ລາຄາຊີ້ນໝູຈຸລະດັບ 50 ພັນກີບຕໍ່ກິໂລ ເກີນລາຄາທີ່ລັດກຳນົດ

148

ລາຄາຊີ້ນໝູຢູ່ທ້ອງຕະຫຼາດ ເລີ່ມເໜັງຕີງມາແຕ່ກາງເດືອນທັນວາ 2019 ຈາກລາຄາ 30 ພັນກີບຕໍ່ກິໂລ ຂຶ້ນເປັນ 40 ພັນກີບຕໍ່ກິໂລ ມາຮອດອາທິດສຸດທ້າຍຂອງເດືອນມັງກອນ ລາຄາຂາຍຍ່ອຍຢູ່ບາງຕະຫຼາດກະໂດດຂຶ້ນ 50 ພັນກີບຕໍ່ກິໂລ ຕໍ່ກັບສະຖານະການດັ່ງກ່າວລັດຖະບານໄດ້ຊີ້ນຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ໃນການກຳນົດລາຄາສິນຄ້າໃຫ້ມີຄວາມສົມເຫດສົມຜົນ. ຫຼ້າສຸດພະແນກການຄ້ານະຄອນຫຼວງ ອອກແຈ້ງການກຳນົດລາຄາຊີ້ນໝູ ບໍ່ໃຫ້ເກີນ 40 ພັນກີບຕໍ່ກິໂລ ຈະເລີ່ມຈັດຕັ້ງປະຕິບັດຕົ້ນເດືອນກຸມພາທີ່ຈະມາເຖິງນີ້.

ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ 2020 ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດສິນຄ້າພາຍໃນ ໂດຍສະເພາະແມ່ນສິນຄ້າປະເພດສະບຽງອາຫານ ໃຫ້ສາມາດຕອບສະໜອງພຽງພໍກັບ ຄວາມຮຽກຮ້ອງຕ້ອງການ ພ້ອມທັງວາງມາດຕະການໃນການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ, ການກຳນົດລາຄາສິນຄ້າໃນທ້ອງຕະຫຼາດໃຫ້ມີຄວາມເໝາະສົມ ແລະ ສົມເຫດສົມຜົນ, ເດັດຂາດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ໂດຍສະເພາະໃນໄລຍະເທດສະການຕ່າງໆ.

ກ່ອນໜ້ານີ້ ທ່ານ ເບີລິນ ເພັດຈັນທະຣາດ ເຊິ່ງຍັງເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ກ່າວຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ວ່າ: ການຄຸ້ມຄອງລາຄາສິນຄ້າແມ່ນປະຕິບັດຕາມການແຈ້ງການ ເລກທີ 0499/ອຄ.ນວ.ຄພນ ລົງວັນທີ 27 ກຸມພາ 2019 ກ່ຽວກັບການກໍານົດລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູ ເຫັນວ່າສາມາດຄຸ້ມຄອງລາຄາທີ່ກໍານົດ ໂດຍສະເພາະໃນເດືອນກຸມພາ – ທັນວາ 2019 ລາຄາຊີ້ນໝູ ປະເພດ 1 ຢູ່ລະຫວ່າງ 35 – 36 ພັນກີບຕໍ່ກິໂລ; ຊີ້ນໝູ ປະເພດ2 ລາຄາ 33 – 34 ພັນກີບຕໍ່ກິໂລ.

ມາຮອດກາງເດືອນທັນວາ 2019 ສະພາບລາຄາຊີ້ນໝູກໍເພີ່ມຂຶ້ນ ຍ້ອນໝູຂາດແຄນໃນຂອດເກັບຊື້ໝູຈາກຕ່າງແຂວງ, ຟາມໝູຂະໜາດນ້ອຍ ແລະ ລ້ຽງແບບຄົວເຮືອນ ໂດຍສະເພາະຟາມໃນນະຄອນຫຼວງ ຫຼຸດລົງຈາກ 187 ຟາມ ຍັງເຫຼືອ 113 ຟາມ ເຊິ່ງສ່ວນຫຼາຍເປັນຟາມຂະໜາດນ້ອຍ ຍ້ອນສາເຫດຕົ້ນທຶນການຜະລິດເພີ່ມຂຶ້ນ ເນື່ອງຈາກວ່າເປັນໄລຍະພະຍາດອະຫິວາໝູອາຟຣິກາລະບາດ ເຮັດໃຫ້ທຸລະກິດແບກຫາບຕົ້ນທຶນ, ບວກກັບອັດຕາແລກປ່ຽນ ຫຼື ອັດຕາເງິນເຟີ້ມີການເໜັງຕີງ ໂດຍຕິດພັນກັບຕົ້ນທຶນການນໍາເຂົ້າສ່ວນປະສົມມາຜະລິດຫົວອາຫານສັດທີ່ຕ້ອງນໍາເຂົ້າມາຈາກຕ່າງປະເທດ.

