6 ຄຸນລັກສະນະ ທີ່ມັດໃຈລູກນ້ອງ ຫຼື ຜູ້ຮ່ວມງານ

311

ການເປັນຫົວໜ້າງານ ແລະ ຜູ້ຈັດການທີ່ດີນັ້ນ ຍັງຄົງເປັນຄືເລື່ອງລາວລຶກລັບທີ່ຍັງມີ ແຕ່ຄົນພະຍາຍາມທີ່ຈະພິສູດ ແລະ ຫາແນວທາງໃໝ່ໆຢູ່ສະເໝີ ແລະ ທັງໆທີ່ມີທິດສະດີ ແລະ ຫຼັກການໃນການເປັນຜູ້ຈັດການທີ່ດີ ແຕ່ກັບຍັງຄົງມີຜູ້ຈັດການທີ່ຍັງຕ້ອງພັດທະນາຕົນເອງຢູ່ອີກຫຼາຍເຊັ່ນກັນ ເຄີຍຄິດຫຼືບໍວ່າ ແມ່ນຫຍັງເປັນສາເຫດທີ່ເຮັດໃຫ້ຜູ້ຈັດການຄົນນັ້ນເປັນຜູ້ຈັດການທີ່ດີ ແລະ ມີຄົນຢາກເຮັດວຽກນຳສະເໝີ ເຮົາມາເບິ່ງວ່າໃນແຕ່ລະວັນຂອງການເຮັດວຽກ ຜູ້ຈັດການທີ່ດີເຂົາເຈົ້າມີພຶດຕິກຳດັ່ງນີ້:

ພາບປະກອບຂ່າວ

1 ທັກທາຍພະນັກງານຕອນເຊົ້າດ້ວຍຄວາມແຈ່ມໃສ ແລະ ມີພະລັງ: ຜູ້ຈັດການທີ່ດີຈະມີຄຸນລັກສະນະຢ່າງໜຶ່ງທີ່ຄືກັນຄື ອັດທະຍາໄສທີ່ດີ ທຸກເຊົ້າທີ່ເຂົ້າມາຮອດຫ້ອງການ ມັກຈະກ່າວທັກທາຍພະນັກງານກ່ອນສະເໝີ ບໍ່ຕ້ອງລໍໃຫ້ພະນັກງານເດີນເຂົ້າມາໄຫວ້ ຫຼື ສະບາຍດີ ແຕ່ຈະເປັນຄົນເວົ້າຂຶ້ນກ່ອນ ແລະ ເວົ້າທັກທາຍດ້ວຍອາລົມຍິ້ມແຍ້ມແຈ່ມໃສ ລ້າເລີງ ແລະ ພ້ອມທີ່ຈະເຮັດວຽກໃນວັນນັ້ນ ເຊິ່ງຈຸດນີ້ເອງທີ່ເຮັດໃຫ້ພະນັກງານຮູ້ສຶກເຖິງພະລັງ ແລະ ກຳລັງໃຈທີ່ຢາກຈະເຮັດວຽກໃນວັນນັ້ນ ມັນເໝືອນເປັນການເລີ່ມຕົ້ນວັນທີ່ສົດໃສ ແລະ ພ້ອມທີ່ຈະເຮັດວຽກໜັກ.

ພາບປະກອບຂ່າວ

2 ທຳດີ ໃຫ້ຄຳຊົມ: ເວລາທີ່ພະນັກງານເຮັດວຽກໄດ້ດີ ຫຼື ສ້າງຜົນງານອອກມາໄດ້ກົງກັບທີ່ຜູ້ຈັດການຕ້ອງການ ຫຼື ຫຼາຍກວ່າທີ່ຄາດຫວັງ ສິ່ງທີ່ຜູ້ຈັດການທີ່ດີຈະຕ້ອງເຮັດຄື : ໃຫ້ຄຳຊົມແກ່ພະນັກງານຄົນນັ້ນ ໂດຍທີ່ຕ້ອງຊື່ນຊົມດ້ວຍຄວາມຈິງໃຈ.
3 ເວລາເຮັດວຽກຜິດພາດ ໃຫ້ສອນ: ເວລາທີ່ພະນັກງານເຮັດວຽກຜິດພາດ ບໍ່ວ່າຈະເລື່ອງໃຫຍ່ ຫຼື ເລື່ອງນ້ອຍ ສິ່ງທີ່ຈະຕ້ອງເຮັດຄື : ຈະຕ້ອງບອກ ແລະ Feedback ພະນັກງານໃນຄວາມຜິດພາດທີ່ເກີດຂຶ້ນຢ່າງກົງໄປກົງມາ ໂດຍປາສະຈາກອາລົມໃດໆ. ເອົາຄວາມຈິງມາລົມກັນ ຈາກນັ້ນກໍຕ້ອງໃຫ້ຄຳແນະນຳ ແລະ ສອນງານ ເພື່ອໃຫ້ພະນັກງານສາມາດທີ່ຈະເຮັດວຽກໄດ້ໂດຍບໍເກີດບັນຫາເດີມຂຶ້ນອີກ.

