ການສົ່ງອອກໄປຍີ່ປຸ່ນ ຍັງພົບຫຼາຍບັນຫາ

108

ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ເຜີຍປະເທດລາວມີຕົວເລກການຄ້າເພີ່ມຂຶ້ນຢ່າງຕໍ່ເນື່ອງກັບປະເທດຍີ່ປຸ່ນ ແຕ່ກໍຢູ່ໃນລະດັບຕໍ່າ ເພີ່ມຂຶ້ນພຽງ 16% ຕໍ່ປີ ທັງທີ່ມີຄວາມອາດສາມາດຂະຫຍາຍໄດ້ຕື່ມອີກ. ຂະນະດຽວກັນຜູ້ປະກອບການຊີ້ ຍັງຫຼາຍບັນຫາທີ່ສ້າງ ຄວາມຫຍຸ້ງຍາກແກ່ການສົ່ງອອກສິນຄ້າໄປປະເທດດັ່ງກ່າວ.

ໃນວັນທີ 30 ມັງກອນ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ )ຈັດກອງປະຊຸມສໍາມະນາໃນຫົວຂໍ້ການສົ່ງເສີມສິນຄ້າກະສິກຳ ແລະ ກະສິກຳປຸງແຕ່ງ ເພື່ອສົ່ງອອກໄປຍີ່ປຸ່ນ ພາຍໃຕ້ຂອບສັນຍາຮ່ວມມືຮອບດ້ານອາຊຽນ – ຍີ່ປຸ່ນໂດຍການເຂົ້າຮ່ວມຂອງ ທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ກະຊວງ ອຄ, ມີຕາງໜ້າຈາກກະຊວງອ້ອມຂ້າງ, ຕາງໜ້າຈາກຂະແໜງການຕ່າງໆທັງພາກລັດ ແລະ ພາກທຸລະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ໄຊຊະນະ ໄຊຍະກອນ ກ່າວວ່າ: ປະເທດລາວເຂົ້າຮ່ວມເປັນພາຄີຂອງສັນຍາຮ່ວມມືເສດຖະກິດຮອບດ້ານອາຊຽນ – ຍີ່ປຸ່ນ ໃນເດືອນເມສາ 2008 ແລະ ເລີ່ມຈັດຕັ້ງປະຕິບັດສັນຍາດັ່ງກ່າວ ໃນວັນທີ 1 ມັງກອນ 2009. ທັງນີ້, ໃນໄລຍະຜ່ານມາຕົວເລກການຄ້າຮ່ວມປະເທດຍີ່ປຸ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ກໍຍັງຢູ່ໃນລະດັບຕໍ່າ ສະເລ່ຍພຽງ 16% ຕໍ່ປີ, ແຕ່ຄວາມອາດສາມາດບວກກັບທ່າແຮງຕ່າງໆຂອງລາວເຮົາຍັງມີຫຼາຍ ທີ່ຈະເຮັດໃຫ້ຕົວເລກການຄ້າເພີ່ມຂຶ້ນອີກ. ດັ່ງນັ້ນ, ກອງປະຊຸມໃນຄັ້ງນີ້ແມ່ນສໍາຄັນຫຼາຍຖືເປັນເວທີໃນການລະດົມຄວາມຄິດ, ປຶກສາຫາລືເຖິງສາເຫດທີ່ຍັງບໍ່ສາມາດປະຕິບັດວຽກງານການຄ້າໄດ້ດີເທົ່າທີ່ຄວນ.

ພ້ອມນີ້, ຍັງຈະໄດ້ຮັບຟັງການສະເໜີກ່ຽວກັບຂອບການຄ້າ, ການລົງທຶນ, ການບໍລິການໃນມຸມມອງຂອງພາກລັດ; ຮັບຟັງມຸມມອງຂອງພາກທຸລະກິດ ເຊິ່ງເປັນຜູ້ເຮັດຕົວຈິງ ເພື່ອຮູ້ໄດ້ເຖິງຂໍ້ສະດວກ ຫຼື ຫຍຸ້ງຍາກແນວໃດກ້າວໄປສູ່ການຖອດຖອນບົດຮຽນ ພ້ອມນໍາມາຜັນຂະຫຍາຍເພື່ອຊຸກຍູ້ການຄ້າຮ່ວມກັບຍີ່ປຸ່ນ ໃຫ້ຫຼາຍຂຶ້ນ.

ຂະນະດຽວກັນ, ທ່ານ ນິຕາວັນ ຂັນທະມີໄຊ ຕາງໜ້າຈາກ ບໍລິສັດ ໂທະຈິໂມໂຕະລາວ ຈໍາກັດຜູ້ດຽວ ກໍໄດ້ຍົກໃຫ້ເຫັນເຖິງບັນຫາທີ່ເປັນຂໍ້ຈໍາກັດແກ່ພາກທຸລະກິດ ໂດຍສະເພາະແມ່ນບໍລິສັດຂອງຕົນເອງ ວ່າ: ລະບົບພາສີອາກອນ, ລະບົບການເກັບຄ່າທໍານຽມບໍ່ຈະແຈ້ງ, ການຜະລິດຈໍານວນຫຼາຍຖືກເອີ້ນເກັບພາສີທີ່ບໍ່ມີຈິງ ໂດຍສະເພາະແມ່ນເຂດຊົນນະບົດ, ອຸປະກອນການນໍາໃຊ້ເຂົ້າໃນການຜະລິດຫາໄດ້ຍາກ ແລະ ການນໍາເຂົ້າກໍມີລາຄາແພງ ພ້ອມການຂົນສົ່ງທາງບົກມີລາຄາແພງ ເຮັດໃຫ້ຄ່າສົ່ງອອກແພງ.

ນອກຈາກນີ້, ພາຍໃນກອງປະຊຸມຍັງໄດ້ຮັບຟັງກ່ຽວກັບພາບລວມສັນຍາການຄ້າດ້ານຜະລິດຕະພັນອາຊຽນ – ຍີ່ປຸ່ນ ແລະ ກາລະໂອກາດໃນການສົ່ງອອກ, ນະໂຍບາຍສົ່ງເສີມການຄ້າ ແລະ ກາລະໂອກາດໃນການສົ່ງອອກຂອງສິນຄ້າລາວ, ລະບຽບການ ແລະ ມາດຕະການດ້ານ SPS ຕໍ່ສິນຄ້າກະສິກໍາ ແລະ ກະສິກໍາປຸງແຕ່ງ; ຮັບຟັງລະບຽບການແຫຼ່ງກໍາເນີດສິນຄ້າ, ຮັບຟັງສະພາບລວມຂອງບັນດາບໍລິສັດສົ່ງອອກສິນຄ້າກະສິກໍາ ແລະ ກະສິກໍາປຸງແຕ່ງ ໂດຍສະເພາະແມ່ນບັນຫາການສົ່ງອອກ.

ຂ່າວ: ເອຢິບ; ຮູບ: ສອນໄຊ