ຮູ້ໄວ້! ຂໍ້ຫ້າມທີ່ເຈົ້າຂອງໂຮງງານອຸດສາຫະກໍາປຸງແຕ່ງຕ້ອງປະຕິບັດຕາມ

240

ການສ້າງໂຮງງານໃດໜຶ່ງແນ່ນອນວ່າອາດມີຜົນກະທົບຕໍ່ສະພາບແວດລ້ອມອ້ອມຂ້າງບໍ່ຫຼາຍກໍ່ໜ້ອຍ ທັງຄົນ ແລະ ສິ່ງມີຊີວິດອື່ນໆ, ແຕ່ທັງນີ້ ໂຮງງານເຫຼົ່ານັ້ນກໍ່ຕ້ອງໄດ້ປະຕິບັດມາດຕະຖານດ້ານສິ່ງແວດລ້ອມຢ່າງເຄັ່ງຄັດ ເປັນຕົ້ນຂໍ້ກໍານົດວ່າດ້ວຍການປ່ອຍນໍ້າເປື້ອນ ແລະ ນໍ້າເສຍຄຸນ ກ່ອນຈະປ່ອຍອອກຈາກໂຮງງານ ຄວນໃຫ້ຢູ່ໃນເກນທີ່ດີ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມຂໍ້ກໍານົດວ່າດ້ວຍການປ່ອຍນໍ້າເປື້ອນ ແລະ ນໍ້າເສຍຄຸນອອກຈາກໂຮງງານ ເລກທີ 326/ອຫ, ລົງວັນທີ 6 ຕຸລາ 2005 ພາກທີ II ວ່າດ້ວຍການປ່ອຍນໍ້າເປື້ອນ ແລະ ນໍ້າເສຍຄຸນຈາກໂຮງງານອຸດສາຫະກໍາປຸງແຕ່ງໃສ່ສິ່ງແວດລ້ອມ, ໂດຍຫ້າມເຈົ້າຂອງໂຮງງານອຸດສາຫະກໍາປຸງແຕ່ງລະເມີດຂໍ້ຫ້າມຕ່າງໆລຸ່ມນີ້:

1 ເປີດຝາ, ຕໍ່, ນໍາໃຊ້ ຫຼື ປ່ຽນແປງລະບົບອາຍນໍ້າ ທີ່ອາດສົ່ງຜົນກະທົບຕໍ່ຮ່ອງລະບາຍນໍ້າສາທາລະນະ

2 ຕໍ່ຮາງລິນ ຫຼື ເຮັດໃຫ້ນໍ້າໄຫຼຈາກຈຸດອື່ນໆ ທີ່ເປັນມົນລະພິດໄປສູ່ຈຸດປ່ອຍນໍ້າເສຍຄຸນ, ເວັ້ນເສຍແຕ່ການເຊື່ອມຕໍ່ດັ່ງກ່າວໄດ້ຮັບການຕົກລົງເຫັນດີຈາກຫົວໜ້າກົມອຸດສາຫະກໍາ ຫຼື ຫົວໜ້າພະແນດອູດສາຫະກໍາທ້ອງຖິ່ນ

ພາບປະກອບຂ່າວເທົ່ານັ້ນ

3 ປ່ອຍນໍ້າເປື້ອນ ແລະ ນໍ້າເສຍຄຸນ ລົງສູ່ແຫຼ່ງນໍ້າສາທາລະນະ ເຊິ່ງອາດສ້າງຜົນກະທົບບໍ່ດີ ຫຼື ເປັນອັນຕະລາຍ ໂດຍທາງກົງ ແລະ ທາງອ້ອມຕໍ່ລະບົບນິເວດວິທະຍາຂອງແຫຼ່ງນໍ້າທີ່ຮອງຮັບ, ສຸຂະພາບຂອງຄົນ, ສັດ ຫຼື ຜົນຜະໂຫຍດໃນການນໍາໃຊ້ນໍ້າດັ່ງກ່າວ ເຊັ່ນ: ການປ່ອຍນໍ້າເປື້ອນ ແລະ ນໍ້າເສຍຄຸນ ທຸກຊະນິດທີ່ມີສ່ວນປະກອບຂອງສານພິດ, ທາດເບື່ອປະເພດແຂງ, ແຫຼວ, ອາຍ ເມື່ອຖືກປະສົມ ຫຼື ບໍ່ປະສົມທາດອື່ນທີ່ອາດພາໃຫ້ເປັນອັນຕະລາຍ.

ພາບປະກອບຂ່າວເທົ່ານັ້ນ

ປ່ອຍສິ່ງເສດເຫຼືອປະເພດຕ່າງໆທີ່ມີຂະໜາດ, ບໍລິມາດ ທີ່ສາມາດກີດຂວາງການໄຫຼຂອງກະແສນໍ້າ, ລົບກວນຄຸນປະໂຫຍດໃນການນໍາໃຊ້ນໍ້າເຊັ່ນ: ຢາງປູທາງ, ຊາກສັດຕາຍ, ເສດເຫຼືອມທີຮ່ເນົ່າເປື່ອຍ, ຂີ້ເຖົ່າ, ດິນຊາຍ, ຂີ້ຕົມ, ເຟືອງ, ເສດຜັກ, ຂີ້ກົບໄມ້, ໂລຫະ, ແກ້ວ, ແພຂາດ, ຂົນສັດ, ນໍ້າມັນດິບ, ປລາສຕິກ, ໄມ້, ເລືອດ, ຝຸ່ນສັດ, ກະດູກ, ຜົມ, ຊີ້ນ, ໄສ້, ພຸງ, ຖ້ວຍເຈ້ຍ, ຈອກເຈ້ຍ ກັບນໍ້ານົມ ຫຼື ສິ່ງເສດເຫຼືອອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

