ວິກິດລາຄາພິກໄທໃນຕະຫຼາດໂລກຢູ່ໃນໄລຍະຂາລົງ

77

ລາຄາພິກໄທໃນປີນີ້ບໍ່ມີທ່າອ່ຽງວ່າຈະຂຶ້ນຫຼັງຈາກມີການຫຼຸດກໍາລັງການຜະລິດພິກໄທເປັນຈໍານວນຫຼາຍໃນໄລຍະປີກ່ອນເນື່ອງຈາກຜົນຜະລິດມີຫຼາຍກວ່າຄວາມຕ້ອງການຄຽງຄູ່ກັບຫຼາຍປະເທດທີ່ບໍລິໂພກພິກໄທມີຄໍາສັ່ງຊື້ໃນປະລິມານໜ້ອຍ.

ສະມາຄົມພິກໄທຫວຽດນາມລາຍງານວ່າ:ຕະຫຼາດຫວຽດນາມຍັງມີພິກໄທໃນຄັງແຮປະລິມານຫຼາຍໂດຍເປັນພິກໄທທີ່ຕົກຄ້າງຕັ້ງແຕ່ລະດູປູກຝັງເມື່ອປີກ່ອນໂດຍຄົວເຮືອນຕ່າງໆຕະຫຼອດຮອດນັກທຸລະກິດຕ່າງສະສົມພິກໄທໄວ້ ແລະ ລໍຖ້າໃຫ້ລາຄາຂຶ້ນ.

ສ່ວນໃນຕະຫຼາດໂລກມີທ່າອ່ຽງທີ່ຜົນຜະລິດພິກໄທຈະເພີ່ມຂຶ້ນຈາກປະເທດຜູ້ຜະລິດພິກໄທລາຍໃຫຍ່ໆເຊັ່ນອິນເດຍທີ່ຄາດຄະເນວ່າຜົນຜະລິດພິກໄທໃນປີນີ້ຈະຢູ່ທີ່ປະມານ61.000-62.000ໂຕນເພີ່ມຂຶ້ນຕໍ່ປີປະມານ30%.

ສະມາຄົມພິກໄທຫວຽດນາມໃຫ້ຮູ້ວ່າ:ປະເທດ ບຣາຊິນເປັນຕົ້ນແບບດ້າການຜະລິດເນື່ອງຈາກສາມາດຜະລິດພິກໄທໂດຍໃຊ້ຕົ້ນທຶນຕໍ່າ ແລະ ໃຫ້ຜົນຜະລິດສູງ.