ແຈ້ງການ!! ຕໍ່ໃບອຸນຸຍາດວາລະສານ ເລີ່ມວັນທີ 1 ກຸມພາ ນີີ້ເປັນຕົ້ນໄປ

192

ໂດຍອີງຕາມ ແຈ້ງການ ຂອງຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 46/ຫກ ລົງວັນທີ 30 ມັງກອນ 2020 ເລື່ອງການຕໍ່ໃບອະນຸຍາດວາລະສານ  ອີງຕາມ ກົດໝາຍ ສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ ລົງວັນທີ 4 ພະຈິກ 2016, ອີງຕາມແຈ້ງການຂອງຫ້ອງ ຖວທ ສະບັບເລກທີ 159/ຫກ ລົງວັນທີ 20 ເມສາ 2018 ກ່ຽວການຕໍ່ໃບອະນຸຍາດວາລະສານ. ອີງຕາມພາລະບົດບາດຂອງກົມສື່ ມ່ວນຊົນ ໃນການຄຸ້ມຄອງຜະລິດຕະພັນສື່ມວນຊົນ.

ຫ້ອງການ ຖວທ ຂໍແຈ້ງມາຍັງທ່ານ ຫົວໜ້າບັນນາທິການວາລະສານ ທີ່ຍັງບໍ່ທັນມາຕໍ່ໃບອະນຸຍາດການເຄື່ອນໄຫວວາລະສານຂອງຕົນ ໃຫ້ມາພົວພັນຂໍຕໍ່ໃບອະນຸຍາດນຳກົມສື່ມວນຊົນ ຕາມໂມງລັດຖະການ ເລີ່ມແຕ່ວັນທີ່ 1 ກຸມ ຫາ 31 ມີນາ 2020 ຖ້າຫາກບໍ່ມາຕໍ່ຕາມກຳນົດເວລາທີ່ແຈ້ງໄວ້ ກົມສື່ມວນຊົນ ຈະໄດ້ນຳໃຊ້ສິດຂອງຕົນຕາມກົດໝາຍ ແລະ ລະບຽບການ ໂດຍສະເພາະກົດໝາຍສື່ມວນຊົນ (ສະບັບປັບປຸງ) ໃນມາດຕາ 42 ວ່າດ້ວຍການໂຈະ, ການຖອນ ຫຼື ການຢຸດເຊົາການເຄື່ອນໄຫວວຽກງານສື່ມ່ວນຊົນ.