ຄວາມສຳຄັນຂອງການສໍາຫຼວດເສດຖະກິດ ແລະ ການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ ຄັ້ງທີ III

307

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໂດຍການປະສານສົບທົບກັບບັນດາກະຊວງທີ່ກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດການສໍາຫຼວດເສດຖະກິດໃນທຸກໆ 5 ປີ ເຊິ່ງໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດມາແລ້ວ 2 ຄັ້ງ ໃນປີ 2006 ແລະ 2013. ສ່ວນການສໍາຫຼວດສະຖິຕິກະສິກໍາໄດ້ຈັດຕັ້ງປະຕິບັດໃນທຸກໆ 10 ປີ, ໃນໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດມາແລ້ວສອງຄັ້ງໃນປີ 1998/1999 ແລະ 2010/2011.

ຂອບເຂດ ແລະ ເປົ້າໝາຍຂອງການສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2020 ແມ່ນກວມເອົາບັນດາຄົວເຮືອນທີ່ດໍາເນີນທຸລະກິດ, ຫົວໜ່ວຍພື້ນຖານເສດຖະກິດ, ທຸລະກິດ ແລະ ຫ້າງຮ້ານທີ່ພວມດໍາເນີນການຜະລິດສິນຄ້າ ແລະ ບໍລິການ ຫຼື ຫາກໍເລີ່ມດໍາເນີນກິດຈະການແຕ່ 3 ເດືອນຂຶ້ນໄປຢູ່ໃນຂອບເຂດທົ່ວປະເທດ ກວມເອົາທຸກພາກສ່ວນເສດຖະກິດ ເຊັ່ນ: ເສດຖະກິດການເງິນ, ເສດຖະກິດການຜະລິດສິນຄ້າ ແລະ ບໍລິການ, ອົງການຈັດຕັ້ງລັດ ແລະ ພາກສ່ວນການຜະລິດ ແລະ ບໍລິການທີ່ບໍ່ຫວັງຜົນກໍາໄລ ເຖິງແມ່ນວ່າຈະໄດ້ຂຶ້ນທະບຽນ ຫຼື ບໍ່ໄດ້ຂຶ້ນທະບຽນ, ເລກປະຈໍາຕົວຜູ້ເສຍອາກອນ ຫຼື ບໍ່ມີ, ເປັນການລົງທຶນເອກະຊົນພາຍໃນ, ຂອງຕ່າງປະເທດ ຫຼື ຂອງລັດແມ່ນນອນໃນເປົ້າໝາຍການສໍາຫຼວດ.

ຂອບເຂດ ແລະ ເປົ້າໝາຍຂອງການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ ຄັ້ງທີ III ປີ 2019/2020 ແມ່ນຖືເອົາການຖືຄອງກະສິກໍາ ( ຜູ້ຜະລິດກະສິກໍາ ) ທັງໝົດທີ່ມີການຜະລິດກະສິກໍາໃນຜືນແຜ່ນດິນຂອງ ສປປ ລາວ.

ຜູ້ຜະລິດກະສິກໍາອາດເປັນຄົວເຮືອນດ່ຽວ, ຄົວເຮືອນລວມໝູ່, ຫົວໜ່ວຍທຸລະກິດທີ່ມີການຜະລິດກະສິກໍາ ເຖິງແມ່ນວ່າບຸກຄົນ ຫຼື ຄົວເຮືອນຈະມີສໍາມະໂນຄົວ ຫຼື ບໍ່ມີສໍາມະໂນຄົວ, ເປົ້າໝາຍສະເພາະຂອງການສໍາຫຼວດໃຫຍ່ ແມ່ນຄົວເຮືອນກະສິກໍາທັງໝົດໃນທົ່ວປະເທດ ແລະ ສໍາລັບການສໍາຫຼວດຕົວແທນ ແມ່ນຈະໄດ້ຄັດເລືອກເອົາບ້ານຕົວແທນ ແລະ ຄົວເຮືອນຕົວແທນ ເຊິ່ງຈະໄດ້ຖືກຄັດເລືອກພາຍຫຼັງສໍາເລັດການຂຶ້ນບັນຊີຄົວເຮືອນ.

ຜົນທີ່ຈະໄດ້ຮັບຈາກການສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ປີ 2020 ຈະສະໜອງຂໍ້ມູນທີ່ສໍາຄັນຕົ້ນຕໍ ຄື:

1 ໂຄງປະກອບເສດຖະກິດແຫ່ງຊາດ, ຂໍ້ມູນທາງດ້ານສະພາບການປະກອບທຶນ, ການລົງທຶນ, ອັດຕາສ່ວນຕົ້ນທຶນການຜະລິດຕໍ່ລາຍຮັບລວມ ແລະ ສະເລ່ຍຕໍ່ເດືອນຂອງຫົວໜ່ວຍເສດຖະກິດພື້ນຖານ.