ພາບປະກອບຂ່າວ

4 ສື່ສານ ກັບພະນັກງານຢ່າງສະໝ່ຳສະເໝີ: ການສື່ສານ ໃນທີ່ນີ້ ສາມາດເຮັດໄດ້ທັງແບບທາງການແລະ ບໍເປັນທາງການ ເປັນການສົນທະນາກັນເຖິງເລື່ອງວຽກງານ, ຄວາມຄືບໜ້າຂອງວຽກງານ, ບັນຫາຕ່າງໆ ທີ່ເກີດຂຶ້ນໃນການເຮັດວຽກຂອງໜ່ວຍງານ ການທຳແບບນີ້ ພະນັກງານຈະຮູ້ສຶກວ່າ ນາຍໃຫ້ຄວາມສຳຄັນກັບຕົນເອງ ແລະ ເຮັດໃຫ້ພະນັກງານຮູ້ສຶກວ່າຕົນເອງເປັນສ່ວນໜຶ່ງຂອງທີມ ສ່ວນການສື່ຄວາມແບບບໍ່ເປັນທາງການຄື ໃຫ້ມີການສົນທະນາໃນເລື່ອງເບົາໆ ແຊວກັນເລັກນ້ອຍ ບໍ່ແມ່ນມີແຕ່ເລື່ອງວຽກງານຕະຫຼອດເວລາ.

ພາບປະກອບຂ່າວ

5 ຫາກິດຈະກຳເຮັດຮ່ວມກັນ: ເຊັ່ນໄປກິນເຂົ້າສວາຍນຳກັນ ຫຼື ທຸກໆ ສາມເດືອນ ກໍ່ມີກິດຈະກຳທີ່ອອກໄປເຮັດຮ່ວມກັນນອກສະຖານທີ່ ຫຼື ຊວນກັນໄປທ່ຽວ ເຮັດບຸນ ແລະ ອື່ນໆ ເພື່ອສ້າງຄວາມສຳພັນອັນດີະຫວ່າງກັນ ທີ່ນອກເໜືອຈາກການເຮັດວຽກ.
6 ຟັງ ຟັງ ແລະ ຟັງ: ຜູ້ຈັດການສ່ວນໃຫຍ່ເປັນຄົນມັກເວົ້າ ເວົ້າ ແລະ ເວົ້າ ບາງຄົນເວົາຫຼາຍກວ່າຟັງ ເພາະມັກຈະຄິດວ່າ ຄົນທີ່ເປັນລະດັບຜູ້ຈັດການຈະຕ້ອງເວົ້າໃຫ້ພະນັກງານເຂົ້າໃຈ ແລະ ຈະຕ້ອງເປັນຜູ້ນຳ ແລະ ຄຳວ່າຜູ້ນຳ ກໍ່ແປວ່າເວົ້າຫຼາຍໆ ເຊິ່ງຄວາມຈິ່ງແລ້ວ ຄົນທີ່ເປັນຜູ້ຈັດການທີ່ດີຈະເປັນຄົນທີ່ຟັງຫຼາຍກວ່າເວົ້າ ເວລາພະນັກງານເວົ້າສິ່ງໃດ ກໍ່ຈະຟັງຢ່າງຕັ້ງໃຈ ແລະ ພະຍາຍາມທຳຄວາມເຂົ້າໃຈໃນສິ່ງທີ່ພະນັກງານເວົ້າ ບໍ່ແມ່ນຄອຍແຕ່ຈະຂັດຈັງຫວະລູກນ້ອງ ແລະ ຄອຍຈະບອກວ່າ “ຮູ້ແລ້ວ” ຫຼື “ ເຄີຍເຮັດມາແລ້ວ”.

ພາບປະກອບຂ່າວ

ການຈະເປັນຜູ້ຈັດການທີ່ດີ ບໍ່ຕ້ອງໄປເອົາທິດສະດີທີ່ຊັບຊ້ອນຊ່ອນເງື່ອນມາໃຊ້ ພຽງເຂົ້າໃຈພະນັກງານ, ເປີດໃຈຕົວເອງ ຍອມຮັບຟັງຄວາມຄິດຄວາມເຫັນ ແລະ ໃຫ້ເກດພະນັກງານທີ່ເຮົາດູແລຢູ່ ສຸດທ້າຍໃຫ້ຄວາມໃສ່ໃຈໃນຕົວພະນັກງານທັງໃນເລື່ອງງານ ແລະ ເລື່ອງສ່ວນຕົວ ພຽງເທົ່ານີ້ເຮົາກໍ່ສາມາດເປັນຜູ້ຈັດການທີ່ດີໄດ້ແລ້ວ ແຕ່ບັນຫາກໍ່ຄື : ເລື່ອງທີ່ເບິ່ງຄືງ່າຍ ກັບເຮັດຍາກຫຼາຍ ເພາະ “ເຮົາບໍ່ຍອມປ່ຽນແປງຕົນເອງ” ເທົ່ານັ້ນ.

(ຈາກ:Prakal)