ໂຈະຖ້ຽວບິນແບບເໝົາໄປຈີນ 5 ເສັ້ນທາງ ດ້ານສາທາຕັ້ງທີມແພດ 50 ຄົນ ປະຈຳ 2 ຈຸດ

184

ລັດວິສາຫະກິດການບິນລາວ ໄດ້ໂຈະສາຍການບິນທີ່ບິນຈາກ ສປປ ລາວ ຫາ ສປ ຈີນ ສຳລັບຖ້ຽວບິນແບບເໝົາໄປແລ້ວ 5 ເສັ້ນທາງ ແລະ ກຽມຫຼຸດຖ້ຽວບິນປົກກະຕິລົງຕື່ມ. ດ້ານກະຊວງສາທາລະນະສຸກ ໄດ້ສະໜອງອຸປະກອນທີ່ຈຳເປັນຕ່າງໆ ລວມທັງແຕ່ງຕັ້ງທີມແພດ 50 ຄົນ ປະຈຳຢູ່ສະໜາມບິນ ແລະ ດ່ານຂົວມິດຕະພາບ 1. ສ່ວນສະຖານະການຢູ່ຈີນ ມາຮອດວັນທີ 31 ມັງກອນ ຜູ້ຕິດເຊື້ອເພີ່ມຂຶ້ນເປັນ 11.791 ກໍລະນີ, ເສຍຊີວິດ 259 ຄົນ ແລະ ສາມາດປິ່ນປົວດີແລ້ວອອກໂຮງໝໍຈຳນວນ 243 ຄົນ.

ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ໄດ້ໃຫ້ສຳພາດໃນວັນທີ 30 ມັງກອນ 2020 ນີ້ວ່າ: ຈຳນວນສາຍການບິນແບບເໝົາທີ່ໂຈະໄປແລ້ວມີ ວຽງຈັນ – ຊາງໂຈ, ວຽງຈັນ – ຫາງໂຈ, ວຽງຈັນ – ຊຽງໄຮ້, ຫຼວງພະບາງ – ຊຽງໄຮ້ ແລະ ຫຼວງພະບາງ – ຊຽງຮຸ່ງ ຖ້ຽວບິນເຫຼົ່ານີ້ເປັນຖ້ຽວບິນແບບເໝົາການບໍລິການຂອງ ບໍລິສັດທ່ອງທ່ຽວຈີນ, ພາຍຫຼັງມີການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ ຢູ່ເມືອງອູຫັ້ນ ແຂວງຫູເປີ່ຍ ສປ ຈີນ ລັດຖະບານຈີນ ກໍໄດ້ອອກແຈ້ງການຫ້າມເອົານັກທ່ອງທ່ຽວຈີນອອກນອກປະເທດ. ສະນັ້ນ, ບໍລິສັດທ່ອງທ່ຽວຂອງຈີນ ຈຶ່ງໄດ້ເຮັດຈົດໝາຍຂໍຮ້ອງມາຍັງການບິນລາວ ເພື່ອຢຸດຕິສາຍການບິນດັ່ງກ່າວນັ້ນ, ໃນຂະນະດຽວກັນກໍກຳລັງຕິດຕາມອີກ 3 ເສັ້ນທາງ ຄື: ວຽງ ຈັນ – ຊາງສາ, ວຽງຈັນ – ເສີນຕູ ແລະ ຫຼວງພະບາງ – ຊາງສາ ເຊິ່ງປັດຈຸບັນບໍ່ທັນມີຈົດໝາຍຈາກບໍລິສັດທ່ອງທ່ຽວຈີນ ເພື່ອໂຈະສາຍການບິນເຫຼົ່ານີ້ເທື່ອ.

