ຈີນກຽມສົ່ງຖ້ຽວຍົນພິເສດ ຮັບປະຊາຊົນເມືອງອູ່ຮັນທີ່ຢູ່ຕ່າງປະເທດກັບຖິ່ນຖານ

189

ລັດຖະບານປັກກິ່ງ ກຽມສົ່ງຍົນເຊົ່າເໝົາລຳ ໄປອົບພະຍົບພົນລະເມືອງຈີນທີ່ຢູ່ຕ່າງປະເທດ ໂດຍສະເພາະປະຊາຊົນຊາວອູ່ຮັນ ທີ່ “ກຳລັງຜະເຊີນກັບອຸປະສັກຕໍ່ການປະຕິບັດ” ໃນໄລຍະທີ່ມີສະຖານະການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສານພັນໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນສຸກ ທີ 31 ມັງກອນ ວ່າ ກະຊວງການຕ່າງປະເທດຈີນໄດ້ອອກຖະແຫຼງການ ເມື່ອວັນສຸກ ກ່ຽວກັບການກະກຽມສົ່ງຍົນເຊົ່າເໝົາລຳຖ້ຽວພິເສດບິນອອກໄປຮັບປະຊາຊົນກັບຄືນປະເທດ ໂດຍສະເພາະປະຊາຊົນທີ່ມີຖິ່ນຖານຢູ່ມົນທົນຫູເປີ່ຍ ທາງພາກກາງຂອງປະເທດ ເຊິ່ງເປັນທີ່ຕັ້ງຂອງເມືອງອູ່ຮັນ ແຫຼ່ງແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ພີ່ພາກປະຊາຊົນໃນປະເທດແລ້ວ ກວ່າ 200 ຄົນ.

ທັງນີ້, ທ່ານນາງຫົວ ຊຸນຫຍິງ ໂຄສົກຂອງກະຊວງການຕ່າງປະເທດຈີນ ໄດ້ໃຫ້ເຫດຜົນສຳລັບການຕັດສິນໃຈດັ່ງກ່າວ ວ່າມາຈາກ “ອຸປະສັກທີ່ເປັນຮູບປະທຳ” ທີ່ພົນລະເມືອງຈີນໃນຕ່າງປະເທດ ໂດຍສະເພາະຢ່າງຍິ່ງທີ່ເດີນທາງມາຈາກເມືອງອູ່ຮັນ. ສະນັ້ນ ລັດຖະບານປັກກິ່ງໄດ້ສັ່ງໂຈະການທ່ອງທ່ຽວແບບເປັນກຸ່ມໃນຕ່າງປະເທດ ຕັ້ງແຕ່ວັນທີ 27 ມັງກອນ ຜ່ານມາ ແລະ “ຂໍຄວາມຮ່ວມມື” ບໍ່ໃຫ້ປະຊາຊົນເດີນທາງອອກໄປຕ່າງປະເທດ “ຖ້າບໍ່ຈຳເປັນ”.

ເຖິງວ່າບໍ່ໄດ້ກ່າວລາຍລະອຽດ ແຕ່ຫຼາຍປະເທດໄດ້ຍົກລະດັບໃຊ້ມາດຕະການຄວບຄຸມເຂດຊາຍແດນ ເພື່ອປ້ອງກັນພະຍາດທີ່ແຕກຕ່າງກັນອອກໄປ. ຢ່າງໃດກໍ່ຕາມ, ມາດຕະການຂອງຫຼາຍປະເທດທີ່ລວມເຖິງການໂຈະການອອກວີຊ່າ ຫຼື ໂຈະການຈ້ຳກາຜ່ານແດນໃຫ້ຄົນຈີນທັງໝົດ ຫຼື ໃນບາງປະເທດສັ່ງຫ້າມປະຊາຊົນຈີນທີ່ມາຈາກມົນທົນຫູເປີ່ຍເຂົ້າປະເທດ.