ທະຫານອັດຕະປື ແຕ່ງຕັ້ງ 3 ຫົວໜ້າພະແນກການ

114

ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກ III ໝວດ I ມາດຕາ 33 ວ່າດ້ວຍດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ ແລະ ອີງຕາມໜັງສືສະເໜີຂອງກອງບັນຊາການທະຫານແຂວງອັດຕະປື ສະບັບເລກທີ 240 ລົງວັນທີ 17 ທັນວາ 2019.

ເມື່ອທ້າຍເດືອນມັງກອນ 2020 ຜ່ານມາ, ທະຫານແຂວງອັດຕະປື ໄດ້ປະກາດແຕ່ງຕັ້ງ ຫົວໜ້າພະແນກ, ຮອງພະແນກກອງບັນຊາການຂຶ້ນ ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ໂຊກໄຊ ພິມມະລາ ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ 5 ຫ້ອງຂອງກອງບັນຊາການທະຫານແຂວງ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັນໂທ ຄຳສະໄໝ ໄຊຍະສັກ ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງ ເລກທີ 062 ລົງວັນທີ 6 ມັງກອນ 2020 ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງອັດຕະປື ພັກການເພື່ອກຽມຮັບເບ້ຍບຳນານ ເຊິ່ງປະກອບມີ: ສະຫາຍ ພັນໂທ ນາງ ຊອນພະຈັນ ດວງມະນີ ຫົວໜ້າພະແນກສະຫະພັນແມ່ຍິງ; ສະຫາຍ ພັນໂທ ບຸນຍົດ ສອນວິໄລ ຫົວໜ້າພະແນກປະກັນສັງຄົມ.

ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ກາຍເມືອງກອງທັບເລກທີ 063 ລົງວັນທີ 6 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂອງກອງບັນຊາການທະຫານແຂວງອັດຕະປື ໂດຍແຕ່ງຕັ້ງສະຫາຍ ພັນຕີ ຄຳກ້ອນ ໄຊພູບານ ເປັນຫົວໜ້າພະແນກປະກັນສັງຄົມ; ແຕ່ງຕັ້ງ ສະຫາຍ ພັນຕີ ນາງ ອຸທະລີ ສີລາເພັດ ເປັນຫົວໜ້າພະແນກສະຫະພັນແມ່ຍິງ; ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສຸກມີໄຊ ສະແຫວງສຶກສາ ເປັນຮອງພະແນກປະກັນສັງຄົມທະຫານແຂວງ ອັດຕະປື.