2 ສະພາບການປ່ຽນແປງການເພີ່ມຂຶ້ນ ຫຼື ຫຼຸດລົງໃນການເຄື່ອນໄຫວກິດຈະກໍາ, ຈໍານວນຫົວໜ່ວຍທີ່ເຮັດກິດຈະກໍາທຸລະກິດການຄ້າ, ການບໍລິການ, ອັດຕາສ່ວນການສະໜອງສິນຄ້າ ແລະ ບໍລິການທີ່ໄດ້ຜະລິດຂຶ້ນເພື່ອສົ່ງອອກ ຫຼື ຮັບໃຊ້ພາຍໃນ.

3 ຮູບແບບການຈັດຕັ້ງຂອງຫົວໜ່ວຍເສດຖະກິດພື້ນຖານ ແລະ ອັດຕາການຖືຫຸ້ນພາຍໃນ ແລະ ຕ່າງປະເທດ, ສະພາບການຖືບັນຊີ, ສະພາບແຮງງານ ແລະ ທ່າອ່ຽງການດໍາເນີນທຸລະກິດທຽບໃສ່ໄລຍະຜ່ານມາ.

ຜົນໄດ້ຮັບຈາກການສໍາຫຼວດສະຖິຕິກະສິກໍາທົ່ວປະເທດ ຄັ້ງທີ III ປີ 2019/2020 ຈະສະໜອງຂໍ້ມູນທີ່ສໍາຄັນຕົ້ນຕໍ ຄື:

1 ຈໍານວນຜູ້ຜະລິດກະສິກໍາທັງໝົດໃນ ສປປ ລາວ ແບ່ງຕາມປະເພດ ຄື: ຄົວເຮືອນ, ຫົວໜ່ວຍການຜະລິດ ແລະ ທຸລະກິດ.

2 ໂຄງປະກອບຂອງການຜະລິດກະສິກໍາແບ່ງຕາມປະເພດ ຄື: ການປູກພືດ, ການລ້ຽງສັດ, ປະມົງ ແລະ ປ່າໄມ້.

3 ການນໍາໃຊ້ດິນເພື່ອການຜະລິດກະສິກໍາ, ເນື້ອທີ່ທີ່ໄດ້ຖືກນໍາໃຊ້ຕົວຈິງແບ່ງຕາມປະເພດ ເຊັ່ນ: ດິນມີຊົນລະປະທານ ແລະ ບໍ່ມີຊົນລະປະທານ, ການຄອບຄອງເນື້ອທີ່ຂອງຄົວເຮືອນການນໍາໃຊ້ວັດຖຸດິບເຂົ້າໃນການຜະລິດກະສິກໍາ, ການຫັນເປັນທັນສະໄໝໃນການຜະລິດ, ການນໍາໃຊ້ຊົນລະປະທານ, ປຸ໋ຍ, ເຄື່ອງຈັກ, ຢາຂ້າພະຍາດ ແລະ ຢາວັກຊີນໃນສັດ ແລະ ອື່ນໆ.

4 ການຜະລິດເປັນສິນຄ້າ, ການຂາຍຜະລິດຕະພັນກະສິກໍາຂອງຊາວກະສິກອນ, ການຂາຍຜົນລະປູກ ແລະ ຜະລິດຕະພັນອື່ນໆ.

ການຈັດຕັ້ງປະຕິບັດການສໍາຫຼວດໃຫຍ່, ການເກັບກໍາຂໍ້ມູນພາກສະໜາມຂອງການສໍາຫຼວດເສດຖະກິດ ຈະໄດ້ຈັດຕັ້ງປະຕິບັດໃນລະຫວ່າງ ເດືອນມັງກອນ ຫາ ເດືອນກຸມພາ ປີ 2020. ສ່ວນການສໍາຫຼວດສະຖິຕິກະສິກໍາທົ່ວປະເທດໃນຄັ້ງນີ້ ຈະໄດ້ຕັ້ງປະຕິບັດໃນລະຫວ່າງເດືອນ 03 ຫາ ເດືອນ 04 ປີ 2020, ການຈັດພິມ ແລະ ເຜີຍແຜ່ບົດລາຍງານຜົນຂອງສອງການສໍາຫຼວດລະດັບຊາດເບື້ອງຕົ້ນ ແມ່ນໃນເດືອນ 6 ປີ 2020.