ລາວ-ອາລິກາ ສືບຕໍ່ຮ່ວມມືສ້າງຄວາມອາດສາມາດໃນຂະແໜງເກັບກູ້ລະເບີດບໍ່ທັນແຕກ

118

ເພື່ອປະກອບເປັນສ່ວນໜຶ່ງຂອງການ ສະໜັບສະໜູນຂອງ ສ. ອາເມລິກາ ໃນຂະແໜງ ລບຕ, ບໍລິສັດ ທີທຣາເທັຈ ຈະມີບົດບາດສຳຄັນໃນ ຜັນຂະຫຍາຍ ທຶນຊ່ວຍເຫຼືອ ຂອງປະຊາຊົນ ອາເມລິກາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຂອງ ສ. ອາເມລິກາ ກັບບັນດາອົງການຈັດຕັ້ງຂອງລັດຖະບານລາວ ກໍຄື ກຄຊລ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ).

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫ່ວາງ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດຕົກຄ້າງຢູ່ ສປປ ລາວ (ຄຊກລ)  ແລະ ບໍລິສັດ ທີທຣາເທັຈ (Tetratech) ເພື່ອສະໜັບສະໜູນ ແຜນງານ ການສ້າງຄວາມອາດສາມາດໃນ ການເກັບກູ້ ລະເບີດບໍ່ທັນແຕກ (ລບຕ) ຢູ່ນະຄອນຫຼວງວຽງຈັນ ມີຂຶ້ນໃນວັນທີ 21 ມັງກອນ ຜ່ານມາ  ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຍວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ຂໍ້ຕົກລົງສະບັບໃໝ່ນີ້້ຈະຊ່ວຍໃຫ້ ສ. ອາເມລິກາ ສືບຕໍ່ສະໜັບສະໜູນ ລັດຖະບານລາວ ໃນການປະກອບສ່ວນ ສ້າງແຜນຍຸດທະສາດແຫ່ງຊາດ 10 ປີ ຂອງຂະແໜງການ ລບຕ, ທັງເປັນແຜນການ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ທີ 18 (SDG 18) – ການລົບລ້າງລະເບີດບໍ່ທັນແຕກທີເປັນ ສິ່ງກີດຂວາງຕໍ່ການພັດທະນາ ໃຫ້ໄດ້ໃນພາຍປີ 2030. ນອກຈາກນັ້ນ, ຂໍ້ຕົກລົງສະບັບໃໝ່ນີ້ ສ້າງຂຶ້ນບົນພື້ນຖານ ຄວາມຄືບໜ້າ ທີ່ໄດ້ປະຕິບັດໃນໄລຍະ 3 ປີຜ່ານມາ ໂດຍຜ່ານການສະໜັບສະໜູນທຶນຈຳນວນ 90 ລ້ານໂດລາສະຫະລັດ ເພື່ອດຳເນີນການສຳຫຼວດອີງໃສ່ຈຸດຫຼັກຖານ ການຕົກຄ້າງຂອງລະເບີດບໍ່ທັນແຕກ ແລະ ເພື່ອສະໜັບສະໜູນ ການດຳເນີນງານການເກັບກູ້ຢ່າງຕໍ່ເນື່ອງໃນທົ່ວ ສປປ ລາວ. ປັດຈຸບັນນີ໊ ການສຳຫຼວດກຳລັງດຳເນີນຢູ່ແຂວງ ສະຫັວນນະເຂດ, ຊຽງຂວາງ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື. ການຊ່ວຍເຫຼືອ ຂອງລັດຖະບານ ສ. ອາເມລິກາ ສຳລັບຂະແໜງການ ລບຕ ໃນລາວຈະຊ່ວຍສະ ໜັບສະໜູນການດຳເນີນງານ ການເກັບກູ້ໃຫ້ກ້າວ ຕໍ່ໄປຂ້າງໜ້າ. ການສຳຫຼວດທີກຳລັງເນີນຢູ່ນີ້ຈະນຳໄປສູ່ການກຳນົດຄວາມຕ້ອງການໃນການເກັບກູ້ໄດ້ດີຂຶ້ນ ແລະ ສາມາດຊ່ວຍໃຫ້ມີການສະໜອງທຶນເພີ່ມຕື່ມໃນການດຳເນີນການເກັບກູ້ໃນ 6 ແຂວງນີ້.

ທ່ານທູດ  ສ. ອາເມລິກາ ຣີນາ ບິດເຕີ ກ່າວວ່າ:  “ພວກເຮົາມີຄວາມພາກພູມໃຈໃນການລົງທຶນໃສ່ອານາຄົດຂອງ ສປປ ລາວ ໂດຍການສະໜັບສະໜູນຂະແໜງການ ລບຕ. ພວກເຮົາຈະສືບຕໍ່ສະໜັບສະໜູນ ສປປ ລາວ ສ້າງແຜນຍຸດທະສາດ ເພື່ອສາມາດບັນລຸເປົ້າໝາຍ SDG 18 ນັ້ນກໍຄືການເກັບກູ້ ລບຕ ເຊິ່ງເປັນສິ່ງກີດຂວາງຕໍ່ການພັດທະນາໃຫ້ໄດ້ພາຍໃນປີ 2030 ເພື່ອໃຫ້ປະຊາຊົນລາວ ສາມາດບັນລຸທ່າແຮງບົ່ມຊ້ອນຂອງຕົນຢ່າງເຕັມສ່ວນ ແລະ  ມີອານາຄົດທີ່ສະຫງົບສຸກ, ຈະເລີນຮຸ່ງເຮືອງ ແລະ ປອດໄພ”.

ສ. ອາເມລິກາ ຈະຮ່ວມມືກັບ ລັດຖະບານ ແລະ ປະຊາຊົນ ສປປ ລາວ ສ້າງຄວາມອາດສາມາດໃນຂະແໜງ ລບຕ, ປັບປຸງການສຶກສາ, ສົ່ງເສີມສຸຂະພາບ ແລະ ໂພຊະນາການ, ອໍານວຍຄວາມສະດວກການຄ້າ ແລະ ການລົງທຶນ ແລະ ສ້າງຄວາມເຂັ້ມແຂງໃຫ້ການສ້າງເປັນລັດແຫ່ງກົດໝາຍ ເຊິ່ງແມ່ນຄວາມມຸ້ງໝັ້ນຂອງພວກເຮົາ ທີ່ຈະເຮັດໃຫ້ ສປປ ລາວ ເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະ ເປັນເອກະລາດ.