ເຕັກນິກໃນການເຮັດຕະຫຼາດອອນລາຍໃຫ້ປະສົບຄວາມສຳເລັດ

166

ການຕະຫຼາດອອນລາຍ ( Digital marketing ) ກັບກົນລະຍຸດການຕະຫຼາດອອນລາຍທີ່ຫຼາຍທຸລະກິດນັ້ນໃຫ້ຄວາມສົນໃຈ ແລະ ຫັນມາເຮັດການຕະຫຼາດກັນຫຼາຍຂຶ້ນ ຈຶ່ງສົ່ງຜົນໃຫ້ມີການຊື້ – ຂາຍໃນສື່ອອນລາຍເພີ່ມຫຼາຍຂຶ້ນ. ສະນັ້ນ, ການສຳຫຼວດຕະຫຼາດ ແລະ ຄວາມຕ້ອງການຂອງກຸ່ມເປົ້າໝາຍ ຈຶ່ງເປັນສິ່ງສຳຄັນໃນການເປີດໂອກາດໃຫ້ກັບທຸລະກິດຂອງທ່ານປະສົບຄວາມສຳເລັດ. ໃນນີ້, ຈະໄດ້ແນະນຳ 3 ເຕັກນິກໃນການສ້າງການຕະຫຼາດໃນສື່ອອນລາຍດັ່ງນີ້:

1 ສຳຫຼວດຕະຫຼາດ ( MARKET RESEARCH ): ພຶດຕິກຳຜູ້ບໍລິໂພກໃນຍຸກດິຈິຕອລນັ້ນຈະມີ ຄວາມສົນໃຈໃນສິ່ງທີ່ກຳລັງເປັນທີ່ນິຍົມ ແລະ ຕອບໂຈດໃນໄລຍະເວລານັ້ນ ຫາກຍີ່ຫໍ້ ຫຼື ສິນຄ້າຂອງທ່ານ ເຂົ້າໃຈ ແລະ ເຮັດການສຳຫຼວດວິເຄາະຜູ້ບໍລິໂພກໃຫ້ຕອບສະໜອງໃນສິ່ງທີ່ພວກເຂົາຕ້ອງການໄດ້ແບບກົງເປົ້າໝາຍ ໂດຍທີ່ທຸລະກິດຂອງທ່ານຈະຕ້ອງມີການຕັ້ງເປົ້າໝາຍໄວ້ກ່ອນວ່າຢາກໃຫ້ລູກຄ້າໄດ້ເຫັນຫຍັງໃນຍີ່ຫໍ້ຂອງທ່ານ. ທັງນີ້, ຄວນຈະຕ້ອງມີໜ້າຫຼັກຂອງເວັບໄຊ ແລະ ແຟນເພຈ໌ເປັນຂອງຕົນເອງກ່ອນ ເພື່ອໃຫ້ຄວບຄຸມ ແລະ ເຂົ້າເຖິງ ລວມທັງເຮັດການວາງແຜນເພື່ອໃຫ້ກຸ້ມຄ່າກັບການລົງທຶນ ພຽງເທົ່ານີ້ການເຮັດການຕະຫຼາດອອນລາຍກໍບໍ່ແມ່ນເລື່ອງຍາກອີກຕໍ່ໄປ.

