ທະນາຄານພັດທະນາລາວ ປະຈຳດ່ານສາກົນບໍ່ເຕ່ນ ເປີດນຳໃຊ້ລະບົບ ບ 53, Easy Pass ເກັບຄ່າທຳນຽມ

192

ເພື່ອເປັນການຫັນເປັນທັນສະໄໝວຽກງານຄຸ້ມຄອງງົບປະມານແຫ່ງລັດໂດຍສະເພາະການນຳໃຊ້ເຄື່ອງມືເຂົ້າໃນການຄຸ້ມຄອງການບໍລິການ ການເງິນພາກລັດຢູ່ສູນກາງກໍ່ຄືທ້ອງຖິ່ນ,ເປັນວຽກໜຶ່ງທີ່ສຳຄັນຫຼາຍໃຫ້ແກ່ລັດຖະບານເພື່ອຍົກລະດັບການບໍລິການພາກລັດ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ, ນັກທ່ອງທ່ຽວ ແລະ ປະຊາຊົນທົ່ວໄປໃນການຊໍາລະຄ່າທຳນຽມ-ຄ່າບໍລິການ ຜ່ານຊ່ອງທາງເຄື່ອງມືທີ່ທັນສະໄໝໂດຍຜ່ານລະບົບທະນາຄານ. ສະນັ້ນ, ມາໃນວັນທີ 30 ມັງກອນ 2020 ຢູ່ທີ່ດ່ານສາກົນບໍ່ເຕ່ນ ທະນາຄານພັດທະນາລາວໄດ້ຈັດພິທີ ເປີດນຳໃຊ້ລະບົບເກັບຄ່າທຳນຽມ, ບໍລິການ ແລະ ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ພາຫະນະຂົນສົ່ງສິນຄ້າດ້ວຍລະບົບອີເລັກໂຕຣນິກ (ບ53 ) ແລະ ລະບົບ Easy Pass.

ໂອກາດນີ້ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງີນໄລາຍງານວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດທະມົນຕີກະຊວງການເງິນສະບັບເລກທີ 0230/ກງ, ລົງວັນທີ 20 ມັງກອນ 2020, ໄດ້ເລີ່ມນໍາໃຊ້ລະບົບ Easy Pass ຢ່າງເປັນທາງການ ,ໃນການຄຸ້ມຄອງວຽກງານການເງີນແຫ່ງລັດໃຫ້ໄປສູ່ທັນສະໄໝ, ເປັນຍຸດທະສາດໜຶ່ງທີ່ສຳຄັນຂອງລັດຖະບານໃນການຮັບຮອງແຜນພັດທະນາວຽກງານການເງິນໃຫ້ເປັນທັນສະໄໝຂອງແຜນຍຸດທະສາດທີ 7 ວິໄສທັດຮອດປີ 2030, ເພື່ອເຮັດໃຫ້ການຄຸ້ມຄອງງົບປະມານແຫ່ງລັດ, ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້.

ເລີ່ມແຕ່ປີ 2018 ເປັນຕົ້ນມາກະຊວງການເງິນ ໄດ້ພັດທະນາລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບສ່ວຍສາອາກອນ TAXRIS ( ແທັກລິດ ) ແລະ ເຊື່ອມຕໍ່ກັບບັນດາທະນາຄານທຸລະກິດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສຳລະພາສີ-ອາກອນ ຜ່ານທະນາຄານ Easy Tax ແລະ Smart Tax ປະຈຸບັນການເຊື່ອມຕໍ່ລະບົບດັ່ງກ່າວໄດ້ຍົກລະດັບຂື້ນເທື່ອລະກ້າວເພື່ອຮັບຮອງການເຊື່ອມຕໍ່ຫາ 5 ທະນາຄານທຸລະກິດ ແລະ ເພີ່ມຊ່ອງທາງການຊໍາລະຄ່າທຳນຽມທາງ ແລະ ອາກອນທີ່ດິນ.

ທ່ານ ກ່າວຕື່ມວ່າ: ສຳລັບແຜນໃນປີ 2020, ຈະໄດ້ເຊື່ອມຕໍ່ຫາລະບົບຊຳລະຊະສາງທຸລະກຳຍ່ອຍ ( ACH ) ຂອງທະນາຄານແຫ່ງ ສປປ ລາວ ເພື່ອລວມສູນການເຊື່ອມຕໍ່ຊຳລະຊະສາງທະນາຄານທຸລະກິດທັງໝົດໃນຂອບເຂດທົ່ວປະເທດ ເພື່ອສືບຕໍ່ຜັນຂະຫຍາຍການຄຸ້ມຄອງການເກັບລາຍຮັບພາສີ-ອາກອນ ແລະ ຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ແບບທັນສະໄໝ, ກະຊວງການເງິນ ໄດ້ຮ່ວມມືກັບທະນາຄານພັດທະນາລາວ ພັດທະນາລະບົບ Easy Pass ແລະ ບໍລິສັດ ຄຳປະເສີດຄອມຜິວເຕີ ຈຳກັດຜູ້ດຽວ ພັດທະນາລະບົບ ຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ ບໍ 53 ຊື່ງແມ່ນການເລີ່ມຕົ້ນໃນການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການລວມສູນ ການເກັບຄ່າທຳນຽມ, ຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນຂອງລັດ ໃຂຂອບເຂດທົ່ວປະເທດ.

ພ້ອມກັນນັ້ນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ,ນັກທ່ອງທ່ຽວ ແລະ ນັກເດີນທາງ ເຂົ້າ – ອອກ ສປປ ລາວ ໃນການຊໍາລະຜ່ານຊ່ອງທາງເຄື່ອງມືທີ່ທັນສະໄໝໂດຍຜ່ານລະບົບທະນາຄານໂດຍຈະໃຫ້ບໍລິການຈັດເກັບຄ່າທຳນຽມ,ຄ່າບໍລິການ ທີ່ກ່ຽວຂອງກັບຂະແໜງການເງິນກ່ອນ ຄື: ຄ່າທຳນຽມວິຊາກັບດາ່ນ,ຄ່າທຳນຽມ – ບໍລິການ ຄົນເຂົ້າ-ອອກເມືອງ ແລະ ພາຫະນະ( ບ 53 ) ຫຼັງຈາກນັ້ນຈຶ່ງຈະສືບຕໍ່ຜັນຂະຫຍາຍບໍລິການການເກັບຄ່າທຳນຽມ-ຄ່າບໍລິການທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງ.

ໃຫ້ກຽດເຂົ້າຮ່ວມພິທີ ມີທ່ານ ຄໍາໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາ, ເຂົ້າຮ່ວມມີ ທ່ານ ບຸນໂຈມ ອຸບົນປະເສີດ  ຮອງລັດຖະມົນຕີກະຊວງການເງີນ, ມີຜູ້ອໍານວຍການໃຫຍ່ທະນາຄານພັດທະນາລາວ, ຫົວໜ້າດ່ານພາສີບໍ່ເຕ່ນ, ແຂກຖືກເຊີນ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທີ່ມາ: ຂ່າວສານຫຼວງນໍ້າທາ