ທ່ານ ບຸນມາ ຈັນທະວົງສາ ກ່າວຕື່ມວ່າ: ສຳລັບຖ້ຽວບິນປົກກະຕິທີ່ມີຕາຕະລາງການບິນຈາກ ສປປ ລາວ ໄປ ສປ ຈີນ ແມ່ນມີສອງເສັ້ນທາງ ຄື: ວຽງ ຈັນ – ຄຸນໝິງ ໂດຍບິນ 1 ຖ້ຽວຕໍ່ວັນ ແລະ ວຽງຈັນ – ກວາງໂຈ ບິນ 3 ຖ້ຽວຕໍ່ອາທິດ. ມາຮອດປັດຈຸບັນເຫັນວ່າຈຳນວນຜູ້ໂດຍສານແມ່ນຫຼຸດລົງ. ສະນັ້ນ, ມີ ຄວາມເປັນໄປໄດ້ວ່າຈະໄດ້ຫຼຸດຖ້ຽວບິນທັງສອງເສັ້ນທາງລົງ, ຈາກມື້ລະຖ້ຽວມາເປັນ 3 ຖ້ຽວຕໍ່ອາທິດ ສຳລັບ ວຽງຈັນ – ຄຸນໝິງ ຈາກ 3 ຖ້ຽວຕໍ່ອາທິດ ຫຼຸດລົງເຫຼືອ 2 ຖ້ຽວຕໍ່ອາທິດ ສຳລັບ ວຽງຈັນ – ກວາງໂຈ ຄາດວ່າຈະເລີ່ມຈັດຕັ້ງປະຕິບັດໃນອາທິດໜ້າເປັນຕົ້ນໄປ.
ສຳລັບສາຍການບິນຂອງຈີນ ທີ່ບິນມາລາວ ກໍມີຫຼາຍຖ້ຽວໃນແຕ່ລະມື້ແຕ່ວ່າມາຮອດປັດຈຸບັນນີ້ເຫັນວ່າໄດ້ຢຸດໄປຫຼາຍຖ້ຽວແລ້ວ ແລະ ເກືອບບໍ່ມີສາຍການບິນຈີນບິນມາລາວ. ສປປ ລາວ ມີຖ້ຽວບິນໄປຫາ ສປ ຈີນ ທັງໝົດ 9 ເສັ້ນທາງ ຄື: ຄຸນໝິງ, ກວາງໂຈ, ຊາງໂຈ, ຊາງສາ, ຊຽງໄຮ້, ເວິນໂຈ, ເສີນຕູ ແລະ ຈາກນະຄອນຫຼວງພະບາງ ໄປຫາ ຊາງສາ ແລະ ຊຽງຮຸ່ງ.

ທ່ານ ດຣ. ບຸນທະວີ ເດດບັນດິດ ຮັກສາການຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ( ນວ ) ໃຫ້ສຳພາດໃນວັນທີ 30 ມັງກອນ 2020 ວ່າ: ພະແນກສາທາລະນະສຸກ ນວ ໄດ້ເອົາໃຈໃສ່ໃນການຊີ້ນຳຕິດຕາມກວດກາ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະຖານະການການລະບາດຂອງພະຍາດດັ່ງກ່າວຕາມຈຸດຕ່າງໆ ໂດຍສະເພາະແມ່ນສະໜາມບິນສາກົນວັດໄຕ ແລະ ດ່ານຂົວມິດຕະພາບ ໂດຍສະໜອງອຸປະກອນກວດກາພະຍາດຈຳນວນໜຶ່ງ ພ້ອມທັງແຕ່ງຕັ້ງອ້າຍນ້ອງທີມແພດປະມານ 50 ກວ່າຄົນ ປະຈໍາຢູ່ສະໜາມບິນ ແລະ ດ່ານຂົວມິດຕະພາບ ໃນການຕິດຕາມກວດກາຄົນເຂົ້າເມືອງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດປອດອັກເສບໂຄໂຣນາ. ນອກນັ້ນ, ຍັງໄດ້ແຕ່ງຕັ້ງຄະນະຊີ້ນຳຕິດຕາມສະພາບການລະບາດພະຍາດດັ່ງກ່າວຕາມຈຸດຕ່າງໆ ໃນນະຄອນຫຼວງວຽງຈັນ ທີ່ມີຄົນຈີນອາໄສຢູ່ເພື່ອຮັບຮູ້ ແລະ ລາຍງານສະພາບເພື່ອການຄວບຄຸມທີ່ທັນການ.

