ວິທີແກ້ຕົ້ນໝາກເຜັດທີ່ໃບງໍ ມາເປັນໃບງາມໄດ້ຜົນຜະລິດດີ ດ້ວຍຂີ້ເຖົ່າ

131

ໝາກເຜັດຈັດຢູ່ປະເພດຜັກທີ່ເປັນໝາກ ທີ່ທຸກຄົວເຮືອນນໍາມາປຸງແຕ່ງ, ປະກອບເປັນອາຫານ, ທີ່ມີລົດຊາດເຜັດ, ແຊບ ຍິ່ງຄົນທີ່ມັກກິນເຜັດ, ອາຫານລົດຈັດໆຍິ່ງຕ້ອງມີໄວ້ປະຈໍາບ້ານ ບາງເຮືອນກໍປູກໄວ້, ແລະ ໝາກເຜັດນັບເປັນຜົນລະປູກທີ່ຂາຍດີບໍ່ແພ້ຜັກປະເພດອື່ນໆ

ແຕ່ສໍາລັບຄົນທີ່ປູ ຫຼື ຊາວກະຊິກໍາ ຕ້ອງໄດ້ເອົາໃຈໃສ່ສະໝໍ່າສະເໝີເພື່ອໃຫ້ມີຜົນທີ່ດີ, ສົມບູນ ເຊິ່ງພະຍາດທີ່ເຮົາມັກພົບເຫັນທົ່ວໄປຂອງຕົ້ນໝາກເຜັດຄື: ໃບງໍທີ່ເກິໍີດຈາກ ເພີ້ຍໄຟ ທີ່ເຮັດໃຫ້ເຮົາໄດ້ຜົນຜະລິດທີ່ບໍ່ງາມ ແລະ ໜ້ອຍ ດັ່ງນັ້ນມື້ນີ້ເຮົາມາລອງປະຕິບັດວິທີຮັບມືກັບອາການນີ້ໂດຍວິທີທໍາມະຊາດຫາໄດ້ງ່າຍໆ:

ເລີ່ມຈາກນໍາຂີ້ເຖົ່າຈາກເຕົາໄຟໃນເຮືອນຄົວ ຫຼື ຂີ່ເຖົ່າທີ່ໄດ້ຈາກການເຜົາໄໝ້ຕ່າງໆ ນໍາມາໂຮຍບໍລິເວນທີ່ມີອາການເຫຼົ່ານັ້ນ ແຕ່ບໍ່ຕ້ອງຫົດນໍ້າ
ການໂຮຍໃຫ້ໂຮຍ 2-3 ຮອບ ແຕ່ລະຮອບເວັ້ນ 2 ມື້ຈຶ່ງໂຮຍ

ຫຼື ອີກວິທີໜຶ່ງ ນໍາເຖົ່າ ໄປປະສົມໃຫ້ເຂົ້າກັນ ຖິ້ມໄວ້ຈົນຕົກຕະກອນ ຈາກນັ້ນຈຶ່ງນໍາມາສີດໃສ່ໃບ, ບໍລິເວນທີ່ໃບງໍ ແລະ ຫາກວ່າມັນງໍເປັນຈໍານວນຫຼາຍໃຫ້ເດັດໃບ, ງ່ານັ້ນອອກແລ້ວໃຫ້ໃບໃໝ່ປົ່ງມາແທນ.

ແບບນີ້ງ່າຍໆເລີຍແມ່ນບໍ່, ແຖມຫາໄດ້ງ່າຍໆອີກ ລອງໄປປະຕິບັດເບິ່ງເດີ້ ບອກເລີຍວ່າໄດ້ໃບງາມ ຕາມດ້ວຍຜົນຜະລິດດີ.