ພົບກັບລາຊິນີຕົວຮ້າຍໃນຮູບເງົາ “ ທີມນົກຜູ້ລ່າ ”

276

ຮູບເງົາເລື່ອງຕໍ່ໄປໃນຈັກກະວານ DC ທີ່ເນັ້ນຕົວລະຄອນແມ່ຍິງ Birds of Prey and the Fantabulous Emancipation of one Harley Quinn ເປັນການກັບມາຂອງນັກສະແດງນໍາໂດຍ ມາກັອດ ຣັອບບີ ( Margot Robbie ) ໃນບົດຜູ້ຮ້າຍທີ່ງົດງາມແຕ່ປ່ວຍທາງຈິດ.

ສິລະປິນສາວ ມາກັອດ ຣັອບບີ ເຈົ້າຂອງບົດບາດ ຮາລີ ຄິນ ( Harley Quinn ) ຫຼັງຈາກທີ່ຕົວລະຄອນນີ້ໄດ້ກາຍເປັນໜຶ່ງໃນວັດທະນະທຳປັອບ ( Pop Culture ) ດ້ວຍຊຸດທີ່ໄດ້ຮັບການອອກແບບໃໝ່ໃນຮູບເງົາ Suicide Squad ເຖິງວ່າຮູບເງົາຈະບໍ່ໄດ້ຮັບຜົນສໍາເລັດ ແຕ່ຕົວລະຄອນ Harley Quinn ກັບກາຍເປັນໜຶ່ງຕົວລະຄອນທີ່ຫຼາຍຄົນຊື່ນຊົມ ແລະ ໄດ້ຮັບຄວາມນິຍົມສູງຈາກບັນດາຜູ້ທີ່ມັກແຕ່ງຕົວແບບຄອສເພ.

ຮູບເງົາ “ ທີມນົກຜູ້ລ່າ ” ຫຼື Birds of Prey ເປັນເລື່ອງລາວຂອງຕົວລະຄອນ ມາກັອດ ຣັອບບີ ທີ່ຕ້ອງມາລວມທີມກັບບັນດານາງເອກຄົນອື່ນ ພ້ອມທັງເປັນການເປີດຕົວ Black Canary ແລະ Huntress ເຂົ້າສູ່ຈັກກະວານຮູບເງົາ DC. ນອກຈາກນີ້, ຍັງໄດ້ເຫັນຮູບທໍາອິດຂອງ Ewan McGregor ຜູ້ຮັບບົດໂດຍ Black Mask ເຊິ່ງເປັນຜູ້ຮ້າຍຫຼັກຂອງເລື່ອງອີກດ້ວຍ.

ພົບກັບການລວມຕົວກັນຂອງບັນດາສາວໆຜູ້ຮ້າຍ ແລະ ນາງເອກ ວ່າຈະມ່ວນ ຫຼື ມີການໄລ່ລ່າກັນແນວໃດສາມາດຕິດຕາມໄດ້ໃນທຸກໂຮງຮູບເງົາທົ່ວປະເທດເຂົ້າສາຍວັນທີ 7 ກຸມພານີ້.

( ຂໍ້ມູນຈາກ: www.major-cineplex.com )

[ ຮຽບຮຽງ: ນຸ້ມນິ້ມ ]