ຫຼ້າສຸດ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການສະບັບເລກທີ 0224/ອຄ.ນວຄພບ ລົງວັນທີ 30 ມັງກອນ 2020 ເລື່ອງ: ການກໍານົດລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູ. ອີງຕາມມະຕິກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການເຫັນດີຮັບຮອງເອົາການກໍານົດໂຄງປະກອບລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູ ຄັ້ງວັນທີ 28 ມັງກອນ 2020.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ຄື: ລາຄາໝູຢືນໜ້າຟາມຊື້ – ຂາຍລາຄາສູງສູດ ບໍ່ໃຫ້ເກີນ 23.500 ກີບຕໍ່ກິໂລ; ລາຄາຂາຍຍົກໝູໝົດໂຕທີ່ໄດ້ຂ້າ, ຄົວ ແລະ ຊຳແຫຼະ ເປັນຊີ້ນລວມ ນາຍຮ້ອຍສົ່ງເຖິງລູກຂຽງຮອດຕະຫຼາດ ລາຄາສູງສຸດບໍ່ໃຫ້ເກີນ 28.500 ກີບຕໍ່ກິໂລ ( ກໍລະນີຊື້ – ຂາຍໝູຂ້າ, ຄົວ ແລະ ຊຳແຫຼະ ເປັນຊີ້ນລວມ ຢູ່ໜ້າໂຮງງານຂ້າສັດ ລາຄາສູງສຸດບໍ່ໃຫ້ເກີນ 27.500 ກີບຕໍ່ກິໂລ.

ນາຍຮ້ອຍ ( ຜູ້ສົ່ງ ) ສົ່ງໃຫ້ລູກຂຽງຮອດຕະຫຼາດ ລາຄາສູງສຸດບໍ່ໃຫ້ເກີນ 28.500 ກີບຕໍ່ກິໂລ ).

ລາຄາຂາຍຍ່ອຍຂອງລູກຂຽງໃຫ້ຜູ້ບໍລິໂພກຢູ່ຕະຫຼາດ ຄື: ຊີ້ນໝູ ປະເພດ 1 ລາຄາສູງສູດບໍ່ໃຫ້ເກີນ 40.000 ກີບຕໍ່ກິໂລ, ຊີ້ນໝູ ປະເພດ 2 ລາຄາສູງສຸດບໍ່ໃຫ້ເກີນ 38.000 ກີບຕໍ່ກິໂລ.

ການຈັດຕັ້ງປະຕິບັດແຈ້ງການສະບັບນີ້ ແມ່ນເລີ່ມແຕ່ວັນທີ 03 ກຸມພາ 2020 ເປັນຕົ້ນໄປ.

ທ່ານ ນາງ ບົວທອງ ແມ່ຄ້າຂາຍຊີ້ນໝູ ທີ່ຕະຫຼາດສວນມອນ ເມືອງສີສັດຕະນາກ ໃຫ້ສຳພາດວ່າ: ລາຄາຊີ້ນໝູປີນີ້ແມ່ນແພງຫຼາຍ ເຊິ່ງເລີ່ມຂຶ້ນມາແຕ່ໄລຍະປີໃໝ່ສາກົນ ຈົນສິ້ນສຸດກຸດຈີນກໍຍັງບໍ່ລົງ ເຊິ່ງລາຄາຂາຍຍ່ອຍຊີ້ນໝູປັດຈຸບັນ 50.000 ກີບຕໍ່ກິໂລ ໂດຍຈະມີປະເພດຊີ້ນສາມຊັ້ນ, ດູກຂ້າງ. ສ່ວນດູກແກງ ຂາຍລາຄາ 30.000 – 35.000 ກີບຕໍ່ກິໂລ. ການເພີ່ມຂຶ້ນຂອງລາຄາດັ່ງກ່າວກໍໄດ້ເຮັດໃຫ້ມີສຽງຈົ່ມວ່າຈາກລູກຄ້າ ເປັນຫຍັງຄືຂຶ້ນແພງແທ້ເຮັດໃຫ້ຍອດຂາຍຕົກ ຈາກສະເລ່ຍຜູ້ທີ່ເຄີຍຊື້ 1 ກິໂລກໍປ່ຽນມາຊື້ເປັນເຄິ່ງກິໂລ, ສ່ວນການຊື້ໝູມາຂາຍມື້ລະໂຕ ຫຼື ປະມານ 90 – 100 ກິໂລ ຮັບຊື້ມາໃນລາຄາ 45.000 ກີບຕໍ່ກິໂລ ເຊິ່ງເຫັນວ່າເປັນລາຄາທີ່ແພງຫຼາຍແບບບໍ່ເຄີຍມີຈັກເທື່ອຕັ້ງແຕ່ຂາຍຊີ້ນໝູມາ 10 ກວ່າປີ.

ນາງ ກີຕ້າ ແມ່ຄ້າຂາຍຊີ້ນໝູ ຢູ່ຕະຫຼາດຂົວດິນ ກ່າວວ່າ: ປັດຈຸບັນຕົນເອງຮັບຊື້ໝູທີ່ຄົວເປັນໂຕມາ ໂລລະ 33 ພັນກີບ. ຫຼັງຈາກນັ້ນ, ກໍມາແຍກຊິ້ນສ່ວນຕ່າງໆຂາຍ ເຊິ່ງຂາຍຊີ້ນໝູ ໂລລະ 50 ພັນກີບ, ສ່ວນກະດູກ ໂລລະ 35 ພັນກີບ.