ທ່ານ ດຣ. ສຸລິຍາ ວິໄລທອງ ຫົວໜ້າທີມແພດປະຈຳຢູ່ສະໜາມບິນສາກົນວັດໄຕ ໃຫ້ສຳພາດວ່າ: ປັດຈຸບັນທີມແພດປະຈຳຢູ່ສະໜາມບິນວັດໄຕ ມີທັງໝົດ 19 ຄົນ ທີ່ປະຈຳການຕະຫຼອດເວລາ. ນອກນັ້ນ, ຍັງມີຄະນະຊີ້ນຳ 6 ຄົນ ແລະ ແພດຈາກພະແນກສາທາ ນວ 4 ຄົນ ເຊິ່ງໄດ້ປະຕິບັດຕິດຕາມກວດກາທຸກສາຍການບິນຕ່າງປະເທດເຂົ້າລາວ ເຊິ່ງທີມແພດມີອຸປະກອນກວດຢ່າງຄົບຊຸດ ໂດຍສະເພາະແມ່ນເຄື່ອງກວດສະແກນຄົນຍ່າງຜ່ານທີ່ສາມາດກວດໄດ້ພາຍໃນໄລຍະ 10 ແມັດ ໂດຍໄດ້ຕັ້ງຄ່າລະດັບອຸນຫະພູມໄວ້ 37 ອົງສາ ເພື່ອແຈ້ງເຕືອນກໍລະນີພົບຜູ້ມີໄຂ້ທົ່ວໄປ ຫຼື ຜູ້ຕິດເຊື້ອພະຍາດດັ່ງກ່າວໂດຍອັດຕະໂນມັດ ພ້ອມທັງໃຊ້ເຄື່ອງກວດ Polygreen ເພື່ອກວດອີກຄັ້ງ.  ສຳລັບກໍລະນີສົງໄສທີມແພດຈະແຍກຜູ້ກ່ຽວອອກທັນທີ ພ້ອມສອບຖາມປະຫວັດ ແລະ ນຳສູ່ໂຮງໝໍ ໂດຍທີມງານໄດ້ຍົກລະດັບຄວາມອັນຕະລາຍຕັັ້ງແຕ່ວັນທີ 23 ມັງກອນ ເປັນຕົ້ນມາ.

ຜ່ານການປະຕິບັດມາເປັນໄລຍະເວລາ 7 ວັນ ( 23 – 29 ມັງກອນ ) ທາງທີມແພດໄດ້ກວດຄົນເຂົ້າເມືອງທັງໝົດ 13.583 ຄົນ ຈາກ 142 ຖ້ຽວບິນ. ໃນນັ້ນ, ຈາກ ສປ ຈີນ ມີ 3.310 ຄົນ ໃນ 39 ຖ້ຽວບິນ ເຊິ່ງມາຮອດປັດຈຸບັນເຫັນວ່າຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດປອດອັກເສບໄວຣັສໂຄໂຣນາເທື່ອ. ນອກນັ້ນ, ບັນດານັກສຶກສາລາວ ທີ່ມາຈາກ ສປ ຈີນ ທາງທີມແພດກໍໄດ້ຕິດຕາມຢ່າງເປັນປົກກະຕິ.

ທ່ານ ດຣ. ເພັດສະໝອນ ຜິວແສງທອງ ແພດປະຈໍາດ່ານຂົວມິດຕະພາບ ໄທ – ລາວ ໃຫ້ສໍາພາດວ່າ: ການປະຕິບັດໜ້າທີ່ຂອງທີມແພດເຝົ້າລະວັງແມ່ນໄດ້ມີການກວດກາຜູ້ໂດຍສານຕ່າງໆ ໂດຍສະເພາະແມ່ນຜູ້ທີ່ມາຈາກຈີນ ໂດຍຈະວັດແທກອຸນຫະພູມ ຖ້າກໍລະນີມີໄຂ້ ຫຼື ມີກໍລະນີສົງໄສວ່າຕິດເຊື້ອກໍຈະມີການລາຍງານໃຫ້ແກ່ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ແລະ ລາຍງານໂຮງໝໍມິດຕະພາບ ເພາະເປັນໂຮງໝໍທີ່ມີຄວາມພ້ອມ.

ປັດຈຸບັນຍັງບໍ່ພົບກໍລະນີສົງໄສທີ່ຜ່ານດ່ານເຂົ້າມາ, ແຕ່ທີມງານໄດ້ເອົາໃຈໃສ່ເຝົ້າລະວັງ ແລະ ປະສານງານກັບພາກສ່ວນກ່ຽວຂ້ອງເປັນປະຈຳ ໂດຍໄດ້ແຕ່ງຕັ້ງແພດປະຈຳ 5 ຄົນຕໍ່ມື້ ເລີ່ມແຕ່ເວລາ: 6:00 ຫາ 21:30 ໂມງ ຕາມເວລາເປີດ – ປິດດ່ານ.

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 1 ກຸມພາ ວ່າ: ຕົວເລກຜູ້ຕິດເຊື້ອມາຮອດວັນທີ 31 ມັງກອນໃນປະເທດຈີນ ເພີ່ມຂຶ້ນເປັນ 11.791 ກໍລະນີ ຫຼື ເພີ່ມຂຶ້ນ 2.102 ກໍລະນີ ຈາກວັນທີ 30 ມັງກອນ, ເສຍຊີວິດ 259 ກໍລະນີ ( ເພີ່ມຂຶ້ນຈາກມື້ກ່ອນ 46 ຄົນ ), ປິ່ນປົວດີ 243 ຄົນ ( ຈາກ 171 ຄົນໃນວັນທີ 30 ມັງກອນ ).