ເຮັດນ້ຳຂີງສູດໃໝ່ດື່ມແລ້ວສົດຊື່ນ

154

ຂີງຖືກຈັດເປັນຢາພື້ນເມືອງອີກຊະນິດໜຶ່ງທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ ເພາະປະກອບດ້ວຍວິຕາມິນ ແລະ ແຮ່ທາດທີ່ມີ ຄວາມສຳຄັນຫຼາຍ ເປັນຕົ້ນແມ່ນ: ວິຕາມິນ A, ວິຕາມິນ C, ວິຕາມິນ B1 ແລະ B2, ມີເບຕ້າແຄໂຣທີນ, ທາດເຫຼັກ, ແຄລຊຽມ, ໂປຣຕິນ ແລະ ເສັ້ນໃຍອີກເປັນຈຳນວນຫຼາຍນຳ.

ສ່ວນປະສົມ:

1 ຂີງແກ່ 100 ກຣາມ.

2 ນ້ຳໝາກນັດສົດແຊ່ເຢັນ 1 ຖ້ວຍ.

3 ນ້ຳໝາກກ້ຽງແຊ່ເຢັນ 1 ຖ້ວຍ.

4 ນ້ຳໝາກນາວ 1 ບ່ວງກາເຟ.

5 ນ້ຳເຜິ້ງ 2 ບ່ວງແກງ.

6 ເກືອ 1/4 ບ່ວງແກງ.

ວິທີເຮັດ:

ເລີ່ມຈາກບົດຂີງໃຫ້ລະອຽດແລ້ວຄັ້ນເອົາແຕ່ນ້ຳ ແລະ ນຳມາປະສົມກັບນ້ຳໝາກນັດ, ນ້ຳໝາກກ້ຽງ, ນ້ຳໝາກນາວ, ນ້ຳເຜິ້ງ ແລະ ເກືອ ຄົນທຸກຢ່າງໃຫ້ເຂົ້າກັນດີ ຖອກໃສ່ຈອກພ້ອມດື່ມ ຫຼື ຈະນຳໄປແຊ່ໃນຕູ້ເຢັນໄວ້ກໍໄດ້.

( ຂໍ້ມູນຈາກ: oknation.nationtv.tv )

[ ຮຽບຮຽງ: ນຸ້ມນິ້ມ ]