ການຈອດລົດໃນພື້ນທີ່ບໍ່ຮາບພຽງ ມີຜົນເສຍຕໍ່ລົດຄືແນວໃດ?

121

ການຈອດລົດໃນພື້ນທີ່ບໍ່ຮາບພຽງເປັນສິ່ງທີ່ຄວນຫຼີກລຽງທີ່ສຸດ ເພາະເມື່ອທ່ານຫາກກັບມາໃນລົດອີກຄັ້ງ ແລະ ຕິດຈັກເພື່ອທີ່ຈະເຄື່ອນທີ່ ຈະຮູ້ສຶກໄດ້ວ່າຄັນເກຍຈະເຂົ້າຍາກກວ່າປົກກະຕິເລັກໜ້ອຍ ເຊິ່ງຖືວ່າເປັນເລື່ອງປົກກະຕິບໍ່ຕ້ອງຕົກໃຈ ຫຼື ຄິດວ່າເກຍເສຍຫາຍແຕ່ຢ່າງໃດ.

ຈອດລົດໃນພື້ນທີ່ບໍ່ຮາບພຽງເປັນເວລາດົນ ສົ່ງຜົນເສຍຕໍ່ລົດ ຫຼື ບໍ່?

ການຈອດລົດໃນພື້ນທີ່ບໍ່ພຽງໄປດ້ານໃດດ້ານໜຶ່ງບໍ່ວ່າຊ້າຍ ຫຼື ຂວາ ແນ່ນອນວ່ານໍ້າໜັກຂອງໂຕລົດຈະເທໄປດ້ານທີ່ຕໍ່າກວ່າ ຫາກຈອດລົດຕິດຕໍ່ກັນເປັນເວລາດົນນານຍ່ອມເກີດຜົນເສຍ ເຊັ່ນ: ສົກອັບ, ປີກນົກ, ລູກໝາກ, ຢາງຕີນລົດ ຖ້າຈອດທຸກໆມື້ລະບົບຊ່ວງລ່າງຂອງລົດຍ່ອມຕ້ອງມີບັນຫາຫຼາຍກວ່າລົດທີ່ຈອດໃນພື້ນທີ່ຮາບພຽງ ເຊິ່ງລະດັບຄວາມອຽງທີ່ຈະສົ່ງຜົນກະທົບຕໍ່ລົດຫຼາຍທີ່ສຸດຄືຕັ້ງແຕ່ 15 ອົງສາ ຂຶ້ນໄປຈົນເຖິງ 45 ອົງສາ, ເມື່ອນໍ້າໜັກຂອງໂຕລົດເທໄປຕໍາແໜ່ງທີ່ບໍ່ເທົ່າກັນ ລະບົບຊ່ວງລ່າງເຊັ່ນຢາງຕີນລົດກໍຮັບນໍ້າໜັກເບື້ອງທີ່ອຽງຫຼາຍກວ່າປົກກະຕິ ຫາກຈອດເປັນເວລາດົນ ຫຼື ຈອດເປັນປະຈໍາ ຢາງຕີນລົດເບື້ອງທີ່ຮັບນໍ້າໜັກເປັນປະຈໍາຈະມີບັນຫາບວມໄດ້ງ່າຍກວ່າຢາງຕີນລົດຂ້າງທີ່ບໍ່ຕ້ອງຮັບນໍ້າໜັກ ແລະ ໂຕລົດເສື່ອມເສຍສົມດຸນບໍ່ເທົ່າກັນ.

ວິທີການຈອດລົດໃນທາງຄ້ອຍຊັນເພື່ອຮັກສາເກຍ      ( ເກຍອັດຕະໂນມັດ ) ຖ້າເປັນໄປໄດ້ຄວນຈອດລົດໃນພື້ນທີ່ປົກກະຕິ, ຫຼີກລຽງການຈອດໃນທາງທີ່ຄ້ອຍຊັນ ເພາະການຈອດລົດໃນທາງຊັນຈະເຮັດໃຫ້ເກຍຕໍາແໜ່ງ P ຫຼື ເກຍຈອດທີ່ເຮັດວຽກໜັກ ລອງນຶກພາບເຟືອງເກຍທີ່ຕ້ອງຂົບກັນ ເພື່ອບໍ່ໃຫ້ລົດໄຫຼດ້ວຍແຮງຂະໜາດເທົ່ານໍ້າໜັກໂຕລົດ ລວມກັບແຮງໂນ້ມຖ່ວງຂອງໂລກ ເຊິ່ງເກຍ P ຈະຕ້ອງແບກນໍ້າໜັກຫຼາຍພຽງໃດຖ້າຫາກບໍ່ມີເບຣກມືຊ່ວຍ ຫຼື ເບຣກຈາກແປ້ນ     ເບຣກ ເຊິ່ງ ບາງທ່ານດ້ວຍ ຄວາມຊິນເຄີຍ ແລະ ເປັນນິດໄສທຸກຄັ້ງທີ່ຈອດລົດ ບໍ່ວ່າຈະເປັນພື້ນທີ່ພຽງ ຫຼື ບໍ່ພຽງຈະໃສ່ເກຍ P ກ່ອນເຂົ້າເບຣກມື ເຊິ່ງວິທີນີ້ແມ່ນຜິດອາດສົ່ງຜົນໄລຍະຍາວເຮັດໃຫ້ເກຍລົດມີບັນຫາໄດ້, ເກຍ P ຄືຕໍາແໜ່ງສໍາລັບຈອດນິ້ງຖ້າມີແຮງດັນ ຫຼື ຍູ້ກໍບໍ່ສາມາດເຄື່ອນລົດໄດ້ເມື່ອເຟືອງຂ້າງໃນຂົບກັນຢູ່.

