ໄຊຍະບູລີແຈ້ງ! ເລີ່ມ 1 ກຸມພາ ກຽມປິດບາງຕອນເສັ້ນທາງຫຼວງເລກ 11 ເພື່ອສ້ອມແປງ

175

ໂດຍອີງຕາມໜັງສືສະເໜີ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 189/ຍທຂ.ຊຍ ລົງວັນທີ 28 ມັງກອນ 2020 ກ່ຽວກັບການປິດ-ເປີດເສັ້ນທາງ ຕາມທາງຫຼວງແຫ່ງຊາດເລກທີ 11 ຕອນທາງແຕ່ຂົວນໍ້າສັງ-ບ້ານໂນນສະຫວັນ-ບ້ານຄີກເຂົາດໍ ເມືອງ ຊະນະຄາມ ແຂວງວຽງຈັນ ຄັ້ງວັນທີ 23 ມັງກອນ 2020 ທີ່ຫ້ອງການເມືອງຊະນະຄາມ ແຂວງ ວຽງຈັນ.

ຫ້ອງວ່າການແຂວງໄຊຍະບູລີ ອອກແຈ້ງການ ສະບັບເລກທີ 38/ຫວຂ.ຊຍ ລົງວັນທີ 29 ມັງກອນ 2020 ເຖິງຫົວໜ້າພະແນກການ, ອົງການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ ແລະ ເມືອງ 11 ເມືອງ ພາຍໃນແຂວງໄຊຍະບູລີ ເລື່ອງການປິດ-ເປີດເສັ້ນທາງ ຕາມທາງຫຼວງແຫ່ງຊາດເລກທີ 11 ຕອນທາງແຕ່ຫົວນໍ້າສັງ-ບ້ານໂນນສະຫວັນ-ບ້ານ ຄົກເຂົາດໍ ເມືອງ ຊະນະຄາມ ແຂວງວຽງຈັນ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ເຊິ່ງໃນແຈ້ງການລະບຸວ່າ: ຫົວໜ້າຫ້ອງວ່າການແຂວງ ໄຊຍະບູລີ ຂໍຖືເປັນກຽດແຈ້ງມາຍັງທ່ານ ເພື່ອຊາບ ກ່ຽວກັບການປິດ-ເປີດເສັ້ນທາງ ຕາມທາງຫຼວງແຫ່ງຊາດເລກທີ 11 ຕອນທາງແຕ່ຂົວນໍ້າສັງ-ບ້ານໂນນສະຫວັນ-ບ້ານຄີກເຂົາດໍ ເມືອງ ຊະນະຄາມ ແຂວງວຽງຈັນ ໃນການນຳໃຊ້ເສັ້ນທາງ ເພື່ອຄວາມສະດວກໃນການກໍ່ສ້າງ ແລະ ຮັບປະກັນການສັນຈອນຂອງພໍ່ແມ່ປະຊາຊົນທີ່ນຳໃຊ້ເສັ້ນທາງເລກ 11 ລຸ່ມນີ້:

ຕອນທາງເລີ່ມແຕ່ຂົວນໍ້າສັງ ຫາ ບ້ານດອນຮຽງ: ເລີ່ມເປີດແຕ່ເວລາ 7:30 ໂມງ ຫາ 12:00 ໂມງ; ເປິດແຕ່ 12:00 ໂມງ-13:30 ໂມງ ແລະ ປິດແຕ່ເວລາ 13:30 ໂມງ ຫາ 17:30 ໂມງ; ເປິດແຕ່ 17:30 ໂມງ-20:00 ໂມງ ແລະ ປິດອີກຄັ້ງເວລາ 20:00 ໂມງ-24:00 ໂມງ. ເຊິ່ງເສັ້ນທາງທີ່ເລືອກໃຊ້ໃນຊ່ວງເວລາປິດ ແມ່ນນຳໃຊ້ເສັ້ນທາງເລກ 4501 ຫີນເຫີບ-ເມືອງເຟືອງ-ບ້ານວັງ ລວງຍາວ 116 ກິໂລແມັດ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ຕອນທາງແຕ່ບ້ານໂນນສະຫວັນ ຫາ ບ້ານຄົກເຂົາດໍ ແມ່ນປິດຕະຫຼອດ 24 ຊົ່ວໂມງ ຈົນກວ່າການກໍ່ສ້າງທາງຈະສຳເລັດ ຫຼື ຈົນກວ່າມີການປ່ຽນແປງ. ສຳລັບທາງເວັ້ນ ແມ່ນນຳໃຊ້ເສັ້ນທາງເລກທີ 4725 ເທດສະບານເມືອງຊະນະຄາມ-ບ້ານຜາລາດ-ບ້ານຄົກເຂົາດໍ ເຊິ່ງມີຄວາມຍາວ 72 ກິໂລແມັດ. ສຳລັບເວລາມື້ ປິດ-ເປີດເສັ້ນທາງດັ່ງກ່າວ ແມ່ນເລີ່ມແຕ່ວັນທີ 1 ກຸມພາ 2020 ເປັນຕົ້ນໄປ.

ໝາຍເຫດ: ກໍລະນີມີວຽກທີ່ຈຳເປັນ ຕ້ອງໄດ້ນຳໃຊ້ເສັ້ນທາງຕອນດັ່ງກ່າວ ແມ່ນໃຫ້ແຈ້ງຫາພະແນກ ໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ຫຼື ໂຄງການກ່ອນ 24 ຊົ່ວໂມງ.

ແຈ້ງການ
ແຈ້ງການ