ພອນໄຊ ຄວ້າລາງວັນຮອງອັນດັບ 1 ຈາກເວທີເທບພະບຸດນາຄາ

118

ໜຸ່ມ ພອນໄຊ ແກ້ວວົງກົດ ເປັນ 1 ໃນ 5 ໜຸ່ມລາວ ທີ່ເປັນຕົວແທນເຂົ້າປະກວດໃນເວທີປະກວດຊາຍງາມ ເທບພະບຸດນາຄາ ປີທີ 3 ໃນວັນທີ 26 ມັງກອນຜ່ານມາ ທີ່ຄໍາຊະໂນດ ຈັງຫວັດອຸດອນ ປະເທດໄທ ໂດຍໄດ້ຮັບລາງວັນຮອງອັນດັບ 1 ມາຝາກຄົນລາວ ແລະ ຍັງໄດ້ປະສົບການມາພັດທະນາຕົນເອງຕື່ມອີກ.

ທ້າວ ພອນໄຊ ແກ້ວວົງກົດ ຫຼື ໄຊ ໃຫ້ສໍາພາດກັບທີມຂ່າວເສດຖະ   ກິດ – ການຄ້າ ວ່າ: ຕົນເອງເກີດທີ່ບ້ານຄຳຢາດ ເມືອງຊະນະສົມບູນ ແຂວງຈຳປາສັກ ປັດຈຸບັນກຳລັງສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ຄະນະວິສະວະກຳບໍ່ແຮ່ ປີ 3 ຜ່ານມາແມ່ນໄດ້ເຂົ້າໂຄງການປະກວດ Mister International Laos 2019 top 20 ຫຼັງຈາກໂຄງການປະກວດສໍາເລັດກໍຍັງມີຜົນງານອື່ນໆຕາມມາ ເຊັ່ນ: ຖ່າຍໂຄສະນາ, ເດີນແບບ laos fashion week 2019, ສະແດງ MV ເພງ ແລະ ວຽກງານອື່ນໆໃນວຽກງານບັນເທີງ.

ສິ່ງທີ່ເຮັດໃຫ້ຕົນເອງໄດ້ເປັນຕົວແທນໄປປະກວດ ກໍຍ້ອນສັກກະຍະພາບຂອງຕົນເອງ ເຊິ່ງຕົນເອງກໍນັບຖືພະຍານາກ ແລະ ຢາກຫາປະສົບການໃໝ່ໆ, ພ້ອມທັງຢາກຮູ້ຢາກເຫັນຄວາມເປັນຢູ່ ຫຼື ວັດທະນະທໍາທັງ 2 ຝັ່ງຂອງ.

ຈາກລາງວັນຮອງອັນດັບ 1 ທີ່ຕົນເອງຄວ້າມາຝາກຄົນລາວ ກໍມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍທີ່ໄດ້ຕຳແໜ່ງໃນການປະກວດເທບພະບຸດນາຄາ ປີທີ 3 ທີ່ປະເທດໄທ ເພາະເປັນລາງວັນອັນຊົງກຽດຂອງນ້ອງເອງ ແລະ ຄົນລາວທົ່ວປະເທດ.

ກ່ອນຕົນເອງຈະເຂົ້າປະກວດກໍໄດ້ກຽມຄວາມພ້ອມຫຼາຍໆດ້ານ ບໍ່ວ່າຈະເປັນຮູບຮ່າງ ຫຼື ທັກສະອື່ນໆ, ສ່ວນປະສົບການທີ່ໄດ້ຮັບຄືການໄດ້ຮູ້ຈັກໝູ່ເພື່ອນເຂົ້າປະກວດນຳກັນ ແລະ ໄດ້ມິດຕະພາບທີ່ດີລະຫວ່າງລາວກັບໄທ ພ້ອມທັງເປັນການແລກປ່ຽນທາງດ້ານຮີດຄອງປະເພນີອັນດີງາມ, ຮຽນຮູ້ທາງດ້ານວັດທະນະທໍາເຊິ່ງກັນ ແລະ ກັນ, ສ່ວນຊຸດທີ່ໃສ່ສະແດງແມ່ນສື່ເຖິງພະຍານາກ.

“ ຈະເອົາປະສົບການທີ່ຜ່ານມານີ້ໄປພັດທະນາຕົນເອງໃຫ້ດີຂຶ້ນກວ່າເກົ່າທາງດ້ານບຸກຄະລິກ ລວມທັງການສົ່ງຕໍ່ໃຫ້ນ້ອງໆຮຸ່ນໃໝ່ໃຫ້ຮູ້ຈັກການວາງຕົວໃນສັງຄົມ ບໍ່ວ່າຈະເປັນການເວົ້າ, ການຍ່າງຕ້ອງອ່ອນນ້ອມຖ່ອມຕົວ ແລະ ຕ້ອງຢູ່ໃນສິນໃນທຳເປັນໄວໜຸ່ມທີ່ຮັກສາສຸຂະພາບ, ບໍ່ຫຍຸ້ງກ່ຽວກັບຢາເສບຕິດ ”, ໜຸ່ມໄຊກ່າວ.

ສຸດທ້າຍຂໍຝາກຜົນງານອື່ນໆບໍ່ວ່າຈະເປັນການເດີນແບບ, ຖ່າຍໂຄສະນາ ແລະ ນັກສະແດງ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງນ້ອງເອງໄດ້ທາງເຟສບຸ໊ກ: phonexay keovongkot.

( ຂ່າວ: ນຸ້ມນິ້ມ )

( ຮູບ: ພອນໄຊ ແກ້ວວົງກົດ )