ຕ້າ ເອແພັກ ໄດ້ຮັບເລືອກເປັນ Official Supporter ຂອງອົງການ ໄຈກາລາວ

149

ຕ້າ ເອແພັກ ຫຼື ເທບມະຫາວິໄຊ ໄຊທິລາດ ຜູ້ບໍລິຫານ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ນັກຮ້ອງ, ນັກສະແດງ ແລະ ນັກແຕ່ງເພງ ເຊິ່ງໄດ້ຮັບ ຄວາມໄວ້ວາງໃຈຖືກເລືອກເປັນຕົວແທນການໂຄສະນາກິດຈະກຳຂອງອົງການ JICA LAOS ໃນຖານະເປັນ Official Supporter ເປັນປີທີ 3 ຕິດຕໍ່ກັນ.

ທ່ານ ເທບມະຫາວິໄຊ ໄຊທິລາດ ໃຫ້ສໍາພາດກັບທີມຂ່າວເຮົາວ່າ: ຖືວ່າເປັນຄວາມພູມໃຈທີ່ສຸດທີ່ໄດ້ຮັບຄວາມໄວ້ວາງໃຈຈາກອົງການໄຈກາ ປະຈໍາລາວ ແລະ ເປັນປີທີ 3 ທີ່ໄດ້ຖືກເລືອກເປັນຕົວແທນໃນການໂຄສະນາກິດຈະກຳໃນຖານະເປັນ Official Supporter ໂດຍຈະເຮັດໜ້າທີ່ຮັບມາໃຫ້ດີ ແລະ ພັດທະນາໃຫ້ດີຂຶ້ນເລື້ອຍໆໄປອີກ.

ໃນໄລຍະທີ່ເປັນຖານະ Official Supporter ກໍໄດ້ຮ່ວມເຮັດກິດຈະກໍາຫຼາຍຢ່າງຈາກອົງການໄຈກາ ລວມໄປເຖິງການສົ່ງເສີມສີໄມ້ລາຍມືຂອງຄົນລາວໃນການພັດທະນາເລື່ອງການປະດິດຄິດສ້າງ ແລະ ອາສາສະໝັກຈາກຍີ່ປຸ່ນ ກໍໄດ້ມາຮ່ວມສົມທົບຮ່ວມເຮັດກິດຈະກໍາ, ຕົນເອງກໍເປັນຄົນໜຶ່ງໃນການສົ່ງເສີມການໂປຣໂໝດ ແລະ ໄດ້ມີການເຮັດບົດເພງທີ່ບົ່ງບອກເຖິງ ຄວາມໝາຍ ກ່ຽວກັບເລື່ອງ ຄວາມຮັກໃນສັງຄົມຄືເພງ “ ຫົວໃຈດຽວກັນ ” ມີທັງເວີຊັນພາສາລາວ ແລະ ພາສາຍີ່ປຸ່ນ.

ໃນຖານະທີ່ຕົນເອງໄດ້ຮັບໜ້າທີ່ໃນອົງການໄຈກາ ແລະ ໃນຖານະທີ່ເປັນສິລະປິນຄົນໜຶ່ງທີ່ຢູ່ວົງການບັນເທີງມາຫຼາຍກວ່າ 15 ປີຜ່ານມາ ສິ່ງທີ່ຕົນເອງຄໍານຶງເຖິງທີ່ສຸດຄືການເປັນແບບຢ່າງໃຫ້ກັບໄວໜຸ່ມ ໂດຍສົ່ງເສີມໃຫ້ພວກເຂົາໄດ້ມີແຮງບັນດານໃຈໃນການສ້າງສັນ, ແຮງບັນດານໃຈໃນການສົ່ງເສີມຂອງ ຄວາມຝັນ ແລະ ສິ່ງຕ່າງໆທີ່ພວກເຂົາຢາກເຮັດ ເຊັ່ນ: ກີລາ, ດົນຕີ, ວຽກງານໃນວົງການບັນເທີງ ຫຼື ການສຶກສາ. ສະນັ້ນ, ຕົນເອງຈຶ່ງຄິດວ່າການເປັນແບບຢ່າງທີ່ດີໃຫ້ກັບພວກເຂົາ ຈະເປັນການຊ່ວຍເພີ່ມທາງເລືອກໃໝ່ໆໃຫ້ກັບພວກເຂົາໄດ້.

ພູມໃຈ ແລະ ດີໃຈທີ່ສຸດທີ່ທຸກຄົນຍ່າງຄຽງຂ້າງກັນມາຕະຫຼອດ ນັບແຕ່ເລີ່ມຕົ້ນຈົນມາຮອດປັດຈຸບັນ. ສຸດທ້າຍຂໍຝາກຕິດຕາມຜົນງານ ແລະ ຂໍ້ມູນ – ຂ່າວສານອື່ນໆໄດ້ໃນຊ່ອງທາງເຟສບຸ໊ກສ່ວນຕົວ: Tar Apacts ແລະ  ເພຈ໌: Kaona Laos Entertainment ເຊິ່ງໃນປີ 2020 ນີ້ຈະມີການຜະລິດຜົນງານໃໝ່ໆອອກມາໃຫ້ຕິດຕາມກັນແນ່ນອນ.

( ຂ່າວ: ນຸ້ມນິ້ມ )

( ຮູບ: ຄ້າຍກ້າວໜ້າ )