ຮູບເງົາ “ ຂີ້ເຫຍື້ອຂອງພໍ່ ປຶ້ມກັບສໍຂອງລູກ ” ແລະ “ ຍອມເມື່ອຍ ” ຄວ້າລາງວັນທີ 1

97

ບໍລິສັດ ຄ່າຍເຊັນ ຈຳກັດ ຜູ້ດຽວ ຮ່ວມກັບ ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດກິດຈະກຳແຂ່ງຂັນຮູບເງົາເລື່ອງສັ້ນ ເພື່ອເປີດໂອກາດໃຫ້ນັກຮຽນ, ນັກສຶກສາໃນຂອບເຂດທົ່ວປະເທດ ໄດ້ສ້າງວິດີໂອສັ້ນຕາມຈິນຕະນາການ ແລະ ຄວາມຕ້ອງການຂອງນັກສຶກສາ.

ຮອບຕັດສິນໄດ້ຈັດຂຶ້ນວັນທີ 31 ມັງກອນ 2020 ທີ່ໂຮງຮູບເງົາ ຊິດຕີ້ເພລັກຊ໌ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ຈິນດາວັນ ຈັນດາລາ ຜູ້ຈັດການໂຮງຮູບເງົາຊິດຕີ້ເພລັກຊ໌ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແລະ ບັນດານ້ອງໆທີ່ສົ່ງຜົນງານເຂົ້າແຂ່ງຂັນ.

ການສ້າງກິດຈະກໍາດັ່ງກ່າວແນໃສ່ການສົ່ງເສີມວັດທະນະທໍາ ແລະ ເຮັດໃຫ້ນັກຮຽນໄດ້ຮູ້ຈັກການສ້າງຮູບເງົາເລື່ອງສັ້ນ ທັງເປັນການສ້າງກິດຈະກຳຮ່ວມກັນລະຫວ່າງນັກຮຽນກັບຄູ – ອາຈານ ແລະ ຄອບຄົວ ທັງເຮັດໃຫ້ນັກຮຽນມີແນວຄິດພັດທະນາໃນການຮຽນຮູ້ ແລະ ເຫັນຄວາມສຳຄັນຂອງການຮໍ່າຮຽນ.

ຂໍ້ກໍານົດໃນການສ້າງຮູບເງົາເລື່ອງສັ້ນທີ່ນຳມາແຂ່ງຂັນແມ່ນບໍ່ໃຫ້ມີການໂຄສະນາສິ່ງມຶນເມົາ, ສິ່ງເສບຕິດ ແລະ ປາສະຈາກການໃຊ້ຄວາມຮຸນແຮງທີ່ຈະເປັນຜົນສະທ້ອນຕໍ່ສັງຄົມ ໂດຍແບ່ງອອກເປັນ 4 ຫົວຂໍ້ ຄື: ຊີວິດຂອງອາຈານທີ່ມາສອນນັກຮຽນ, ພໍ່ແມ່ທີ່ເສຍສະຫຼະເພື່ອໃຫ້ລູກໄດ້ໄປໂຮງຮຽນ, ອ້າຍ, ເອື້ອຍທີ່ເສຍສະຫຼະໃຫ້ນ້ອງໄດ້ໄປໂຮງຮຽນ ແລະ ຫົວຂໍ້ກ່ຽວກັບເດັກນ້ອຍທີ່ຕັ້ງໃຈຢາກໄປໂຮງຮຽນ ເຊິ່ງແຕ່ລະຫົວຂໍ້ມີຄວາມຍາວ 5 – 10 ນາທີ.

ຜ່ານການແຂ່ງຂັນສາມາດຄັດເລືອກໄດ້ສາຍສາມັນ ລາງວັນທີ 1 ໄດ້ແກ່: ເລື່ອງ “ ຂີ້ ເຫຍື້ອຂອງພໍ່ ປຶ້ມກັບສໍຂອງລູກ ” ຜົນງານຈາກໂຮງຮຽນຊ້າງນ້ອຍ ໄດ້ຮັບເງິນລາງວັນ 3 ລ້ານກີບ; ລາງວັນທີ 2 ໄດ້ແກ່: ເລື່ອງ “ ຄວາມຝັນທີ່ເປັນຈິງ ” ຜົນງານຈາກໂຮງຮຽນ ມສ ສາທິດ ໄດ້ຮັບເງິນລາງວັນ 2 ລ້ານກີບ ແລະ ລາງວັນທີ 3 ໄດ້ແກ່: ເລື່ອງ “ ດ້າມພ້າຂອງພໍ່ ” ຜົນງານຈາກໂຮງຮຽນ ແສງວິໄລ ໄດ້ຮັບລາງວັນ 1 ລ້ານກີບ.

ສ່ວນສາຍວິຊາຊີບລາງວັນທີ 1 ໄດ້ແກ່: ເລື່ອງ “ ຍອມເມື່ອຍ ” ຜົນງານຂອງສະຖາບັນສີມືແຮງງານ ລາວ – ເກົາຫຼີ ໄດ້ຮັບເງິນລາງວັນ 5 ລ້ານກີບ, ລາງວັນທີ 2 ເລື່ອງ “ ມາຍໂຣດ ” ຜົນງານຂອງມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກຳສາດ ໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ ລາງວັນທີ 3 ໄດ້ແກ່ເລື່ອງ “ ເບື້ອງຫຼັງ ” ຜົນງານຂອງຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບເງິນລາງວັນ 1 ລ້ານກີບ.