2 ເຂົ້າໃຈຜູ້ບໍລິໂພກຢ່າງເລິກເຊິ່ງ ( CUSTOMER INSIGHTS ): ການເຂົ້າໃຈຜູ້ບໍລິໂພກ ແລະ ຮຽນຮູ້ພຶດຕິກຳຜູ້ບໍລິໂພກຢ່າງເລິກເຊິ່ງ ເພື່ອໃຫ້ຮູ້ໃນສິ່ງທີ່ພວກເຂົາສົນໃຈດ້ວຍການວິເຄາະການຕະຫຼາດຜ່ານ Google Analytic ໃນການຊອກຂໍ້ມູນເຊີງເລິກ ເພື່ອສຶກສາພຶດຕິກຳ ແລະ ຂໍ້ມູນສະຖິຕິຂອງຜູ້ບໍລິໂພກ ໂດຍເຊື່ອມໂຍງທຸລະກິດຂອງທ່ານຜ່ານຊ່ອງທາງການສື່ສານຕ່າງໆ ເຊັ່ນ: ເຟສບຸ໊ກ ( Facebook ), ອິນສະຕາແກຣມ ( Instagram ) ເຂົ້າດ້ວຍກັນ ໂດຍມີການເຮັດໃຫ້ເວັບໄຊຕິດອັນດັບຕົ້ນໃນການສ້າງສັນສື່ລົງໂຊຊຽວມີເດຍຕ່າງໆ ເພື່ອໃຫ້ການຄົ້ນຫາເວັບຂອງທ່ານຕິດອັນດັບໜ້າທຳອິດຂອງເວັບໄຊໃນການຄົ້ນຫາ ແລະ ສາມາດສ້າງກຣາຟຟິກໄດ້ເພີ່ມຫຼາຍຍິ່ງຂຶ້ນ ການທີ່ທ່ານສາມາດເຮັດໃຫ້ການສື່ສານໃຫ້ມີປະສິດທິພາບ ເພື່ອໃຫ້ບັນລຸຈຸດປະສົງການຕະຫຼາດອອນລາຍທີ່ຕັ້ງໄວ້ ແລະ ດຶງດູດຄວາມສົນໃຈຂອງຜູ້ບໍລິໂພກຜົນທີ່ຕາມມາກໍຄືມີການເຂົ້າເຖິງຜູ້ຄົນໄດ້ຫຼາຍຂຶ້ນ ເຮັດໃຫ້ທຸລະກິດຂອງທ່ານສາມາດຕອບໂຈດຕໍ່ຜູ້ບໍລິໂພກໄດ້ຫຼາຍຂຶ້ນ.

3 ຈັດກິດຈະກຳສົ່ງເສີມການຂາຍ ຫຼື CREATIVE CAMPAIGN: ການສ້າງແຄມເປັນ ຫຼື ກິດຈະກໍາ ອາດຈະມີການໂຄສະນາທີ່ດຶງດູດ ຄວາມສົນໃຈນຳໃນການສ້າງກິດຈະກຳຕ່າງໆ ເພື່ອໃຫ້ຜູ້ບໍລິໂພກໄດ້ເຫັນຍີ່ຫໍ້ຂອງທ່ານຫຼາຍຂຶ້ນຈົນເກີດ ຄວາມສົນໃຈໃນທີ່ສຸດ. ທັງນີ້, ຍັງລວມໄປເຖິງເນື້ອຫາໃຫ້ມີ ຄວາມແປກໃໝ່ ແລະ ມີຈຸດເດັ່ນທີ່ກົງໃຈ ແລະ ໜ້າຈື່ຈຳຈົນເກີດ ຄວາມໜ້າເຊື່ອຖື ເຊິ່ງກິດຈະກຳຕ່າງໆອາດຈະມີການປັບກົນຍຸດເພື່ອສ້າງຈຸດຂາຍໃຫ້ຍີ່ຫໍ້ໃນການສົ່ງສິ່ງທີ່ທຸລະກິດທ່ານຕ້ອງການໃຫ້ເຖິງຜູ້ບໍລິໂພກເຂົ້າໃຈ ແລະ ຕອບໂຈດໄດ້ທັນທີ.

ໃນປັດຈຸບັນການເຈາະກຸ່ມຕະຫຼາດອອນລາຍໃຫ້ເກີດຄວາມສຳເລັດນັ້ນ ຖືວ່າມີຄວາມຈຳເປັນເກືອບທຸກປະເພດທຸລະກິດ ຫາກເລີ່ມຕົ້ນໄວ ທ່ານກໍຈະປະສົບຄວາມສຳເລັດໄດ້ຢ່າງວ່ອງໄວ ໂດຍອາໄສການປັບຕົວ ແລະ ເຮັດໃຫ້ໄດ້ຕາມສິ່ງທີ່ຄາດຫວັງ.

( ຮຽບຮຽງ: ສັນຕິ, ທີ່ມາ: digitalmarketingwow.com )