ເພື່ອສືບຕໍ່ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ອັນເປັນໄພຂົ່ມຂູ່ ຕໍ່ການດຳລົງຊີວິດ ຂອງປະ ຊາຊົນລາວບັນດາເຜົ່າ ທີ່ອາໄສຢູ່ ໃນຂອບເຂດພື້ນທີ ທີ່ມີຜົນກະ ທົບຈາກລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງ ເພື່ອສະໜອງ ເນື້ອທີ່ທຳການຜະລິດທາງ ດ້ານກະສິກໍາ ຫຼຸດຜ່ອນຈຳນວນຜູ້ໄດ້ຮັບເຄາະຮ້າຍຈາກ ລບຕ ແລະ ເພື່ອ ເປັນການປະກອບສ່ວນ ເຂົ້າໃນວຽກງານແຜນການພັດທະນາແຫ່ງຊາດ ຂອງລັດຖະບານ ແຫ່ງ ສປປ ລາວ ໃນ ການລົບລ້າງຄວາມທຸກຈົນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ແລະ ອົງການເກັບກູ້ລະເບີດແມັກ ປະຈຳລາວ ໄດ້ຈັດ ວັນທີ 30 ມັງກອນ 2020 ຢູ່ທີ່ ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ນະຄອນຫຼວງວຽງຈັນ ເປັນກຽດເຊັນບົດບັນທຶກໃນຄັ້ງນີ້ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ທ່ານ ບີວ ມາດຮເດັ່ນ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ມີຜູ້ຕາງໜ້າ ຈາກກະຊວງການຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ໜ່ວຍງານ ທີ່ ກ່ຽວຂ້ອງຂອງແຂວງຄໍາມ່ວນເຂົ້າຮ່ວມ.
ອົງການເກັບກູ້ລະເບີດແມັກປະຈຳ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງການຕ່າງ ປະເທດນ໋ອກແວ (NMFA) ສຳລັບວຽກງານການສໍາຫຼວດທາງວິຊາການ ແລະ ການເກັບກູ້ລະເບີດ ຢູ່ ແຂວງຄໍາມ່ວນ ໃນສົກປີ 2019-2020 ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈຳນວນ 627.276 ໂດລາສະຫະລັດ ປະມານ 5,5 ຕື້ກີບ ໄລຍະເວລາຈັດຕັ້ງປະຕິບັດໂຄງການ 12 ເດືອນ ເຊິ່ງເງິນຈໍານວນນີ້ ທາງອົງການແມັກ ແມ່ນຈະນໍາໃຊ້ເຂົ້າໃນວຽກງານເພື່ອເຮັດການສໍາຫຼວດທາງ ດ້ານວິຊາການໃຫ້ໄດ້ ເນື້ອທີ່ 6 ລ້ານຕາແມັດ ແລະ ກວດກູ້ລະເບີດອອກຈາກເນື້ອທີ່ ດິນໃຫ້ ໄດ້ຫຼາຍກ່ວາ 8 ແສນ ຕາແມັດ ໃນເມືອງ ບົວລະພາ ແຂວງຄໍາມ່ວນ ນອກຈາກນີ້ ທຶນທີ່ໄດ້ ຮັບດັ່ງກ່າວຍັງ ໄດ້ສະໜັບສະໜູນ ວຽກການການເກັບກູ້ລະເບີດເຄື່ອນທີ່ ເມື່ອໄດ້ຮັບ ການລາຍ ງານຈາກປະຊາ ຊົນໃນທ້ອງຖິ່ນ ທີ່ໄດ້ພົບເຫັນລະເບີດບໍ່ທັນແຕກ ແລະ ໃຫ້ມີຄວາມໝັ່ນໃຈວ່າ ລະເບີດລູກດັ່ງກ່າວຖືກທໍາລາຍໂດຍໄວ ແລະ ມີຄວາມປອດໄພຕໍ່ຊີວິດ ແລະ ຊັບສີນ.
ທ່ານ ບີວ ມາດຮເດັ່ນ ກ່າວວ່າ “ຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງສຶບຕໍ່ເປັນອຸປະ ສັກກິດກັ້ນ ການພັດທະນາຂອງ ປະເທດລາວ ປະຊາຊົນ ໃນທ້ອງຖີ່ນ ບໍ່ພຽງແຕ່ດຳລົງຊີວິດ ຢູ່ດ້ວຍຄວາມຢ້ານກົວຕໍ່ກັບລະເບີດບໍ່ທັນແຕກທີ່ຢູ່ໃນເນື້ອທີ່ດິນ ເພື່ອທໍາມາຫາກີນຂອງພວກເຂົາເທົ່ານັ້ນ ແຕ່ມັນຍັງໄດ້ຂະຫຍາຍເປັນວົງກວ້າງ ແລະ ກວມລວມເຖີງ ການເຂົ້າຫາການບໍລິການຂັ້ນພື້ນຖານ.
ໂຄງການດັ່ງກ່າວຈະສືບຕໍ່ ສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ເພື່ອເຮັດໃຫ້ເນື້ອ ດິນສຳລັບການປູກຝັງ ແລະ ລ້ຽງສັດ ໃຫ້ມີຄວາມປອດໄພເຊີ່ງເປັນອີກບາດ ກ້າວໜຶ່ງທີ່ສຳຄັນ ເພື່ອຍົກສູງຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນໃນ ທ້ອງຖີ່ນໃຫ້ດີຂື້ນເທື່ອລະກ້າວ.
ອົງການເກັບກູ້ລະເບີດແມັກປະຈຳ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກ ກະຊວງການ ຕ່າງ ປະເທດນ໋ອກແວເຂົ້າໃນວຽກງານດັ່ງກ່າວ ຈັດຕັ້ງປະຕິບັດຢູ່ ແຂວງ ຄຳມ່ວນຕັ້ງແຕ່ປີ 2015 ເປັນຕົ້ນມາ.
(ຈາກ: ຂ່າວສານ ຮສສ )