຍາໄລເຕັກນິກວິຊາຊີບ ແຂວງຫຼວງພະບາງ ໃນລະຫວ່າງວັນທີ 13-15 ກຸມພາ 2020 (ເປັນເວລາ 3 ວັນ) ເພື່ອເປັນການສ້າງເງື່ອນໄຂ ໃຫ້ມວນຊົນ ແລະ ນັກຮຽນ-ນັກສຶກສາ ເຂົ້າເຖິງຕະຫຼາດແຮງງານ, ສົ່ງເສີມວິຊາຊີບ, ຊຸກຍຸ້ການນຳໃຊ້ແຮງງານ ຜະລິດຕະພັນພາຍໃນ.

ພາຍໃນງານທ່ານຈະໄດ້ພົບພໍ້ ກິດຈະກໍາຫຼາຍຢ່າງ ເຊັ່ນ: ການຊອກຫາວວຽກເຮັດງານທຳຈາກບັນດາຕຳແໜ່ງງານຫວ່າງຂອງ ຫົວຫນ່ວຍແຮງງານໃນ 8 ແຂວງພາກເໜືອ ເຊັ່ນ:  ແຂວງຜົ້ງສາລີ,  ຫົວພັນ, ຊຽງຂວາງ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງ ຫຼວງພະບາງ. ທີ່ແຮງງານຕ້ອງການຫາວຽກເຮັດງານທຳ, ພ້ອມທັງ ການສຶກສາຮຽນຮູ້ , ສົ່ງເສີມການຝຶຶກອົບຮົມວິຊາຊີບ ແລະ ຊົມການແຂ່ງຂັນສີມືແຮງງານ ທີ່ຈະເປັນຕົວແທນໃຫ້ພາກເພື່ອຄັດເລືອກ ເຂົ້າແຂ່ງຂັນຂອງປະເທດ, ໃນງານຍັງມີສິນຄ້າ ຫລາຍຢ່າງໃຫ້ທ່ານທ່ຽວຊົມທີ່ເປັນ ຜະລິດຕະພັນ ສິນຄ້າໂອດັອບ(ODOP).

ເຊີນຊວນບັນ ພໍ່ແມ່ ປະຊາຊົນ ກຳລັງແຮງງານ ພາຍໃນແລະ ຕ່າງແຂວງ ເຂົ້າຮ່ວມງານ ຕະຫຼາດນັດແຮງງານ, ການແຂ່ງຂັນສີມືແຮງງານ ແລະ ງານວາງສະແດງຜະລິດຕະພັນ 8 ແຂວງພາກເໜືອ ທີ່ຈະໄດ້ຈັດຂຶ້ນ ທີ່ແຂວງຫຼວງພະບາງ ຄັ້ງວັນທີ 13-14-15 ກຸມພາ 2020.