ໂຮງຮຽນເດັກຄໍາຮູ້ ເນັ້ນພັດທະນາການຮັບຮູ້ໃຫ້ເດັກນ້ອຍ

253

ນະໂຍບາຍຫຼັກຂອງໂຮງຮຽນເດັກຄຳຮູ້ ຄື: ຕ້ອງຂະຫຍາຍສາຂາໄດ້ຄົບທຸກແຂວງທົ່ວປະເທດ ແລະ ເພື່ອໃຫ້ເປົ້າໝາຍດັ່ງກ່າວນັ້ນບັນລຸຜົນເປັນຈິງ ຈຶ່ງຢາກເຊີນຊວນຜູ້ທີ່ມີຄວາມມັກຮັກ ແລະ ສົນໃຈຢາກປະກອບກິດຈະການໂຮງຮຽນທີ່ມີຄວາມໝັ້ນຄົງ ໂດຍການລົງທຶນຄັ້ງດຽວແຕ່ສາມາດຄືນທຶນໄດ້ໄວໃນໄລຍະເວລາອັນສັ້ນ, ພວກເຮົາພ້ອມສະໜອງອຸປະກອນ, ສະໜອງວິຊາການ, ໃຫ້ການຊ່ວຍເຫຼືອ, ດູແລ ແລະ ບໍລິຫານໄປຄຽງຄູ່ທ່ານ ສົນໃຈຮ່ວມລົງທຶນ ຫຼື ຊື້ແຟນຊາຍໂຮງຮຽນແມ່ນສາມາດຕິດຕໍ່ສອບຖາມໄດ້ທຸກຂາສາ.

ທ່ານ ນາງ ດາວວອນ ບຸນມະວົງ ປະທານຜູ້ບໍລິຫານໂຮງຮຽນເດັກຄໍາຮູ້ ໃຫ້ຮູ້ວ່າ: ໂຮງຮຽນອະນຸບານ – ປະຖົມເດັກຄໍາຮູ້ ໄດ້ສ້າງຕັ້ງຂຶ້ນໃນປີ 2013 ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຕະຫຼອດເວລາ 6 ປີຜ່ານມາທາງໂຮງຮຽນໄດ້ມີການພັດທະນາສົ່ງເສີມໃຫ້ເດັກມີ ຄວາມຮູ້ – ຄວາມສາມາດ ແລະ ຈິນຕະນາການອັນໃໝ່ໆ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນອະນາຄົດຂອງຊາດ.


ດັ່ງນັ້ນ, ໂຮງຮຽນຈຶ່ງໄດ້ຂະຫຍາຍສ້າງໂຮງຮຽນຂຶ້ນຕື່ມ ປັດຈຸບັນນີ້ປະກອບມີ 6 ສາຂາ ຄື: ສາຂາທີໜຶ່ງແມ່ນຢູ່ນະຄອນຫຼວງວຽງຈັນ, ສາຂາທີສອງແມ່ນຢູ່ນະຄອນປາກເຊ ແຂວງຈໍາປາສັກ, ສາຂາທີສາມ ຢູ່ແຂວງວຽງຈັນ, ສາຂາທີສີ່ ແລະ ຫ້າ ຢູ່ແຂວງຫຼວງນໍ້າທາ, ສ່ວນ ສາຂາທີ 6 ຕັ້ງຢູ່ບ້ານໂພເງິນ ເຂດບ້ານຫ້ອມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຄາດວ່າຈະເປີດການຮຽນ – ການສອນໃນຕົ້ນປີ 2020 ຈະມາເຖິງນີ້.

ສໍາລັບສາຂານະຄອນປາກເຊ ແມ່ນຈະໄດ້ຂະຫຍາຍເປັນໂຮງຮຽນປະຖົມອີກ ເພື່ອຮອງຮັບໃຫ້ແກ່ຫຼານນ້ອຍທີ່ກໍາລັງພັດທະນາໃຫ້ມີຄຸນນະພາບ, ປັດຈຸບັນມີຫ້ອງຮຽນແລ້ວສະເພາະ ປ 1 – ປ 3 ໂດຍທາງໂຮງຮຽນຈະໄດ້ເລື່ອນຂຶ້ນຮອດ ປ 5 ໃນປີຕໍ່ໄປ. ພ້ອມດຽວກັນນີ້, ທາງໂຮງຮຽນຍັງໄດ້ຮ່ວມມືກັບສູນພາສາຈີນ ລາວຢາງ ເພື່ອນຳເອົາຫຼັກສູດການຮຽນ – ການສອນພາສາຈີນເຂົ້າມາສອນນັກຮຽນ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດການຮຽນ – ການສອນໃນຕົ້ນປີ 2020 ນີ້.