ນອກຈາກນີ້ກໍ່ຫ້າມຖ່າຍເທນໍ້າມັນດິບ, ຜະລິດຕະພັນທີ່ກັ່ນມາຈາກນໍ້າມັນ ເຊິ່ງຈະເຮັດໃຫ້ແຫຼ່ງນໍ້າທີ່ຮອງຮັບເມືອກຢູ່ຕະຫຼອດເວລາ; ຫ້າມຖ່າຍນໍ້າມັນ, ນໍ້າມັນເຄື່ອງ, ຄາບນໍ້າມັນຈາກການກັ່ນ ແລະ ຂະບວນການຜະລິດນໍ້າມັນ; ຖ່າຍເທນໍ້າມັນ, ໄຂມັນ ທີ່ຍ່ອຍສະລາຍໄດ້ດ້ວຍຊີວະພາບເຊັ່ນ ນໍ້າມັນໝູ, ໄຂມັນສັດ ຫຼື ນໍ້າມັນພືດທີ່ມີຄວາມເຂັ້ມຂຸ້ນສູງເກີນມາດຕະຖານ; ຖ່າຍເທທາດແຂງທີ່ສາມາດລະລາຍ, ບໍ່ລະລາຍທີ່ມີບໍລິມາດສູງເຊິ່ງອາດສາມາດກໍ່ໃຫ້ເກີດຕະກອນ ຫຼື ກີດຂວາງການໄຫຼຂອງສາຍນໍ້າທີ່ຮອງຮັບ.

ພາບປະກອບຂ່າວເທົ່ານັ້ນ

ຖ່າຍເທນໍ້າເປື້ອນ ແລະ ນໍ້າເສຍຄຸນທຸກຊະນິດທີ່ມີກິ່ນແຮງກະຈາຍສູ່ສິ່ງແວດລ້ອມ ເຊິ່ງອາດສ້າງຄວາມລໍາຄານແກ່ຄົນໃກ້ຄຽງ; ຖ່າຍເທນໍ້າເປື້ອນ ແລະ ນໍ້າເສຍຄຸນ ທຸກຊະນິດທີ່ມີທາດຊັນຟາຍລະລາຍດ້ວຍປະລິມານສູງເກີນມາດຕະຖານທີ່ໄດ້ກໍານົດໄວ້; ຫ້າມປ່ອຍສານເຄມີທຸກຊະນິດທີ່ພາໃຫ້ເກີດມີອາຍແກັດທີ່ເປັນພິດ; ຫ້າມຖ່າຍເທນໍ້າເປື້ອນ ແລະ ນໍ້າເສຍຄຸນທຸກຊະນິດທີ່ມີສານຄລໍລີນ, ສານເຄມີອື່ນໆ ທີ່ນໍາໃຊ້ຂ້າເຊື້ອໂລກດ້ວຍບໍລິມາດສູງເກີນມາດຕະຖານ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມນີ້ກໍ່ຫ້າມ ຖ່າຍເທນໍ້າເປື້ອນ ແລະ ນໍ້າເສຍຄຸນ ທຸກຊະນິດທີ່ບັນຈຸສານຮາຍໂດຼກາກບອນຄຼໍຮິເນດ ຫຼື ສານອົງຄະທາດທີ່ມີທາດຟົດສະຟໍລັດ ດ້ວຍບໍລິມາດສູງເກີນມາດຕະຖານ; ຫ້າມຖ່າຍເທນໍ້າເປື້ອນ ແລະ ນໍ້າເສຍຄຸນທຸກຊະນິດທີ່ມີທາດກໍາມັນຕະພາບລັງສີ; ຫ້າມປ່ອຍນໍ້າເປື້ອນ ຫຼື ນໍ້າເສຍຄຸນທຸກຊະນິດທີ່ບັນຈຸທາດທີ່ພາໃຫ້ເກີດມີການຕົກຕະກອນ ຫຼື ພາໃຫ້ເກີດສະພາບແຂງຕົວ ຫຼື ເປັນຂອງແຫຼວໄວໃນອຸນຫະພູມລະຫວ່າງ 15 ຫາ 38 ອົງສາເຊ.

ພາບປະກອບຂ່າວເທົ່ານັ້ນ

ຫ້າມປ່ອຍນໍ້າເປື້ອນຫຼື ນໍ້າເສຍຄຸນ ທຸກຊະນິດທີ່ເຮັດໃຫ້ສີຂອງໜ້າດິນ, ສີຂອງນໍ້າທີ່ຮອງຮັບມີການປ່ຽນແປງສູງເກີນມາດຕະຖານ; ຫ້າມຖອກຂີ້ເຫຍື້ອ, ວັດຖຸເສດເຫຼືອທຸກປະເພດທີ່ຜະລິດຈາກໂຮງງງານອຸດສາຫະກໍາປຸງແຕ່ງ ຫຼື ຈາກບ່ອນອື່ນໆ; ຫ້າມຖ່າຍເທນໍ້າເປື້ອນ ແລະ ນໍ້າເສຍຄຸນທຸກຊະນິດທີ່ປະກອບດ້ວຍທາດເຫຼັກ, ໂບຼມ, ໂຄຣມມຽມ, ເຟໂນນ, ຢາງປລາສຕິກ, ທອງແດງ, ນີເກນ, ສັງກະສີ, ກົ່ວ, ທາດບາ, ແຄັດມຽນ, ເຊເລນຽມ, ອາເຊນິກ ຫຼື ທາດເບື່ອອື່ນໆ ທີ່ມີບໍລິມາດສູງເກີນມາດຕະຖານທີ່ໄດ້ກໍານົດໄວ້