ປີ 2020 ແຂວງໄຊຍະບູລີ ຈະສູ້ຊົນໃຫ້ລາຍໄດ້ຕໍ່ຫົວຄົນບັນລຸ 2.817 ໂດລາ

349

ປີ 2020 ແຂວງໄຊຍະບູລີ ຕັ້ງເປົ້າສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫຼຸດ 8,2%, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 2.817 ໂດລາ. ເພື່ອເຮັດໃຫ້ເສດຖະກິດບັນລຸເປົ້າໝາຍທີ່ຕັ້ງໄວ້ ທາງ ແຂວງມີຄວາມຕ້ອງການເງິນລົງທຶນປະມານ 2 ພັນກວ່າຕື້ກີບ.

ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ I ທີ່ໄດ້ຈັດຂຶ້ນໃນທ້າຍເດືອນມັງກອນ ປີ 2020 ນີ້ວ່າ: ໃນປີ 2020 ຕັ້ງເປົ້າສູ້ຊົນເຮັດໃຫ້ເສດຖະກິດພາຍໃນແຂວງຂະຫຍາຍຕົວ ບໍ່ໃຫ້ຫຼຸດ 8,2% ແລະ ສ້າງມູນຄ່າເພີ່ມລາຄາພາຍໃນປີໃຫ້ໄດ້ປະມານ 11.537 ຕື້ກີບ, ສະເລ່ຍໃສ່ຫົວຄົນໃຫ້ໄດ້ 3.315 ໂດລາສະຫະລັດ, ລາຍໄດ້ຕໍ່ຫົວຄົນ GNI 2.817 ໂດລາສະຫະລັດ. ໃນນີ້, ປະຕິບັດສູ້ຊົນເກັບລາຍຮັບໃຫ້ໄດ້ 1.048,36 ຕື້ກີບ, ສ່ວນການປະຕິບັດລາຍຈ່າຍບໍ່ໃຫ້ເກີນ 583,62 ຕື້ກີບ. ໃນນັ້ນ, ລວມທັງລາຍຈ່າຍລົງທຶນກໍ່ສ້າງພື້ນຖານໂຄງລ່າງ 34,16 ຕື້ກີບ.

ທ່ານຍັງໄດ້ກ່າວຕື່ມວ່າ: ເພື່ອເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 8,2% ພວກເຮົາຕ້ອງການທຶນໃນການພັດທະນາທັງໝົດ 2.659 ຕື້ກີບ ຫຼື ເທົ່າກັບ 26% ຂອງມູນຄ່າຜະລິດຕະພັນພາຍໃນ. ໃນນີ້, ການລົງທຶນຂອງລັດ 62 ຕື້ກີບ ເທົ່າກັບ 2,3% ຂອງທຶນທັງໝົດ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມມີ ຄວາມຕ້ອງການ 201 ຕື້ກີບ ເທົ່າກັບ 8% ຂອງທຶນທັງໝົດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດມີຄວາມຕ້ອງການ 1.616 ຕື້ກີບ ເທົ່າກັບ 60,5% ຂອງທຶນທັງໝົດ, ການປ່ອຍສິນເຊື່ອທະນາຄານມີຄວາມຕ້ອງການປະມານ 781 ຕື້ກີບ ເທົ່າກັບ 29,2% ຂອງທຶນທັງໝົດ.

( ຂ່າວ: ບຸນທີ )