ລາວສົ່ງອອກເຄື່ອງນຸ່ງຫົ່ມ 200 ລ້ານໂດລາ

195

ປີ 2019 ຜ່ານມາ ລາວເຮົາສາມາດສົ່ງອອກເຄື່ອງນຸ່ງຫົ່ມໄປ 55 ປະເທດ ມູນຄ່າການສົ່ງອອກປະມານ 200 ລ້ານໂດລາ ປະເທດທີ່ສົ່ງອອກຫຼາຍກວ່າໝູ່ແມ່ນປະເທດເຢຍລະມັນ ແລະ ຍີ່ປຸ່ນ.

ສູນຂໍ້ມູນ – ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ເຜີຍທ້າຍເດືອນມັງກອນ ຜ່ານມາວ່າ: ອີງຕາມບົດລາຍງານຂອງ ກົມອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2018 ທີ່ຜ່ານມາສະແດງໃຫ້ເຫັນວ່າຂະແໜງການດັ່ງກ່າວ ສາມາດສ້າງວຽກເຮັດງານທໍາໄດ້ 145.400 ຄົນ, ມີຫົວໜ່ວຍການຜະລິດ 182 ແຫ່ງ ເຊິ່ງໄດ້ແບ່ງອອກເປັນໂຮງງານຕັດຫຍິບເຄື່ອງນຸ່ງຫົ່ມ 82 ແຫ່ງ, ໂຮງຕໍ່າຫູກ ແລະ ແພເສື້ອ 191 ແຫ່ງ ແລະ ໂຮງງານປັກແສ່ວ 8 ແຫ່ງ.

ພາບປະກອບຂ່າວ

ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ແມ່ນຂະແໜງການໜຶ່ງທີ່ ສປປ ລາວ ສົ່ງອອກໄປຫຼາຍປະເທດທົ່ວໂລກ ແລະ ຖືໄດ້ວ່າເປັນຂະແໜງການທີ່ສ້າງວຽກເຮັດງານທໍາໄດ້ຫຼາຍແສນຄົນ ເຊິ່ງກວມເອົາກໍາມະກອນ ( ຜູ້ຜະລິດ ) 118.585 ຄົນ ເຊິ່ງມີແຮງງານເພດຊາຍ ກວມອັດຕາສ່ວນ 61,29% ແລະ ເພດຍິງ 38,71% ຂອງການຈ້າງງານລວມ. ໃນນັ້ນ, ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ແມ່ນມີການຈ້າງງານຫຼາຍກວ່າໝູ່ 26.054 ຄົນ ຫຼື ກວມເອົາ 21,97% ຂອງອຸດສາຫະກໍາລວມ.

ອີງຕາມສະຖິຕິການສົ່ງອອກເຄື່ອງນຸ່ງຫົ່ມ ໃນປີ 2019 ສປປ ລາວ ໄດ້ສົ່ງອອກໄປ 55 ປະເທດທົ່ວໂລກ ທີ່ມີມູນຄ່າສົ່ງອອກປະມານ 212 ລ້ານໂດລາສະຫະລັດ ໃນເກືອບທຸກຂົງເຂດໃນໂລກ ເຊັ່ນ: ອາຊີ, ເອີຣົບ, ອາເມຣິກາລາຕິນ ແລະ ຕາເວັນອອກກາງ.

ພາບປະກອບຂ່າວ

ໃນນັ້ນ, ບັນດາປະເທດທີ່ນໍາເຂົ້າເຄື່ອງນຸ່ງຫົ່ມຫຼາຍສຸດຈາກ ສປປ ລາວ ແມ່ນປະເທດເຢຍລະມັນ ມີມູນຄ່າປະມານ 68 ລ້ານໂດລາສະຫະລັດ, ຍີ່ປຸ່ນ ມີມູນຄ່າເກືອບເຖິງ 21 ລ້ານໂດລາສະຫະລັດ, ຊູແອັດ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ອັງກິດ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ, ດານມາກ ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ, ອິຕາລີ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ, ປ໊ອກຕຸຍການ ມີມູນຄ່າເກືອບເຖິງ 11 ລ້ານໂດລາສະຫະລັດ ແລະ ອາເມຣິກາ ມີມູນຄ່າປະມານ 8 ລ້ານໂດລາສະຫະລັດ.

ເຖິງຢ່າງໃດກໍຕາມ, ສປປ ລາວ ກໍໄດ້ນໍາເຂົ້າເຄື່ອງນຸ່ງຫົ່ມຈາກປະເທດອື່ນໆເຊັ່ນກັນ ໂດຍມີມູນຄ່າລວມທັງໝົດໃນປີ 2019 ແມ່ນປະມານ 23 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່ານໍາເຂົ້າຈາກ ສປ ຈີນ, ສສ ຫວຽດນາມ, ໄທ, ຝຣັ່ງ ແລະ ອິນເດຍ ເຊິ່ງມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, 6 ລ້ານໂດລາສະຫະລັດ, 5 ລ້ານໂດລາສະຫະລັດ, ຫຼາຍກວ່າ 1 ລ້ານໂດລາສະຫະລັດ ແລະ 1 ລ້ານໂດລາສະຫະລັດ ຕາມລໍາດັບ.