ທາງໂຮງຮຽນເນັ້ນການພັດທະນາເດັກໃນທຸກໆດ້ານ ບໍ່ວ່າຈະເປັນດ້ານຮ່າງກາຍ, ດ້ານສະໝອງ ແລະ ດ້ານອາລົມ, ສອນໃຫ້ເດັກມີຄວາມຮູ້ – ຄວາມສາມາດສົມກັບໄວຂອງເຂົາເຈົ້າ, ສອນໃຫ້ຮູ້ຈັກແບ່ງປັນ, ສອນໃຫ້ຮູ້ຈັກປັບຕົວເຂົ້າກັບສັງຄົມ, ສອນໃຫ້ມີ ຄວາມກ້າຫານ ແລະ ກ້າສະແດງອອກ ດ້ວຍວິທີການຮຽນ, ການຝຶກແອບ, ການຫຼິ້ນທີ່ຫຼາກຫຼາຍ, ການຈັດກິດຈະກຳ, ການທັດສະນະນອກສະຖານທີ່ ແລະ ຍັງມີຄູຕ່າງປະເທດສອນພາສາອັງກິດໃຫ້ເດັກອີກດ້ວຍ.

ນອກຈາກການຮຽນແລ້ວທາງໂຮງຮຽນຍັງເນັ້ນ ຄວາມສະອາດ ແລະ ຄວາມປອດໄພຂອງເດັກເປັນສິ່ງສຳຄັນ ພ້ອມທັງອຳນວຍ ຄວາມສະດວກສະບາຍໃຫ້ແກ່ຜູ້ປົກຄອງ ແລະ ນັກຮຽນ ເຊັ່ນ: ມີອາຫານເຊົ້າ, ອາຫານສວຍ ແລະ ອາຫານວ່າງ ເຊິ່ງເນັ້ນຄວາມສະອາດ ແລະ ຖືກຫຼັກໂພຊະນາການສຳລັບເດັກ, ພະນັກງານປຸງແຕ່ງອາຫານແມ່ນຜ່ານການຝຶກອົບຮົມດ້ານໂພຊະນາການອາຫານເດັກ, ມີກ້ອງວົງຈອນຕິດຕາມທຸກຫ້ອງຮຽນ, ຫ້ອງນ້ຳເດັກ, ຫ້ອງອາຫານ ແລະ ເດີ່ນຫຼິ້ນ, ມີນວມກັນກະທົບທັງຝາ ແລະ ພື້ນເພື່ອຄວາມປອດໄພສຳລັບເດັກ, ມີບ່ອນນອນທີ່ສະອາດໃຫ້ ( ບໍ່ສ້າງຄວາມຫຍຸ້ງຍາກໃຫ້ຜູ້ປົກຄອງ ).

ມີປຶ້ມຕິດຕາມປະຈໍາວັນສຳລັບລາຍງານການເຄື່ອນໄຫວຂອງເດັກ, ຫ້ອງຮຽນຕິດແອເຢັນ ແລະ ແອອຸ່ນ, ມີລະບົບນ້ຳອຸ່ນ ແລະ ອຸປະກອນອາບນ້ຳສໍາລັບເດັກ, ມີການອັບເດດກິດຈະກໍາການຮຽນ – ການສອນຂອງນັກຮຽນລົງໃນເຟສບຸ໊ກ ເພື່ອໃຫ້ຜູ້ປົກຄອງງ່າຍຕໍ່ການຕິດຕາມການຮຽນຂອງລູກ ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ຜູ້ປົກຄອງດ້ວຍການຮັບຝາກເດັກລ່ວງເວລາຈົນຮອດ ເວລາ 18:30 ໂມງ.

ສຳລັບຜູ້ປົກຄອງທີ່ມີ ຄວາມສົນໃຈຢາກນຳເອົາລູກຫຼານມາຝາກນຳພວກເຮົາ ແມ່ນສາມາດຕິດຕໍ່ພົວພັນທີ່ທີ່ໂຮງຮຽນເດັກຄຳຮູ້ທຸກສາຂາ ເຊິ່ງທາງໂຮງຮຽນໄດ້ເປີດຮັບເດັກອາຍຸເລີ່ມແຕ່ 3 ເດືອນ ຫາ 6 ປີ.