ຖ້າຈໍາເປັນຕ້ອງຈອດລົດໃນທາງຄ້ອຍຊັນກໍສາມາດປະຕິບັດໄດ້ ໂດຍມີຂັ້ນຕອນທີ່ຖືກຕ້ອງໄດ້ດັ່ງນີ້:

1 ຈອດລົດໃຫ້ນິ້ງສະນິດກ່ອນຢຽບເບຣກເພື່ອໃຫ້ລົດບໍ່ໄຫຼ. ຈາກນັ້ນ, ເລື່ອນຄັນເກຍໄປທີ່ຕໍາແໜ່ງ N ແລະ ດຶງ    ເບຣກມື.

2 ຄ່ອຍໆປ່ອຍຕີນອອກຈາກແປ້ນເບຣກ ເບິ່ງວ່າລົດຍັງໄຫຼ ຫຼື ບໍ່?

3 ຖ້າລົດຍັງໄຫຼໃຫ້ດຶງ     ເບຣກມືຂຶ້ນ ໃຫ້ເບຣກມືຈັບ   ເບຣກໃຫ້ແໜ້ນຂຶ້ນຈົນລົດບໍ່ໄຫຼລົງໄປໄດ້.

4 ຈາກນັ້ນຄ່ອຍເລື່ອນຄັນເກຍໄປຕໍາແໜ່ງເກຍ P ແລ້ວຈຶ່ງມອດເຄື່ອງຈັກ.

ການປະຕິບັດຕາມຂັ້ນຕອນການຈອດລົດນີ້ ບໍ່ພຽງສະເພາະການຈອດລົດໃນທາງຄ້ອຍຊັນເທົ່ານັ້ນ ພື້ນທີ່ຮາບພຽງຈອດປົກກະຕິກໍຕ້ອງປະຕິບັດໃຫ້ເປັນນິດໄສເຊັ່ນກັນ, ການໃຊ້ເບຣກມືເພື່ອຊ່ວຍຫຼຸດພາລະການເຮັດວຽກຂອງຊິ້ນສ່ວນພາຍໃນເກຍບໍ່ໃຫ້ຖືກລັອກທີ່ເຟືອງ ຈົນອາດແໜ້ນເກີນໄປກາຍເປັນບັນຫາຕໍ່ມາຄືບັນຫາເກຍ P ຄ້າງ.

ເກຍ P ລັອກເຂົ້າເກຍບໍ່ໄດ້ເພາະຖືກແຮງຂອງນໍ້າໜັກລົດດຶງເອົາໄວ້, ສາຍຄັນເກຍຈະຖືກໃຊ້ງານດ້ວຍແຮງດຶງທີ່ຫຼາຍກວ່າການເຮັດວຽກປົກກະຕິ, ສົ່ງຜົນໃຫ້ຊິ້ນສ່ວນເສື່ອມສະມັດຖະພາບໄວກ່ອນອາຍຸການໃຊ້ງານຂອງລົດ ແລະ ເກຍກໍອາຍຸສັ້ນກວ່າຄວນຈະເປັນ ການໃຊ້ເບຣກທັງ      ເບຣກມື ແລະ ແປ້ນເບຣກ ຈຶ່ງເປັນຕົວຊ່ວຍຫຼຸດພາລະຂອງຊິ້ນສ່ວນພາຍໃນຕ່າງໆຂອງເກຍ.

ພຽງແຕ່ການຈອດລົດຢ່າຄິດວ່າບໍ່ສໍາຄັນ ເລື່ອງເລັກໜ້ອຍທີ່ປະຕິບັດຜິດວິທີໂດຍຕະຫຼອດ ອາດພາໃຫ້ຊິ້ນ ສ່ວນຕ່າງໆພາຍໃນຂອງເກຍເສື່ອມສະມັດຖະພາບໄວກວ່າປົກກະຕິ ເມື່ອຮູ້ວິທີທີ່ຖືກຕ້ອງຄວນປະຕິບັດໃຫ້ເປັນນິດໄສທຸກເທື່ອທີ່ຈອດ ເຖິງວ່າຈະເປັນພື້ນທີ່ຮາບພຽງ ຫຼື ຈອດໃນພື້ນທີ່ບໍ່ພຽງທຸກຄັ້ງ ພຽງແຕ່ເທົ່ານີ້ກໍສາມາດຍືດອາຍຸການໃຊ້ງານເກຍລົດໃຫ້ຢູ່ໄປດົນໆ.

( ໂດຍ: ພຸດຕີ້ )

( ຂໍ້ມູນຈາກຫ້ອງຂາຍລົດມິດຊູບິຊິລາວ )