3 ປີສ້າງວັງສະຫງວນໄດ້ 21 ແຫ່ງ

258

ໃນ 3 ປີຜ່ານມາ ໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆແບບຍືນຍົງຢູ່ເຂດສີພັນດອນ ໄລຍະ 2 ສາມາດສ້າງວັງສະຫງວນໄດ້ 21 ວັງ ກວມ 165 ເຮັກຕາ ໃນເມືອງໂຂງ ແລະ ເມືອງມຸນລະປະໂມກ. ສ່ວນປີ 2020 ຕັ້ງເປົ້າສ້າງວັງສະຫງວນອີກ 3 ແຫ່ງ.

ໃນວັນທີ 30 ມັງກອນ 2020 ທີ່ໂຮງແຮມປາກເຊ ນະຄອນປາກເຊ ແຂວງຈຳປາສັກ ໄດ້ມີການຈັດກອງປະຊຸມສະຫຼຸບລາຍງານຜົນສໍາເລັດການຈັດຕັ້ງປະຕິບັດໂຄງການ ໃນໄລຍະ 3 ປີ ( 2017 – 2019 ) ແລະ ຜ່ານແຜນກິດຈະກໍາ 1 ປີຕໍ່ໜ້າ ( 2020 ) ຂອງໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆແບບຍືນຍົງຢູ່ເຂດສີພັນດອນ ໄລຍະ 2 ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນທະບູນ ສິຣິມະໂນທຳ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້; ທ່ານ ຟຣັງຊົວ ເກກັງ ຫົວໜ້າຝ່າຍອະນຸຮັກຂອງໂຄງການອົງການກອງທຶນອະນຸຮັກທຳມະຊາດໂລກ ປະຈຳລາວ ຫຼື WWF Laos; ມີຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ, ຕາງໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ພະນັກງານໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວິພູ ຂຸນທະວົງ ຫົວໜ້າໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆແບບຍືນຍົງຢູ່ເຂດສີພັນດອນ ໄລຍະ 2 ກ່າວວ່າ: ການຈັດຕັ້ງປະຕິບັນດາກິດຈະກຳໃນໄລຍະ 3 ປີຜ່ານມາ ( 2017 – 2019 ) ແມ່ນໄດ້ຫຼຸດຜ່ອນການຫາປາແບບບໍ່ຍືນຍົງ ສາມາດຈັດຕັ້ງປະຕິບັດ 8 ທີມລາດຕະເວນ, ລວມມີ 64 ທ່ານ ລວມ 3.257 ຄັ້ງ, ໃນ 3.254 ມື້ ຂອງການລາດຕະເວນ ກວມເອົາເນື້ອທີ່ 1.956 ເຮັກຕາ, ສາມາດສ້າງຕັ້ງວັງສະຫງວນໄດ້ 21 ວັງ ກວມເອົາເນື້ອທີ່ 165 ເຮັກຕາ ໃນ 20 ບ້ານ ຂອງ 2 ເມືອງ ຄື: ເມືອງໂຂງ ແລະ ເມືອງມຸນລະປະໂມກ ແຂວງຈຳປາສັກ, ສຳເລັດການໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍການປະມົງ, ປູກຈິດສຳນຶກດ້ານການຄຸ້ມຄອງຊັບພະຍາກອນສັດນໍ້າແບບຍືນຍົງ ພາຍໃນ 2 ເມືອງ ຈຳນວນ 1.203 ທ່ານ.

