ອີກມຸມໜຶ່ງຂອງສົງຄາມໂລກ ຄັ້ງທີ 1 ໃນຮູບເງົາ “ 1917 ”

221

ເປັນການຖ່າຍທອດສົງຄາມໂລກ ຄັ້ງທີ 1 ຜ່ານການສາຍເປັນຮູບເງົາໂດຍ “ Sam Mendes ” ຜູ້ກັບກໍາຮູບເງົາ “ Skyfall ” ເຊິ່ງຈະໄດ້ເຫັນອີກມຸມໜຶ່ງຂອງສົງຄາມທີ່ໃຜກໍບໍ່ຢາກໃຫ້ເກີດຂຶ້ນ ນໍາສະແດງໂດຍ Andrew Scott, Richard Madden ແລະ Benedict Cumberbatch.

ແຊມ ເມນເດສ ( Sam Mendes ) ຜູ້ກໍາກັບລາງວັນອັອດກ້າ ຫຼື Academy Award ທີ່ເຄີຍມີຜົນງານຫຼາຍຢ່າງ  ເຊັ່ນ: ຮູບເງົາ “ Skyfall ”, “ Spectre ” ແລະ “ American Beauty ” ເຊິ່ງໄດ້ກໍາກັບຮູບເງົາເລື່ອງໃໝ່ທີ່ນໍາສະເໜີແງ່ມຸມທີ່ແຕກຕ່າງໃນຮູບເງົາ ກ່ຽວກັບສົງຄາມໂລກ ຄັ້ງທີ 1 ໃນເລື່ອງ “ 1917 ” ແລະ ໄດ້ ໂຣເຈີ ດີກິນ “ Roger Deakins ” ຮັບໜ້າທີ່ຜູ້ກໍາກັບຮູບພາບໃນຮູບເງົາ ເພື່ອຖ່າຍທອດມຸມຂອງສົງຄາມທີ່ເລົ່າເລື່ອງແບບເວລາຕໍ່ເວລາແລະ ເປັນຮູບເງົາທີ່ເລົ່າເລື່ອງແບບຊ໋ອດດຽວ.

ຮູບເງົາເລື່ອງນີ້ຈະເຮັດໃຫ້ຜູ້ຊົມຮູ້ສຶກຄືຢູ່ໃນສະໜາມຮົບລະຫວ່າງສົງຄາມໂລກ ຄັ້ງທີ 1 ທະຫານອັງກິດ ປະກອບດ້ວຍ George MacKay ຈາກ “ Captain Fantastic ” ແລະ Dean – Charles Chapman ຈາກ “ Game of Thrones ” ໂດຍໄດ້ມອບໝາຍໃຫ້ໄປຮ່ວມປະຕິບັດການທີ່ເບິ່ງແລ້ວອາດຈະບໍ່ມີທາງສໍາເລັດ ແລະ ພວກເຂົາຕ້ອງຂ້າມເຂດແດນຂອງຂ້າເສິກ ເພື່ອສົ່ງສານໃຫ້ຢຸດການໂຈມຕີຂອງທະຫານນັບຮ້ອຍ.

ເລື່ອງລາວຂອງສົງຄາມໃນຮູບແບບຂອງຮູບເງົາຈະເປັນແນວໃດ ລວມທັງທະຫານທັງ 2 ຄົນ ຈະສາມາດປະຕິບັດພາລະກິດທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ຫຼື ບໍ່ ສາມາດຕິດຕາມໄດ້ແລ້ວໃນມື້ນີ້ທຸກໂຮງຮູບເງົາ.

( ຂໍ້ມູນຈາກ: Major Platinum Cineplex )

[ ຮຽບຮຽງ: ນຸ້ມນິ້ມ ]