ງານທັອບໄທແບຣນປີນີ້ ຈະມີຫົວໜ່ວຍທຸລະກິດເຂົ້າຮ່ວມ 200 ກວ່າຮ້ານ

78

ງານສະແດງສິນຄ້າສຸດຍອດແບຣນໄທ Top Thai Brands 2020 ພາຍໃຕ້ຫົວຂໍ້ “ ໄທ – ລາວຕໍ່ຍອດອະນາຄົດ ເປີດໂລກການຄ້າໄຮ້ພົມແດນ ” ປີນີ້ໄດ້ຄັດເລືອກກຸ່ມນັກທຸລະກິດເຂົ້າຮ່ວມກວ່າ 230 ຮ້ານ ໂດຍເນັ້ນໃສ່ສິນຄ້ານະວັດຕະກໍາ, ຄວາມຄິດສ້າງສັນທາງການຄ້າ ແລະ ທຸລະກິດເປັນຫຼັກ ພ້ອມຄາດຈະມີຜູ້ເຂົ້າຮ່ວມງານບໍ່ໜ້ອຍກວ່າ 50.000 ຄົນ ເຊິ່ງງານດັ່ງກ່າວຈະຈັດຂຶ້ນໃນລະຫວ່າງວັນທີ 4 – 8 ມີນາ 2020 ນີ້ທີ່ສູນການຄ້າ ລາວ – ໄອເຕັກ ຕຶກເກົ່າ.

ວັນທີ 31 ມັງກອນ 2020 ທີ່ສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ, ກົມສົ່ງເສີມການຄ້າລະຫວ່າງປະເທດ, ກະຊວງພານິດ ປະເທດໄທ ໄດ້ຈັດພິທີຖະແຫຼງຂ່າວການຈັດງານດັ່ງກ່າວໂດຍການເຂົ້າຮ່ວມຂອງ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ), ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີ ທ່ານ ນາງ ປະວິຕຼາ ມ່ວງສະກຸນ ທີ່ປຶກສາຝ່າຍການພານິດໃນນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ປາວິຕຼາ ມ່ວງສະກຸນ ໃຫ້ຮູ້ວ່າ: ຈຸດປະສົງຫຼັກຂອງການຈັດງານໃນຄັ້ງນີ້ກໍເພື່ອສົ່ງເສີມການຄ້າ ແລະ ການລົງທຶນຂອງສອງປະເທດ ລາວ – ໄທ ພ້ອມເພີ່ມມູນຄ່າການຄ້າ, ເສີມສ້າງພາບຫຼັກສິນຄ້າທີ່ມີຄຸນນະພາບມາດຕະຖານ ແລະ ມີເຄື່ອງໝາຍການຄ້າ ໃຫ້ເປັນທີ່ນິຍົມ ແລະ ຍອມຮັບຂອງກຸ່ມຜູ້ບໍລິໂພກທັງກະຕຸ້ນໃຫ້ນັກທຸລະກິດທັງສອງປະເທດເກີດຄວາມຮ່ວມມືລະຫວ່າງກັນ ເຊິ່ງປີນີ້ໄດ້ຄັດເລືອກກຸ່ມນັກທຸລະກິດເຂົ້າຮ່ວມງານກວ່າ 230 ຮ້ານ ໂດຍເນັ້ນເລື່ອງສິນຄ້ານະວັດຕະກໍາ, ຄວາມຄິດສ້າງສັນນະວັດຕະກໍາທາງການຄ້າ ແລະ ທຸລະກິດເປັນຫຼັກ ເຊັ່ນ: ກຸ່ມອາຫານ ແລະ ເຄື່ອງດື່ມ, ສຸຂະພາບຄວາມງາມ, ເຄື່ອງໃຊ້ພາຍໃນບ້ານ, ສິນຄ້າຂອງເດັກນ້ອຍ, ເຄື່ອງໜັງ, ສິນຄ້າກະສິກໍາລວມໄປເຖິງສິນຄ້າ ODOP ຂອງລາວເອງ.