ສ່ວນວຽກງານປັບປຸງຊີວິດການເປັນຢູ່ ໄດ້ສຳເລັດການເກັບກຳຂໍ້ມູນປະເມີນພື້ນຖານເສດຖະກິດສັງຄົມ 50 ຄອບຄົວ ພາຍໃນ 6 ບ້ານເປົ້າໝາຍ ແລະ ເຫັນວ່າລາຍຮັບແມ່ນເພີ່ມຂຶ້ນ. ສຳເລັດການອົບຮົມເຕັກນິກການປູກ, ການລ້ຽງສັດ ໃຫ້ກັບ 113 ຄອບຄົວ ເພື່ອເຮັດເປັນຕົວແບບໃນ 6 ບ້ານ; ສະໜອງແນວພັນເຂົ້າ, ແນວພັນໄກ່ 3 ສາຍເລືອດ, ເປັດ, ຫຍ້າ ເຮັດໃຫ້ລາຍຮັບຂອງຄອບຄົວເປົ້າໝາຍມີຄວາມໝັ້ນທ່ຽງ.

ທ່ານ ຄຳໃບ ສິງສຸວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນໄລຍະທີ່ຜ່ານມາ ສັງເກດເຫັນໄດ້ວ່າມີການປ່ຽນແປງຫຼາຍທາງດ້ານຊີວະນາໆພັນ ເຊັ່ນ: ປາຂະໜາດໃຫຍ່ທີ່ເຄີຍພົບເຫັນໃນ 50 ປີຜ່ານມາ ບາງສາຍພັນກໍບໍ່ເຫັນແລ້ວໃນທ້ອງຖິ່ນ ຫຼື ມີຈໍານວນໜ້ອຍທີ່ສຸດ; ການຫາປາແບບດັບສູນຍັງມີປາກົດການເກີດຂຶ້ນ ແລະ ໃນເຊີງການຄ້າຫຼາຍຂຶ້ນ ດ້ວຍການນໍາໃຊ້ເຄື່ອງມືຫາປາແບບຫຼາຍຮູບແບບ ເພື່ອຈັບປາມາບໍລິໂພກ ແລະ ຄ້າຂາຍ.

ແຕ່ເຖິງຢ່າງໃດກໍຕາມ, ປາກົດການຫຍໍ້ທໍ້ດັ່ງກ່າວນີ້ຈະຖືກແກ້ໄຂໄດ້ກໍຕໍ່ເມື່ອມີການຮ່ວມມືກັນຢ່າງໜັກແໜ້ນ ຈາກອົງການຈັດຕັ້ງສາກົນຕ່າງໆ ລວມທັງກະຊວງ, ພະແນກການ, ຂະແໜງການ, ເມືອງ, ບ້ານໃນການຈັດຕັ້ງປະຕິບັດ ຄືຖືເອົາການສ້າງຂະບວນການປ່ອຍປາ, ອະນຸຮັກສັດນໍ້າ ແລະ ສັດປ່າ ເປັນວັນສໍາຄັນປະຈໍາປີ.

ໃນຂະນະທີ່ແຜນການຈັດຕັ້ງປະຕິບັດໃນໜຶ່ງປີຕໍ່ໜ້າ ( 2020 ) ຄື: ຈະສືບຕໍ່ຕິດຕາມການຫາປາໃນເຂດສີພັນດອນ, ສ້າງຄວາມເຂັ້ມແຂງດ້ານການບັງຄັບໃຊ້ກົດໝາຍ ວ່າດ້ວຍການປະມົງໃຫ້ກັບທີມລາດຕະເວນ, ສະໜອງເຄື່ອງມືອຸປະກອນການລາດຕະເວນນ່ານນໍ້າໃຫ້ກັບອີກ 3 ບ້ານໃໝ່, ສ້າງວັງສະຫງວນໃຫ້ໄດ້ອີກ 3 ວັງ, ເພີ່ມທີມລາດຕະເວນ 3 ທີມ ພ້ອມທັງປັບປຸງຊີວິດການເປັນຢູ່ໃຫ້ກັບ 3 ບ້ານເປົ້າໝາຍ, ຈັດກິດຈະກຳປູກຈິດສຳນຶກດ້ານການອະນຸຮັກ ໂດຍສະເພາະຊີວະນາໆພັນສັດນໍ້າໃຫ້ກັບ 30 ໂຮງຮຽນໃນເຂດສີພັນດອນ.

ຂ່າວ: ສັນຕິ