ຂະແໜງ ອຄ ເປີດຝືກອົບຮົມວຽກງານກວດກາໄລຍະສັ້ນເພີ່ມຄວາມຮູ້ແກ່ພະນັກງານ

174

ພິທີເປີດຝຶກອົບຮົມໃຫ້ພະນັກງານກວດກາຂອງຂະແໜງອຸດສາຫະກຳ ແລະ ການຄ້າ (ອຄ) ປະຈຳປີ 2019 ມີຂຶ້ນໃນວັນທີ 3 ກຸມພາ 2020 ພະນັກງານຂະແໜງອຸດສາຫະກຳ ແລະການຄ້າ ຈາກ 4 ແຂວງທີ່ລວມມີ ນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ, ບໍລິຄຳໄຊ ແລະ ແຂວງວຽງຈັນ ເກືອບ 50 ທ່ານ ໄດ້ເຂົ້າຮ່ວມ.

ຝືກອົບຮົມວຽກງານກວດກາໄລຍະສັ້ນ ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ ປະທານກວດກາ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) .

ຈຸດປະສົງແມ່ນເພື່ອເພີ່ມຄວາມຮັບຮູ້ ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທີດສະດີ ແລະ ພຶດຕິກຳໃຫ້ແກ່ພະນັກງານກວດກາຂອງຂະແໜງ ອຄ ເພື່ອນຳໄປໜູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາຢູ່ໃນກົມກອງ, ທ້ອງຖິ່ນທີ່ຕົນຮັບຜິດຊອບໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດເປັນເສນາທິການດ້ານວຽກງານກວດກາໃຫ້ແກ່ຄະນະພັກ, ຄະນະນຳຂັ້ນຕົນ ແລະ ຂັ້ນເທິງຖັດຕົນ, ເຮັດໃຫ້ຄະນະພັກ ແລະ ອຳນາດການປົກຄອງຂັ້ນຕ່າງໆ.